3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ

3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ - 2883D9DB21E8478482106D8E3A274225 - 3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ
3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ - kitchen vibe - 3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ

 

3 ແນວຄິດເລື່ອງການໃຊ້ເງິນຂອງແມ່ຍິງ ທີ່ເຮັດໃຫ້ພວກນາງບໍ່ລຳບາກ ແລະ ມີເງິນທ້ອນ. ຫລາຍໆທ່ານອາດເຄີຍພົບພໍ້ແມ່ຍິງ ສ່ວນຫລາຍຈະໃຊ້ເງິນຟູມເຟືອຍ, ໃຊ້ເງິນເກັ່ງ ຍ້ອນຄ່າໃຊ້ຈ່າຍຂອງນາງຫລາຍ ພຽງແຕ່ເຄື່ອງໃຊ້ສ່ວນໂຕຂອງນາງເອງກໍເຮັດ ໃຫ້ທ່ານຊາຍເຈັບຫົວໄປນຳແລ້ວ ບໍ່ວ່າຈະເກີບ, ກະເປົ໋າ, ເຄື່ອງນຸ່ງແຟຊັ່ນ, ເຄື່ອງສຳອາງ ໆລໆ ເປັນສິ່ງຂອງຟູມເຟືອຍໝົດເລີຍ ແຕ່ພວກນາງກໍມີເງິນທ້ອນ ສົງໄສກັນຫລືບໍ່ວ່າໃຊ້ຫລາຍປານນີ້ ແຕ່ເປັນຫຍັງຈຶ່ງມີເງິນທ້ອນໂດຍທີ່ພາລະຄ່າໃຊ້ຈ່າຍຫລວງ ຫລາຍ ມາເບິ່ງກັນເລີຍ :

3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ - Visit Laos Visit SALANA BOUTIQUE HOTEL - 3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ
  1. ຢ່າພົກແຫ່ລງເງິນໄວ້ກັບຕົນເອງຫລາຍເກີນໄປ : ຈຳພວກບັດ ATM ບາງເທື່ອມັນກໍເຮັດໃຫ້ເຮົານິໄສເສຍ ສະນັ້ນແລ້ວ ເອົາໄປສະເພາະບັດທີ່ຜູກກັບບັນຊີ ໄວ້ໃຊ້ສຳລັບໃຊ້ຈ່າຍປະຈຳວັນພໍແລ້ວ ແລະ ທ່ານກໍຢ່າຄິດວ່າບໍ່ສຳຄັນ ເພາະມີແມ່ ຍິງທີ່ບັ້ງອົດແຕກຈາກການພົກພາບັດ ເພາະກົດເພື່ອເອົາໄປຊື້ຂອງຫລຸດລາຄາ ເຊິ່ງນອກຈາກບັດ ATM ຂອງບັນຊີສຳ ລັບຈ່າຍ ທີ່ເຫລືອເກັບໄວ້ຢູ່ເຮືອນເລີຍ ການມີເງິນທ້ອນມັນສຳຄັນ ມັນຈະພາໃຫ້ທ່ານຜ່ານວິກິດຕ່າງໆໄປໄດ້ ໂດຍບໍ່ ຕ້ອງເດືອດຮ້ອນໄປຢືມໃຜ.
  2. ການແບ່ງເງິນເດືອນເປັນພາກສ່ວນ : ເຮັດໃຫ້ພວກນາງສາມາດຈຳກັດງົບໄດ້ດີຂຶ້ນ ໂດຍສະເພາະແມ່ຍິງທີ່ໃຊ້ເງິນເກັ່ງ ເປັນຊີວິດຈິດໃຈ ນາງແບ່ງເງິນເດືອນທີ່ເຫລືອພາຍຫລັງຈາກຫັກຄ່າໃຊ້ຈ່າຍມາບາງພາກສ່ວນແລ້ວ ຕໍ່ໄປກໍເອົາພາກ ສ່ວນທີ່ແບ່ງອອກມາໄປແບ່ງອີກເປັນ 3 ພາກສ່ວນ ແລະ ໃນພາກສ່ວນຕ່າງໆນັ້ນໂອນເຂົ້າບັນຊີ 3 ບັນຊີ ແລະ ກໍກຳໜົດ ໜ້າທີ່ໃຫ້ຈະແຈ້ງໄປເລີຍວ່າບັນຊີນີ້ໃຊ້ຈ່າຍຫຍັງ ມັນຈະໄດ້ເປັນລະບົບລະບຽບ.
  3. ຄວບຄຸມຕົນເອງໃຫ້ໃຊ້ເທົ່າທີ່ກຳນົດໄວ້ : ສິ່ງທຳອິດທີ່ຈະໃຊ້ວິທີກົດເງິນອອກມາໃຫ້ຄົບ 1.000.000 ກີບ, ແຕ່ກໍບໍ່ແມ່ນ ໃຫ້ກົດອອກມາບາດດຽວທັງໝົດ ວິທີກົດແມ່ນໃຫ້ກົດມາເທື່ອລະ 100.000 ກີບ ໄປຈົນຄົບ ເພື່ອບັງຄັບຕົນເອງໃຫ້ໃຊ້ ແຕ່ມື້ລະ 20.000 – 30.000 ກີບ ຂັ້ນຕອນນີ້ນັ້ນມັນອາດງ່າຍສຳລັບຜູ້ທີ່ມີຈິດໃຈເຂັ້ມແຂງ, ແຕ່ກັບຄົນທີ່ບໍ່ຄ່ອຍເຂັ້ມ ແຂງມັນກໍຈະຍາກແດ່ ພວກເຮົາເຊື່ອວ່າບັນດາທ່ານຄົງມີຄວາມຄິດທີ່ຈະທ້ອນເງິນຂຶ້ນມາແດ່ແລ້ວ ທ້ອນເງິນໄວ້ຕັ້ງແຕ່ ຕອນນີ້ເລີຍ ເພາະເຮົາບໍ່ຮູ້ວ່າອະນາຄົດຈະເປັນແນວໃດ ຢ່າງໜ້ອຍໆມີເງິນທ້ອນໄວ້ ມັນກໍອຸ່ນໃຈ ແລະ ຈາກນີ້ໄປກໍຂໍໃຫ້ ຜູ້ທີ່ຕັ້ງໃຈຈະທ້ອນເງິນທຸກໆທ່ານຜ່ານອຸປະສັກຕ່າງໆໄປໃຫ້ໄດ້ ແລະ ມີເງິນທ້ອນກັນທຸກຄົນ ຕາບໃດທີ່ເຮົາບໍ່ຍອມແພ້ ກັບຄວາມລົ້ມເຫລວ, ຍັງຕັ້ງໃຈຕໍ່ໄປ ໂອກາດທີ່ເຮົາຈະປະສົບຄວາມສຳເລັດ ມັນມີຢູ່ແນ່ນອນ.
3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ - 3 - 3 ວິທີມີເງິນທ້ອນຂອງແມ່ຍິງ ຄິດແບບນີ້ຊີວິດບໍ່ລຳບາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!