ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022 ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ

- deec88d0 adc3 4a28 a0f1 f1d1d02384e1 - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ
- kitchen vibe - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ

ວັນທີ 12 ສິງຫາ 2021 ຜ່ານມານີ້, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະ ຊຸມການສ້າງແຜນລະອຽດຕາມສາລະບານງົບປະມານປີ 2022 ໂດຍການເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ກຳມະການພັກກະຊວງ, ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຄະນະນຳຫ້ອງການ, ຄະນະນຳກົມ ແຜນການ-ການເງິນຂອງ 14 ກະຊວງ-ອົງການ, ຄະນະພະແນກ, ພະນັກງານວິຊາການເຂົ້າຮ່ວມ, ຊຶ່ງກອງປະ ຊຸມດັ່ງກ່າວໄດ້ຮັບການສະໜັບ ສະໜູນທຶນຈາກໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ (PFMRP, EU-WB).

ກອງປະຊຸມດັ່ງກ່າວ, ແມ່ນເພື່ອປຶກສາຫາລືການເຮັດທົດລອງການສ້າງແຜນງົບປະມານລະອຽດແຕ່ຫົວທີ ຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ເປັນປີທຳອິດທີ່ກະຊວງການເງິນໄດ້ດຳເນີນການແຈ້ງແຜນງົບປະມານ 1+2 (ແຈ້ງເພດານແຜນປີ 2022 ແລະ ຄາດຄະເນຂອບແຜນປີ 2023 ແລະ ປີ 2024), ພ້ອມກັ້ນນັ້ນໄດ້ ປຶກສາຫາລືກ່ຽວກັບການປະຕິບັດງົບປະມານທ້າຍປີ 2021.
ແຜນງົບປະມານປີ 2022 ປັບປຸງໂຄງສ້າງແຜນງົບປະມານແຫ່ງລັດໃຫ້ມີຄວາມສົມດູນລາຍຮັບ-ລາຍຈ່າຍພາຍໃນ, ຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ
ໃໝ່ເພີ່ມຂຶ້ນ, ສູ້ຊົນຮັກສາເພດານລາຍຈ່າຍໃນລະດັບປີຜ່ານມາ, ຜັນຂະຫຍາຍມາດຕະການປະຢັດມັດທະຢັດຕ້ານ ການຟູມເຟືອຍຕາມນະໂຍບາຍລັດຖະບານ, ເລັ່ງໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ເປັນ ວາລະແຫ່ງຊາດ ແລະ ມາດຕະການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ.

- Visit Laos Visit SALANA BOUTIQUE HOTEL - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ

ໃນໄລຍະຜ່ານມາຂອງບາງຫົວໜ່ວຍງົບປະມານທີ່ເຫັນວ່າຍັງບໍ່ທັນມີປະສິດທິຜົນ ແລະ ບໍ່ທັນໃກ້ຄຽງກັບສະພາບຕົວຈິງ, ສ້າງແຜນລາຍຈ່າຍມີລັກສະນະລາຍຈ່າຍສູງ, ແຕ່ດ້ານລາຍ ຮັບຕ່ຳ; ບວກກັບທິດທາງລວມຂອງການສ້າງແຜນປີ 2022, ກະຊວງການເງິນ ກົມງົບປະມານແຫ່ງລັດຈຶ່ງໄດ້ດຳ ເນີນການເຮັດທົດລອງການສ້າງແຜນລະອຽດແຕ່ຫົວທີ່ກ່ອນນຳສະເໜີຕໍ່ສະພາແຫ່ງຊາດກັບ 14 ກະຊວງ-ອົງການເພື່ອສ້າງເປັນຕົວແບບໃນການສ້າງແຜນງົບປະມານຊຸມປີຕໍ່ໄປ.

ສະຫາຍ ພູວົງ ກິດຕະວົງ ລາຍງານກ່ຽວກັບການປະຕິບັດງົບປະມານ ໃນ 7 ເດືອນຜ່ານມາ, ຄາດຄະເນການປະຕິ ບັດງົບປະມານໝົດປີ 2021, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການປະ ຕິບັດງົບປະ ມານ, ພ້ອມນັ້ນກໍ່ໄດ້ສະເໜີທິດທາງ ລວມຂອງການສ້າງ ແຜນງົບປະມານ ແຫ່ງລັດ ປີ 2022, ບັນຫາເສດຖະກິດ-ການເງິນທີ່ເປັນວາລະແຫ່ງຊາດ, ຈາກນັ້ນກໍ່ໄດ້ຮັບຟັງການສະເໜີຂອງທ່ານ ນາງ ທອງຈັນ ສຸລິນພູມມີ ຮອງຫົວໜ້າກົມງົບປະມານແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດງົບປະມານໄລຍະທ້າຍປີ 2021 ແລະ ການສະເໜີຂອງຫົວໜ້າພະແນກງົບປະມານສູນກາງໃນການແນະນຳວິທີການ ແລະ ການຮ່ວມເຮັດວຽກໃນການສ້າງແຜນລະອຽດຕາມສາລະບານງົບປະມານປີ 2022 ແລະ ຮັບຟັງການປະກອບຄຳຄິດຄຳເຫັນກ່ຽວກັບການປະຕິບັດແຜນງົບປະມານທ້າຍປີ 2021 ແລະ ການສ້າງແຜນລະອຽດປີ 2022 ຈາກບັນດາກະຊວງ-ອົງການທີ່ເຂົ້າຮ່ວມ, ຊຶ່ງເຫັນວ່າມີເນື້ອໃນທີ່ຫຼາກຫຼາຍ ແລະ ມີຄວາມສຳຄັນເພື່ອຮ່ວມກັນວາງທິດທາງ ໃນການສ້າງແຜນ ແລະ ປະຕິບັດແຜນໃນຕໍ່ໄປໃຫ້ສຳເລັດຕາມຄາດໝາຍ.

- 3 - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ
- 4 - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ
- 5 - ກະຊວງການເງິນສ້າງແຜນງົບປະມານປະຈຳປີ 2022  ໂດຍຮັບປະກັນໃຫ້ມີສ່ວນສະສົມໄວ້, ເລັ່ງໃສ່ມາດຕະການສ້າງຖານລາຍຮັບ ໃໝ່ເພີ່ມຂຶ້ນ