ປະທານາທິບໍດີ ໂຈ ໄບເດັນ ຮ່ວມໄວ້ອາໄລທະຫານອາເມຣິກັນ 13 ຄົນ ທີ່ໄດ້ເສຍຊີວິດໃນການວາງລະເບີດທີ່ນະຄອນຫຼວງ ຄາບູລ, ອັຟການິສຖານ.


ອີງຕາມການລາຍງານຂ່າວຂອງສຳນັກຂ່າວ AP NEWS ໃນວັນທີ 29 ສິງຫາ 2021 ຜ່ານມາວ່າ:ປະທານາທິບໍດີສະຫະລັດອາເມລິກາ ທ່ານ ໂຈ ໄບເດັນ ແລະ ພັນລະຍາ ນາງ ຈິລ ໄບເດັນ, ພ້ອມດ້ວຍລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມລິກາ ທ່ານ ລອຍ ອອສຕິນ (Lloyd Austin) ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄນ (Anthony Blinken). ລັດຖະມົນຕີຕ່າງປະເທດສະຫະລັດ ແລະ ຄະນະໄດ້ຮ່ວມໄວ້ອາໄລໃຫ້ແກ່ທະຫານອາເມລິກາ 13 ຄົນ ທີ່ໄດ້ເສຍຊີວິດຈາກເຫດການວາງລະເບີດຢູ່ໃກ້ກັບສະໜາມບິນ ຄາບູລ ນະຄອນຫຼວງຂອງອັຟການິສຖານ ເມື່ອອາທິດທີ່ແລ້ວ ກ່ອນທີ່ສົບຂອງທະຫານທັງໝົດຈະເດີນທາງມາຮອດແຜ່ນສະຫະລັດ ໂດຍທັງໝົດມີອາຍຸລະຫວ່າງ 20 ຫາ 31 ປີ.
ທ່ານ ໂຈ ໄບເດັນ ເປັນປະທານາທິບໍດີຄົນທີ4 ຂອງສະຫະລັດ ໃນຮອບ 20 ປີ ທີ່ຜ່ານມາ ທີ່ຕ້ອງໄດ້ຢືນຮ່ວມໄວ້ອາໄລໃຫ້ແກ່ທະຫານອາເມລິກາທີ່ເສຍຊີວິດຈາດສົງຄາມ ແລະ ຄວາມຮຸນແຮງໃນອັຟການິສຖານ ນັບຕັ້ງແຕ່ກອງທັບສະຫະລັດ ເຂົ້າໄປເຮັດສົງຄາມຕໍ່ຕ້ານການກໍ່ການຮ້າຍຕັ້ງແຕ່ປີ 2001 ຫຼັງຈາກເຫດຖືກໂຈມຕີ ວັນທີ 11 ກັນຍາ 2001. ປະທານາທິບໍດີສະຫະລັດກ່າວວ່າ“ ທະຫານ 13 ຄົນທີ່ເສຍຊີວິດເປັນວິລະຊົນທີ່ໄດ້ເສຍສະຫລະຢ່າງໃຫຍ່ຫລວງ ເພື່ອອຸດົມການອາເມລິກາອັນສູງສຸດຂອງພວກເຮົາ ແລະ ໃນເວລາດຽວກັນພວກເຂົາກໍ່ໄດ້ຊ່ວຍຊີວິດຂອງຄົນອື່ນ. ຄວາມກ້າຫານ ແລະ ການເສຍສະຫລະຂອງເຂົາເຈົ້າ ເຮັດໃຫ້ຜູ້ຄົນຫລາຍກ່ວາ 117,000 ຄົນທີ່ຕົກຢູ່ພາວະສ່ຽງອັນຕະລາຍນັ້ນ ໄດ້ກັບອອກມາຮອດຈຸດໝາຍປາຍທາງຢ່າງປອດໄພ.”