ຈັບຄົນໄທລະເມີດຊາຍແດນລັກມາຮັບເອົາຄົນຂ້າມຝັ່ງ
September 8, 2021 - 12:10 PM


ອີງຕາມກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 21:15 ໂມງຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ: ທ້າວ ມານັດ ອາຍຸ 40 ປິ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ຣາຊະອານາຈັກໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ, ດັ່ງນັ້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍ.
ດັັ່ງນັ້ນ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ພົບເຫັນການລະເມີດແຈ້ງເບີວອດແອັບ 020 28899774 ຫລື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ.