ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ

ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ - 24155406 - ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ
ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ - kitchen vibe - ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ
ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນ 2 ວັນ ຄື: ວັນທີ 9-10 ກັນຍາ 2021 ນີ້, ເຮັດໃຫ້ແມ່ນໍ້າເຫືອງຂຶ້ນສູງລົ້ນຝັ່ງໄຫລເຂົ້າຖ້ວມເຮືອນ, ເນື້ອທີ່ນາຂອງປະຊາຊົນ ແລະ ຂົວຢູ່ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເຂດບ້ານຈອມແກ້ວ, ທ່າດ່ານປະເພນີສີພູມ ບ້ານທ້າວແກ່ນ ແລະ ຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ. ສະເພາະ, ເຮືອນປະຊາຊົນບ່ອນທີ່ນໍ້າຖ້ວມ ແລະ ບ່ອນທີ່ມີຄວາມສ່ຽງ ແມ່ນໄດ້ຂົນເຄື່ອງອອກຈາກເຮືອນແລ້ວ. ສ່ວນຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ລົດບໍ່ສາມາດໄປ-ມາໄດ້, ປັດຈຸບັນ, ລະດັບນໍ້າຍັງສູງຂຶ້ນຢ່າງຕໍ່ເນື່ອງ.
ຂະນະທີ່, ຫ້ອງວ່າການເມືອງ ໄດ້ອອກແຈ້ງການ ໃຫ້ຕິດຕາມເຝົ້າລະວັງ ຜົນກະທົບຈາກສະພາບຝົນຕົກໜັກ ຈາກພາຍຸໂກນເຊິນ ໂດຍອີງໃສ່ແຈ້ງການເຕືອນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸເຂດຮ້ອນໂກນເຊິນ ເຊິ່ງມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຈາກນັ້ນ, ຈະອ່ອນກໍາເປັນພາຍຸດີເປຊັນ ເຄື່ອນທີ່ຜ່ານພາກກາງ ຫາພາກເໜືອ ຂອງ ສປປ ລາວ ໃນວັນທີ 13-14 ກັນຍາ 2021 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ໃນ ສປປ ລາວ ກໍຄື ແຂວງໄຊຍະບູລີ.
ດັ່ງນັ້ນ ຈຶ່ງໄດ້ແຈ້ງເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງມີສະຕິລະວັງຕົວ ຈາກສິພາບດັ່ງກ່າວອາດຈະເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ຖ້ວມຍຶ່ງ, ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ໃຫ້ແຕ່ລະພາກສ່ວນຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ໃຫ້ເປັນປົກກະຕິ.
ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ - 4 - ຝົນຕົກ 2 ມື້ລຽນຕິດ ເຮັດໃຫ້ນ້ຳລົ້ນຝັ່ງຖ້ວມເຮືອນປະຊາຊົນ ເມືອງແກ່ນທ້າວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!