ແຂວງສະຫວັນນະເຂດ ພົບຄວາມຫຍຸ້ງຍາກໃນການເປີດການຮຽນ-ການສອນ ສົກປີ 2021-2022


ທ່ານ ສີອຸດອນ ທອງສຸວັນ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ຮູ້ໃນວັນທີ 23 ສິງຫາ 2021 ວ່າ: ເນື່ອງຈາກວ່າປັດຈຸບັນ ແຂວງສະຫວັນນະເຂດໄດ້ມີແຮງງານລາວເດີນທາງມາຈາກປະເທດໃກ້ຄຽງທີ່ມີການລະບາດພະຍາດໂຄວິດ-19 ກັບຄືນມາບ້ານເກີດເມືອງນອນເປັນຈຳນວນຫລວງຫລາຍ ອັນໄດ້ເຮັດໃຫ້ແຂວງມີຕົວເລກຜູ້ຕິດເຊື້ອນຳເຂົ້າ ແລະ ຊຸມຊົນ ນັບມື້ເພີ່ມຂຶ້ນ. ເຊິ່ງຄະນະສະເພາະກິດຂັ້ນແຂວງກໍໄດ້ກຳນົດເອົາໂຮງຮຽນຫລາຍແຫ່ງເປັນສູນຈຳກັດບໍລິເວນແຮງງານ. ທັງນັ້ນກໍເປັນສາເຫດເຮັດໃຫ້ແຂວງສະຫວັນນະເຂດ ກໍຄື ພະແນກສຶກສາທິການ ແລະ ກິລາແຂວງ ພົບຄວາມຫຍຸ້ງຍາກຫລາຍດ້ານໃນການໄຂສົກຮຽນໃໝ່ 2021-2022 ໃນວັນທີ 6 ກັນຍາ ທີ່ຈະມາເຖິງນີ້, ໂດຍສະເພາະແມ່ນເທສະບານນະຄອນໄກສອນພົມວິຫານ ທີ່ມີການຕິດເຊື້ອໃນຊຸມຊົນ ແລະ ໂຮງຮຽນໄດ້ຖືກກຳນົດເປັນສູນຈຳກັດບໍລິເວນຂອງແຮງງານ ເຊິ່ງບໍ່ສາມາດເປີດການຮຽນ-ການສອນ ໃນສົກໃໝ່ນີ້ໄດ້ຕາມກຳນົດເວລາທີ່ທາງກະຊວງກຳນົດໄດ້.
ສ່ວນໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫລີກ ຂອງເມືອງທີ່ບໍ່ມີການລະບາດ ແລະ ບໍ່ໄດ້ຖືກກຳນົດເປັນສູນຈຳກັດບໍລິເວນ ແມ່ນຈະໄດ້ໄຂສົກຮຽນໃໝ່ເປີດການຮຽນ-ການສອນ ຕາມເວລາກຳນົດ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ. ສຳລັບການຕິດຕາມການຮຽນ-ການສອນ, ການຈັດຕັ້ງປະຕິດບັດ ແມ່ນມອບໃຫ້ຫ້ອງການສຶກສາທິການ ແລະ ກິລິເມືອງ, ອຳນວຍການໂຮງຮຽນ ເປັນຜູ້ຮັບຜິດຊອບກວດກາຕິດຕາມ, ຊຸກຍູ້ນັກຮຽນໃຫ້ເຄັ່ງຄັດ, ໂດຍສະເພາະຄູ-ອາຈານທີ່ຈະໄປສິດສອນແມ່ນທຸກຄົນຕ້ອງໄດ້ຮັບການສັກວັກຊີນຄົບໂດສທຸກຄົນຈຶ່ງສາມາດເຂົ້າສິດສອນໄດ້.