ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້

ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້ - kitchen vibe - ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້

ວັນທີ 3 ກັນຍາ 2021, ທາງການໂຮ່ຈີມິນປັບປຸງແຜນຄັ້ງໃຫຍ່ ຈາກເປົ້າໝາຍຜູ້ຕິດເຊື້ອເປັນສູນ ກຽມສະເໜີແຜນຜ່ອນຄາຍລັອກດາວ ເລັ່ງຟື້ນຟູສະພາບເສດຖະກິດ ແລະ ປ່ຽນແປງການດຳລົງຊີວິດໃຫ້ຢູ່ກັບໂຄວິດໃຫ້ໄດ້ ຖ້າສະເໜີຜ່ານ ຄາດວ່າຈະເລີ່ມຕົ້ນແຜນຟື້ນຟູປະເທດທ່າມກາງສະຖານະການການແຜ່ລະບາດຂອງໂຄວິດໄດ້ນັບແຕ່ວັນທີ 15 ກັນຍານີ້.

ໃນເດືອນສິງຫາຜ່ານມາ, ທາງການໂຮ່ຈີມິນນຳເອົາກຳລັງທະຫານ ແລະ ເຈົ້າໜ້າທີ່ຕຳຫລວດປະຈຳຢູ່ຕາມຈຸດຕ່າງໆໃນຊ່ວງທີ່ປະກາດລັອກດາວ ແລະ ສັ່ງໃຫ້ປະຊາຊົນຢູ່ແຕ່ພາຍໃນທີ່ພັກອາໄສ ເພື່ອຢຸດການແຜ່ລະບາດຂອງເຊື້ອໄວຣັສທີ່ເປັນເຫດໃຫ້ມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້ - Visit Laos Visit SALANA BOUTIQUE HOTEL - ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້

ປັດຈຸບັນ ຫວຽດນາມກຳລັງຜະເຊີນການແຜ່ລະບາດຮອບໃໝ່ ຫລັງຄວບຄຸມສະຖານະການການແຜ່ລະບາດຂອງໂຄວິດພາຍໃນປະເທດໄດ້ມາຍາວນານກວ່າ 1 ປີ. ປັດຈຸບັນຫວຽດນາມມີຜູ້ຕິດເຊື້ອສະສົມແລ້ວ 501.649 ຄົນ, ເສຍຊີວິດແລ້ວ 12.446 ຄົນ, ຜູ້ຕິດເຊື້ອໃໝ່ໃນໄລຍະ 28 ວັນຜ່ານມາສູງເຖິງ 297.661 ຄົນ ຫລື ຫລາຍກວ່າເຄິ່ງໜຶ່ງຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດ ໂດຍຜູ້ຕິດເຊື້ອໃນໂຮ່ຈີມິນພຽງເມືອງດຽງສູງກວ່າ 241.110 ຄົນແລ້ວ, ເສຍຊີວິດແລ້ວ 9.974 ຄົນ ຖືເປັນໜຶ່ງໃນເມືອງທີ່ຜະເຊີນການລະບາດຮຸນແຮງທີ່ສຸດໃນຫວຽດນາມ.

ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ ທີ່ເຂົ້າຮັບຕຳແໜ່ງໃນຕົ້ນເດືອນເມສາຜ່ານມາ ລະບຸວ່າ: ການຕໍ່ສູ້ກັບວິກິດໂຄວິດຍັງອີກຍາວໄກ, ແຕ່ພວກເຮົາບໍ່ສາມາດອາໄສມາດຕະການການກັກຕົວ ແລະ ມາດຕະການລັອກດາວໄດ້ຕະຫລອດໄປ, ການປ້ອງກັນບໍ່ໃຫ້ມີຜູ້ເສຍຊີວິດຈາກໂຄວິດເພີ່ມຂຶ້ນອີກຍັງເປັນພາລະກິດທີ່ສຳຄັນຂອງລັດຖະບານຫວຽດນາມ ແລະ ວິທີທີ່ດີທີ່ສຸດຄືການເລັ່ງສັກວັກຊີນໃຫ້ປະຊາຊົນ ເຊິ່ງມີຊາວຫວຽດນາມພຽງ 2,8% ຂອງຈຳນວນປະຊາກອນທົ່ວປະເທດທີ່ເຂົ້າຮັບວັກຊີນຄົບໂດສແລ້ວ ເປັນອັດຕາສ່ວນນ້ອຍທີ່ສຸດໃນອາຊຽນ.

ອ້າງອີງ:

ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້ - 5 - ໂຮ່ຈີມິນກຽມສະເໜີຜ່ອນຄາຍລັອກດາວ ເລັ່ງຟື້ນຟູເສດຖະກິດ ປັບປ່ຽນການດຳລົງຊີວິດຢູ່ກັບໂຄວິດໃຫ້ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!