ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້

ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້ - 14328661 312b 41ba 8f6c f93e3996be86 - ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້
ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້ - kitchen vibe - ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້

ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າພະແນກສຶກສາ ແລະ ກິລາ ແຂວງຫລວງນ້ຳທາ ໃຫ້ຮູ້ໃນວັນທີ 30 ສິງຫາ 2021 ວ່າ: ແຂວງຫລວງນ້ຳທາບໍ່ສາມາດໄຂສົກຮຽນໃໝ່ 2021-2022 ໄດ້ຕາມກຳນົດເວລາວັນທີ 6 ກັນຍານີ້, ເນື່ອງຈາກວ່າທາງແຂວງຫລວງນ້ຳທາໄດ້ພົບຜູ້ຕິດເຊື້ອໃນຊຸມຊົນ ເຊິ່ງມີຄວາມສ່ຽງສູງໃນການລະບາດເຊື້ອໄປເປັນວົງກວ້າງ ໂດຍອີງຕາມຄວາມຫຍຸ້ງຍາກດັ່ງນີ້:

  1. ອີງຕາມການລາຍງານແຈ້ງການຂອງຄະນະສະເພາະຂັ້ນແຂວງວ່າພົບຜູ້ຕິດເຊື້ອຢູ່ເມືອງນ້ຳທາ ແລະ ເມືອງລອງ ໃນຊຸມຊົນ, ໃນນັ້ນມີເດັກນ້ອຍອະນຸບານອາຍຸ 2 ປີ 1 ກໍລະນີ ຈຶ່ງເຮັດໃຫ້ແຂວງຫລວງນ້ຳທາບໍ່ສາມາດໄຂສົກຮຽນໄດ້ຕາມກຳນົດເວລາໃນວັນທີ 6 ກັນຍາ 2021.
  2. ແຂວງຫລວງນ້ຳທາແມ່ນບໍ່ສາມາດຈັດກອງປະຊຸມຄະນະບໍລິຫານງານການສຶກສາ ແລະ ກິລາ ປະຈຳສົກປີ 2020-2021 ຂັ້ນແຂວງ ແລະ ເມືອງໄດ້.
  3. ທາງໂຮງຮຽນບໍ່ສາມາດຮັກສາໄລຍະຫ່າງໃນຫ້ອງຮຽນໄດ້, ເນື່ອງຈາກຫ້ອງຮຽນມີຄວາມຄັບແຄບ, ໂຕະຕັ່ງບໍ່ພຽງພໍ.
  4. ອຸປະກອນຮັບໃຊ້ຈຳເປັນໃນການປ້ອງກັນ, ສະກັດກັ້ນການແພ່ລະບາດພະຍາດໂຄວິດ-19 ມີຈຳກັດ, ໂດຍສະເພາະໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫລີກ.

ທັງນີ້ກໍເປັນບັນຫາ ແລະ ສິ່ງທ້າທາຍ, ແຕ່ພະແນກສຶກສາ ແລະ ກິລາແຂວງກໍບໍ່ໄດ້ນິ້ງນອນໃຈ ພ້ອມທັງໄດ້ກຽມແຜນໂດຍມອບໃຫ້ຄູ-ອາຈານມອບວຽກບ້ານ ແລະ ບົດເຝິກຫັດໃຫ້ນັກຮຽນໄດ້ສຶກສາຄົ້ນຄວ້າຜ່ານທາງອອນລາຍ, ໂດຍເນັ້ນໃສ່ຊັ້ນມັດທະຍົມສຶກສາ.

 

ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້ - 5 - ແຂວງຫລວງນ້ຳທາ ບໍ່ສາມາດໄຂສົກຮຽນ 2021-2022 ຕາມກຳນົດເວລາ ວັນທີ 6 ກັນຍາ 2021 ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!