ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ

ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ - news 27 - ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ
ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ - kitchen vibe - ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ

ໂດຍ: ທິດກໍ່າ
ເຖິງວ່າວັນທີ 23 ສິງຫາ 2021 ໄດ້ຜ່ານພົ້ນໄປບໍ່ພໍເທົ່າໃດວັນແລ້ວກໍຕາມ, ແຕ່ກິ່ນອາຍແຫ່ງຄວາມໝາຍປະຫວັດສາດມັນກໍຍັງຝັງເລິກຢູ່ໃນຈິດໃຈຂອງປວງຊົນລາວທົ່ວທັງປະເທດ ເຊິ່ງໃນແຕ່ລະປີ ພໍເຖິງວັນນີ້ພວກເຮົາກໍພ້ອມກັນສະເຫລີມສະຫລອງລະນຶກເຖິງວັນປະຫວັດສາດດັ່ງກ່າວຢ່າງມີຄວາມໝາຍ.

ໃນຄວາມເປັນຈິງແລ້ວ, ເມື່ອກ່າວເຖິງພາລະກິດແຫ່ງການຕໍ່ສູ້ ເພື່ອກອບກູ້ເອກະລາດຢຶດເອົາອຳນາດມາຢູ່ໃນກຳມືຂອງປະຊາຊົນມັນກໍເຄີຍມີມາໃນຫລາຍຍຸກຫລາຍສະໄໝ. ຖ້າຈະຫວນຄືນຄິດໄລ່ສືບທາວຫາຕໍ່ສູ້ແບບກິໆກີໆໃນໄລຍະປະຫວັດສາດບາງຊ່ວງບາງກໍນັບແຕ່ຍຸກເຈົ້າອານຸວົງທີ່ຕໍ່ສູ້ກັບສະຫຍາມ ແກ່ຍາວມາຮອດຍຸກພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໄຈ ແລະ ບັນດາທ່ານອື່ນໆທີ່ຮັກຊາດຮັກແຜ່ນດິນຕໍ່ໆກັນມາຈົນຮອດຍຸກການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ກ່ອນໜ້ານັ້ນ ຂະບວນການຕໍ່ສູ້ກັບຈັກກະພັດຝຣັ່ງທີ່ເຂົ້າມາຮຸກຮານຢ່າງເປັນຕົນເປັນໂຕກໍແມ່ນ ໂດຍການນຳພາຂອງນາຍຄູຄຳ ຈົນສາມາດຢຶດອຳນາດ ປະກາດເອກະລາດໃນວັນທີ 23 ສິງຫາ 1945.

ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ - Visit Laos Visit SALANA BOUTIQUE HOTEL - ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ

ແຕ່ວ່າໃນຍຸກນັ້ນ ສະພາບແວດລ້ອມພາຍໃນພາຍນອກຍັງບໍ່ເອື້ອອຳນວຍ ສຸດທ້າຍນາຍຄູຄຳກໍຖືກຝຣັ່ງຕາມລ່າປາບປາມຈົນເຮັດໃຫ້ນາຍຄູຄຳຕ້ອງປົບໜີຂ້າມຂອງໄປເສຍຊີວິດຢູ່ນຳພີ່ນ້ອງຢູ່ທີ່ປະເທດໄທ.

ພໍຕົກມາຮອດຍຸກທີ່ມີພັກປະຊາຊົນປະຕິວັດລາວນຳພາ ນັບແຕ່ປີ 1945 ເປັນຕົ້ນມາ ເຮັດໃຫ້ການປະຕິວັດລາວກ້າວສູ່ໄລຍະໃໝ່ ອັນທີ່ໂດດເດັ່ນທີ່ສຸດໃນຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານແມ່ນສາມາດຍາດເອົາໄຊຊະນະໃນແຕ່ລະບັ້ນຮົບ ນັບແຕ່ເໜືອຕະຫລອດໃຕ້. ຂະບວນການປະຕິວັດລາວໄດ້ແກ່ຍາວມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດຊາດຢ່າງສົມບູນແບບ. ແຕ່ວ່າກ່ອນຈະກ້າວມາຮອດວັນທີ 2 ທັນວາ 1975 ເຊິ່ງເປັນມື້ປະກາດປ່ຽນຊື່ປະເທດໃໝ່ຈາກພຣະຣາຊະອານາຈັກລາວ ມາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 23 ສິງຫາ 1975 ໄດ້ມີການຢຶດອຳນາດໂຄ້ນລົ້ມລະບອບເກົ່າທີ່ເໜົ່າເໝັນ ດ້ວຍວິທີການນຳໃຊ້ສາມບາດຄ້ອນຍຸດທະສາດຄື: ການຕໍ່ສູ້ທາງດ້ານການເມືອງ, ການຕໍ່ສູ້ທາງດ້ານການທະຫານ ແລະ ການຕໍ່ສູ້ດ້ວຍຂະບວນການຢຶດອຳນາດມາມືປະຊາຊົນ ເຊິ່ງເອີ້ນຢ່າງໜຶ່ງວ່າ: ນຳໃຊ້ຍຸດທະວິທີເອົາຊົນນະບົດປິດລ້ອມຕົວເມືອງຈຶ່ງໄດ້ຮັບໄຊຊະນະນັບແຕ່ມື້ສ້າງຕັ້ງລະບອບໃໝ່ມາຮອດປັດຈຸບັນ. ນີ້ຄືປະຫວັດສາດການຢຶດອຳນາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວແບບບົວບໍ່ຊ້ຳນ້ຳບໍ່ຂຸ້ນ ຊ້ຳພັດໄດ້ກິນປາໝົດທຸກຕົວ.

ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ - 5 - ຫວນຄືນປະຫວັດສາດການຢຶດອຳນາດຂອງປະຊາຊົນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!