ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ

ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ - 186482642 1970182369808748 5211762624395000279 n - ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ
ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ - kitchen vibe - ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ

ໂດຍ: ທິດກ່ຳ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຮັບເອົາແຮງງານລາວທີ່ສະໝັກໃຈກັບຄືນມາປະເທດຊາດຂອງຕົນນັ້ນ ເປັນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງເປັນທຳຂອງລັດຖະບານເຮົາຕໍ່ພວກເຂົາເຈົ້າ ແລະ ເຂົາກໍເປັນພົນລະເມືອງລາວ, ຄັນເຮົາບໍ່ຮັບ ໃຜຊິຮັບ. ປະໂຫຍກຄຳເວົ້ານີ້ແມ່ນເພິ່ນກ່າວຢູ່ໃນກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ໄຂຂຶ້ນແຕ່ວັນທີ 5-10 ສິງຫາ 2021 ທີ່ຜ່ານມານີ້ເອງ.

ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ - Visit Laos Visit SALANA BOUTIQUE HOTEL - ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ

ຄືດັ່ງພວກເຮົາໄດ້ເຫັນ ແລະ ຮັບຮູ້ນຳກັນມາແລ້ວວ່າ, ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຊາວໂລກຕ້ອງພາກັນອົນລະຫົນວົນລະແວງເປັນຫ່ວງເປັນໄຍຕໍ່ຊີວິດອິນຊີຂອງຕົນ. ເວົ້າແຈ້ງແລ້ວກໍແມ່ນຢ້ານຕາຍ. ເຊື້ອພະຍາດໂຄວິດ-19 ເປັນພະຍາດທີ່ຮ້າຍແຮງ, ອັນຕະລາຍ ແລະ ຕິດແປດໄດ້ໄວ, ຊ້ຳບໍ່ໜຳ ມັນສາມາດກາຍພັນໄປຕິກໆ, ໂຕທີ່ກາຍພັນອອກມາໃໝ່ ແລະ ໂຫດກວ່າໝູ່ກໍແມ່ນສາຍພັນອິນເດຍ ຫລືວ່າ ສາຍພັນເດວຕາ ເຊິ່ງພວມເລີ່ມແຜ່ລະບາດຢູ່ລາວເຮົາໃນປັດຈຸບັນ.

ຈາກການແຜ່ລະບາດຂອງເຊື້ອພະຍາດທີ່ວ່ານີ້, ສະເພາະຢູ່ລາວເຮົາ ແລະ ປະເທດອ້ອມຂ້າງກໍມີຜົນກະທົບໄປຕາມໆກັນ. ຈາກສະຖິຕິຫລ້າສຸດໃນວັນທີ 16 ສິງຫາ 2021 ຢູ່ປະເທດໄທມີຄົນຕິດເຊື້ອໃໝ່ເຖິງ 21.157 ຄົນແລ້ວ, ສະເພາະການຕາຍແມ່ນ 182 ຄົນ. ສ່ວນ ສປປ ລາວເຮົານັ້ນ ມາຮອດວັນທີ 16 ສິງຫາ 2021 ມີຜູ້ຕິດເຊື້ອໃນແຕ່ລະວັນບໍ່ຕ່ຳກວ່າ 100 ຫາ 200 ຄົນ ຫລື ມີບາງມື້ກໍຂຶ້ນຮອດ 300 ກວ່າຄົນ. ສ່ວນວ່າຜູ້ເສຍຊີວິດມາຮອດໄລຍະນີ້ແມ່ນຫາກໍມີ 9 ຄົນ. ນີ້ຄືຄວາມອັນຕະລາຍຮ້າຍກາດຂອງເຊື້ອພະຍາດຫ່າກິນຕັບກິນປອດຄົນ.

ແຕ່ແນວໃດກໍຕາມ, ສຳລັບ ສປປ ລາວ ຂອງພວກເຮົາຖືວ່າຍັງຖືວ່າຢູ່ໃນເງື່ອນໄຂຄຸມເຂັ້ມ ແລະ ອັນສຳຄັນທີ່ສຸດ ໃນພາລະກິດປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ຄວບຄຸມໂຣກລະບາດຈາກພະຍາດໂຄວິດ-19 ໜຶ່ງໃນພາລະກິດອັນສຳຄັນກໍຄື ພັກ ແລະ ລັດຖະບານເຮົາໄດ້ສັນຫາເອົາວັກຊິນຫລາຍຊະນິດໃຫ້ປະຊາຊົນໄດ້ເຂົ້າເຖິງ. ຄາດວ່າໝົດປີນີ້ ພົນລະເມືອງລາວໃນທົ່ວປະເທດອາດເຂົ້າເຖິງຢາວັກຊີນເກີນ 50% ຫລື ອາດຫລາຍກວ່ານັ້ນ.
ເມື່ອຕັ້ງໂຈດກັນວ່າ, ເປັນຫຍັງແຮງງານລາວຢູ່ໄທຈຶ່ງພາກັນໂຫ່ກັບຄືນປະເທດ. ຄຳຕອບໂຈດມັນກໍມີຫລາຍປັດໄຈ ເປັນຕົ້ນໜີຈາກຄວາມຕາຍ, ອັນສອງມາແຮງງານລາວຢູ່ໄທຍັງບໍ່ທັນເຂົ້າເຖິງຢາວັກຊີນປ້ອງກັນໂຄວິດ ຈຶ່ງເປັນເຫດໃຫ້ພາກັນຫລຸຫລັ່ງທັ່ງເທກັບບ້ານເກີດເມືອງນອນເປັນຮ້ອຍເປັນພັນເປັນໝື່ນເປັນແສນຄົນໃນທົ່ວປະເທດ. ໃນບັນດາແຂວງທີ່ມີແຮງງານກັບຄືນຖິ່ນຫລາຍກວ່າໝູ່ກໍມີແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ ແລະ ແຂວງອື່ນໆທີ່ມີຊາຍແດນຕິດກັບປະເທດໄທ.

ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງບໍ່ແມ່ນເຂົາມາລ້າໆ ໄດ້ນຳເອົາພະຍາດເດວຕາເຂົ້າມາພ້ອມ ຈຶ່ງຂໍໃຫ້ທຸກຄົນມີສະຕິປ້ອງກັນຕົນເອງ ເພື່ອຊາດ ແລະ ເພື່ອຄອບຄົວ. ການກັບຄືນມາຫາອ້ອມກອດຂອງພໍ່ແມ່ ແລະ ປະເທດຊາດແມ່ນຄວາມຫວັງອັນຍິ່ງໃຫຍ່ຂອງແຮງງານລາວ ທັງເປັນນະໂຍບາຍອັນຖືກຕ້ອງເປັນທຳຂອງພັກ ແລະ ລັດຖະບານທີ່ມີຕໍ່ພົນລະເມືອງຂອງຕົນຕາມທີ່ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ກ່າວ.

ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ - 3 - ຮັບແຮງງານລາວຄືນຖິ່ນແມ່ນນະໂຍບາຍທີ່ຖືກຕ້ອງເປັນທຳຂອງລັດຖະບານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!