ປະທານປະເທດ ແລະ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີການນຳຂອງ EU ສະໜັບສະໜູນວັກຊີນໃຫ້ຫວຽດນາມ.


ສື່ vietnamnet ຂອງຫວຽດນາມໄດ້ລາຍງານຂ່າວວ່າ: ປະທານປະເທດ ຫງວຽນຊວັນ ຟຸກ ແລະ ນາຍົກລັດຖະມົນຕີ ຟາມມິງ ຈິງ ສົ່ງຈົດໝາຍເຖິງການນຳຂອງ EU ເພື່ອໃຫ້ການສະໜັບສະໜູນວັກຊີນ ແລະ ຊ່ວຍສະເໜີໂຄງການໂຄແວັກແບ່ງປັນວັກຊີນໃຫ້ກັບຫວຽດນາມ.
ໃນຈົດໝາຍນັ້ນ, ປະທານປະເທດ ຫງວຽນຊວັນ ຟຸກ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອ ຫວຽດນາມ ຂອງສະຫະພາບເອີຣົບ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນໄດ້ຈັດສົ່ງວັກຊີນຈຳນວນ 2,4 ລ້ານໂດສ ໃຫ້ຫວຽດນາມ ໂດຍຜ່ານໂຄງການ ໂຄແວັກ.
ປະທານປະເທດເນັ້ນວ່າ ຫວຽດນາມກຳລັງປະເຊີນກັບຄວາມຫຍຸ້ງຍາກໃນການຈັດສັນວັກຊິນໃຫ້ພຽງພໍເພື່ອສັກໃຫ້ກັບປະຊາກອນເກືອບ 100 ລ້ານຄົນ ພ້ອມກັບອຸປະກອນທາງການແພດຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ.
ບົນພື້ນຖານການພົວພັນ ຮ່ວມມືຮອບດ້ານທີ່ກຳລັງແຕກດອກອອກຜົນຢ່າງຈົບງາມລະຫວ່າງຫວຽດນາມ ແລະ EU ນັ້ນ, ປະທານປະເທດສະເໜີໃຫ້ EU ໜູນຊ່ວຍວັກຊີນໃຫ້ຫວຽດນາມ ໃນ ອັດຕາສູງສຸດ ໂດຍຜ່ານເສັ້ນທາງການຊ່ວຍເຫືຼອ, ບິແບ່ງວັກຊີນ, ແບ່ງປັນເທັກໂນໂລຊີ, ຕອບສະໜອງອຸປະກອນການແພດໃນການປິ່ນປົວໂຄວິດ-19 ແລະ ແບ່ງປັນບົດຮຽນໃນການຮັບມືກັຍການລະບາດຂອງພະຍາດ.
ຕໍ່ກັບບັນຫາດັ່ງກ່າວ, ນາຍົກລັດຖະມົນຕີ ຟາມມິງ ຈິງກໍໄດ້ສົ່ງຈົດໝາຍເຖິງທ່ານນາງ ອູຊູລາ ວອນເດີ ລິເຢັນ ປະທານສະຫະພາບ ເອີຣົບ ເຊັ່ນດຽວກັນ.
ໃນຈົດໝາຍ, ນາຍົກລັດຖະມົນຕີ ຟາມມິງ ຈິງ ຕີລາຄາສູງຕໍ່ສາຍພົວພັນທີ່ຕັ້ງໜ້າລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ ໃນສະຖານະການທີ່ທັງສອງຝ່າຍລ້ວນແຕ່ໄດ້ຮັບຜົນກະທົບຈາກໂຄວິດ-19.
ນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ EU ຈະຄົ້ນຄວ້າ ແລະ ໃຫ້ການຊ່ວຍເຫຼືອວັກຊິນໃຫ້ແກ່ຫວຽດນາມ ພ້ອມທັງສະເໜີໂຄງການໂຄແວັກໃຫ້ບູລິມະສິດແບ່ງປັນວັກຊີນໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ເພື່ອການຕ້ານກັບໂຄວິດ-19 ທີ່ກໍາລັງຜັນແປໄປຢ່າງສັບສົນຢູ່ໃນພາກພື້ນນີ້.