ຍຸກໂຄວິດຕ້ອງຫັນທິດສຸມໃສ່ການປູກການລ້ຽງ
ໂດຍ: ທິດກໍ່າ
ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາພວມປະສົບບັນຫາວິກິດຈາກໂຄວິດ-19 ມາທ້າທາຍ, ຂົ່ມຂູ່ທຳລາຍຊີວິດອິນຊີຄວາມສະຫງົບສຸກຂອງບ້ານເມືອງ ຈຸດໜັກແມ່ນບັນຫາຊີວິດການເປັນຢູ່ທີ່ພວມຖືກຜົນກະທົບໃນທາງກົງ ແລະ ທາງອ້ອມ ມັນພວມກາຍເປັນບັນຫາໃຫຍ່ອັນໜຶ່ງທີ່ພວກເຮົາຕ້ອງຊອກຫາທາງອອກ ແລະ ສຸມໃສ່ບຸກທະລຸແກ້ໄຂເສັ້ນທາງໜຶ່ງຄືການປູກການລ້ຽງແບບຍືນຍົງ.
ຕາມທິດກໍ່າວ່າ, ຖ້າພວກເຮົາພ້ອມກັນ ນັບແຕ່ຈຸລັງຄອບຄົວກ້າວໄປເຖິງການຈັດຕັ້ງໜ່ວຍງານ, ສະມາຄົມ, ສະຫະກອນທີ່ມີການຕິດຕາມ, ຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ໃຫ້ສາມາດເຂົ້າຫາທຶນງ່າຍ ສະດວກສະບາຍວ່ອງໄວ ການປູກການລ້ຽງຕ້ອງຂະຫຍາຍຕົວໄວຢ່າງແນ່ນອນ. ໃນການປູກການລ້ຽງນີ້ກໍເລີ່ມແຕ່ຜູ້ມີດິນໜ້ອຍເຮັດໜ້ອຍ, ຜູ້ມີດິນຫລາຍກໍປູກຫລາຍ ນັບແຕ່ເຮັດສວນຄົວປູກຜັກປອດສານພິດໄວ້ກິນ ເຫລືອກິນເອົາໄປຂາຍສົ່ງຕະຫລາດ ຫລື ຮ້ານສັບພະສິນຄ້າ ກ້າວໄປເຖິງການປູກຕົ້ນໄມ້ກິນໝາກ, ໄມ້ອຸດສາຫະກຳທີ່ເປັນສິນຄ້າເພື່ອຂາຍຢູ່ພາຍໃນ ແລະ ສົ່ງອອກ ເຊິ່ງປັດຈຸບັນໄດ້ປາກົດມີຫລາຍບ້ານຫລາຍຄອບຄົວໃນແຕ່ລະພາກຂອງປະເທດພາກັນເຮັດມາຫລາຍປີແລ້ວ ເຊັ່ນປູກຖົ່ວດິນ, ຖົ່ວເຫລືອງ, ພືດຜັກ, ປູກກ້ວຍ, ປູກອ້ອຍ, ມັນຕົ້ນ, ຢາງພາລາ ແລະ ຕົ້ນໄມ້ອຸດສາຫະກຳອື່ນໆ ແຕ່ກໍເຫັນວ່າຍັງບໍ່ທັນທົ່ວເຖິງກວ້າງຂວາງ ແລະ ເຂັ້ມແຂງສາມາດຢຶດຕະຫລາດພາຍໃນພາຍນອກໄດ້.
ສ່ວນການລ້ຽງນັ້ນກໍຍິ່ງສຳຄັນ ເພາະມັນພົວພັນໃນທາງກົງ ແລະ ທາງອ້ອມຂອງປາກທ້ອງເຮົາໃນແຕ່ລະວັນເຊັ່ນ: ລ້ຽງເປັດ, ລ້ຽງໄກ່, ລ້ຽງໝູ, ລ້ຽງປູປາກຸ້ງຫອຍ, ລ້ຽງກົບ, ລ້ຽງຂຽດ ກ້າວໄປເຖິງລ້ຽງສັດໃຫຍ່ເຊັ່ນ: ລ້ຽງງົວ, ລ້ຽງຄວາຍ ເພື່ອສະໜອງພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ ເພາະສະໄໝນີ້ ຖ້າຜູ້ໃດເຮັດແທ້ທຳຈິງກໍຈະມີເງິນມີຄຳໃຊ້ຈ່າຍເປັນກອບເປັນກຳ ຍ້ອນຄວາມຕ້ອງການຂອງຕະຫລາດຍິ່ງນັບມື້ສູງຂຶ້ນເລື້ອຍໆ.
ດັ່ງທີ່ເຮົາເຫັນ ແລະ ປະສົບບັນຫາໃນປັດຈຸບັນ ກໍຄືຜົນກະທົບຈາກໂຄວິດ-19 ເຊິ່ງເຮັດໃຫ້ເຮົາຕ້ອງຢູ່ກັບທີ່ ກິນນອນກັບທີ່ ເຊິ່ງພວກເຮົາເອີ້ນກັນວ່າ: “ລັອກດາວ” ເພື່ອລະຫ່າງຈາກການຕິດເຊື້ອ. ສະນັ້ນ ເຮົາເຫັນວ່າເສັ້ນທາງຫັນສູ່ການຜະລິດປູກຝັງລ້ຽງສັດຕາມວິຖີຊີວິດ, ຕາມຄວາມຮູ້ຄວາມສາມາດໃນແຕ່ລະຄອບຄົວ ແຕ່ລະທ້ອງຖິ່ນຈະສາມາດແກ້ໄຂຊີວິດການເປັນຢູ່ໄດ້ເປັນຢ່າງດີ.
ທຸກສິ່ງທຸກຢ່າງທີ່ເຮົາມີຜົນສຳເລັດນັ້ນ ມັນຈະກາຍເປັນຜົນງານອັນຍິ່ງໃຫຍ່ໃນການຈັດຕັ້ງຜັນຂະຫຍາຍມະຕິຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2021-2025) ຂອງລັດຖະບານວາງອອກຢ່າງເປັນຮູບປະທຳ.