ຜູ້ບຳບັດຢາເສບຕິດ ຢູ່ນະຄອຫນລວງວຽງຈັນ 1.000 ກ່ວາຄົນ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19


ວັນທີ 30 ສິງຫາ 2021 ທ່ານ ພັທ ນາງ ກິນດາລາ ອິນທະມາລີ ຫົວໜ້າພະແນກປະສູດພະຍາດແມ່ ແລະ ເດັກ, ພັທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ, ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຫ້ອງຕຳຫລວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລົງສັກວັກຊີນ ໃຫ້ຜູ້ບຳບັດຈຳນວນ 1.000 ກວ່າຄົນ ຢູ່ສະໂມສອນຂອງສູນ ພ້ອມດ້ວຍທີມງານແພດ, ໝໍຈາກກົມເສນາຮັກ(ໂຮງໝໍ 5 ເມສາ), ພະແນກເສນາຮັກ ປກສ ນວ ແລະ ຜູ້ບຳບັດ ໂດຍວັກຊີນ ທີ່ໃຊ້ສັກຄັ້ງນີ້ແມ່ນ ວັກຊີນຈອນສັນ ແລະ ຈອນສັນ (J&J) ທີ່ໃຊ້ສັກເຂັມດຽວ ສາມາດສ້າງພູມຕ້ານທານໄດ້ເລີຍ.
ນອກຈາກນີ້ ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ໄດ້ມີມາດຕະການເຂັ້ມງວດ ຄື ໃຫ້ຢຸດໂຈະຊົ່ວຄາວໃນການພົວພັນ, ພົບຢ້ຽມກັບຍາດ ແລະ ຄົນພາຍນອກ, ການເຂົ້າ-ອອກສູນ ຂອງພະນັກງານຕ້ອງໄດ້ຮັບການກວດອຸນຫະພູມ, ຮັກສາໄລຍະຫ່າງ 2 ແມັດ, ໃສ່ຜ້າປິດປາກ, ລ້າງມືດ້ວຍນ້ຳສະອາດ, ໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງ ກ່ອນເຂົ້າ-ອອກສູນ ເພື່ອຮັບປະກັນຄວາມປອດໄພ ບໍ່ໃຫ້ມີຄົນຕິດເຊື້ອພະຍາດດັ່ງກ່າວຢູ່ພາຍໃນສູນ.