ການແຂ່ງຂັນພຣີເມຍລີກ ເອເຊຍ ໂທຣຟີ ຮອບຊີງຊະນະ ເລີດ ທີ່ເຂດປົກຄອງພິເສດ ຮົງກົງ ໃນວັນເສົາຜ່ານມາ ລິເວີພູລ ທີມ ຈາກ ອັງກິດ ມີຄິວລົງສະໜາມ ພົບກັບ ເລສເຕີ ຊິຕີ ຜົນປາກົດວ່າ ລິເວີພູລ ເອົາຊະນະໄປແບບ ຫວຸດ ຫວິດ 2-1 ພ້ອມຄວ້າແຊ໊ມໄປ ຄອງໄດ້ສຳເລັດ ໂດຍເກມນີ້ ເລສ ເຕີ ຊິຕີ ອອກນຳກ່ອນ 1-0 ຈາກ ອິລລາມ ສະລິມານີ ນາທີ 12 ແຕ່ ວ່າ ລິເວີພູລ ມາທວງຄືນ 2 ປະຕູ ລວດ ຈາກ ໂມຮາເໝັດ ຊາລາ ນາທີ 20 ແລະ ຟິລິບເປ ຄູຕິນໂຢ ນາທີ 44 ພິກກັບມາແຊງຄວ້າໄຊ ຢ່າງສະໜຸກ 2-1 ສ່ວນຜົນຄູ່ຊີງ ອັນດັບ 3 ຄຣິສຕັນ ພາເລດ ຊະ ນະ ເວສບຣອມວິດ ອັລບຽນ 2-0.