ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ

ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ - 228410039 547429280039110 1322929543922081859 n - ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ
ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ - kitchen vibe - ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ

ໃນວັນທີ 13 ສິງຫາ 2021 ນີ້ ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ ໄດ້ກ່າວຄຳປາໄສວ່າ: ກ່ອນໜ້ານີ້ 30 ປີ ຄື: ວັນທີ 13 ສິງຫາ 1991, ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍ ຢູ່ຫໍສະພາແຫ່ງຊາດ (ຫຼັງເກົ່າ) ໃນສະຖານທີ່ແຫ່ງນີ້, ກອງປະຊຸມໄດ້ພ້ອມກັນພິຈາລະນາຮ່າງລັດຖະທຳມະນູນ ທີ່ຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມ. ຜ່ານການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ ແລະ ເລິກເຊິ່ງ, ມາໃນວາລະປະຊຸມ ຕອນບ່າຍ ວັນທີ 14 ສິງຫາ 1991 ກອງປະຊຸມໄດ້ຮັບຮອງເອົາລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ຢ່າງເປັນເອກະສັນ ແລະ ໃນວັນຕໍ່ມາ ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ໃນເວລານັ້ນ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ປະກາດໃຊ້ລັດຖະທຳມະນູນ ສະບັບດັ່ງກ່າວຢ່າງເປັນທາງການ.
ໂດຍປະຕິບັດ ຕາມມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດສະບັບເລກທີ 28/ກມສພ, ລົງວັນທີ 24 ມິຖຸນາ 2021,ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 151/ຄລສພ, ລົງວັນທີ 09 ກໍລະກົດ 2021ແລະ ຄໍາແນະນໍາ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 08/ຄປຈ, ລົງວັນທີ 14 ກໍລະກົດ 2021ກ່ຽວກັບການກະກຽມສະເຫຼີມສະຫຼອງວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 30 ປີແລະ ຜ່ານການກະກຽມດ້ວຍຄວາມຮັບຜິດຊອບສູງ ແລະ ຢ່າງເຄັ່ງຮ້ອນນັ້ນ ມາຮອດມື້ນີ້ ຄະນະຮັບຜິດຊອບຊີ້ນໍາສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຈຶ່ງໄດ້ພ້ອມກັບຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ໄດ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນປະກາດໃຊ້ລັດຖະທໍາມະນູນແຫ່ງຊາດ ລາວທີ່ໄດ້ໝູນວຽນມາ ຄົບຮອບ 30 ປີໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIXແລະ ບັນດາມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນຂະບວນການຟົດຟື້ນ, ແຂງແຮງ ແລະ ກ້ວາງຂວາງໃນຂອບເຂດທົ່ວປະເທດ.
ໃນງານໂຮມຊຸມນຸມອັນຄຶກຄື້ນ ແລະ ສະຫງ່າລາສີນີ້,ພວກເຮົາຂໍສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ກຽດເຂົ້າຮ່ວມງານໂຮມຊຸມນຸມ ອັນມີຄວາມໝາຍຄວາມສຳຄັນທາງປະຫວັດສາດຄັ້ງນີ້ ຢ່າງສຸດອົກສຸດໃຈ (ຂໍຊົມເຊີຍ)!
ຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາທ່ານຜູ້ນໍາ, ອະດີດການນໍາຂັ້ນສູງ ຂອງພັກ ແລະ ລັດ, ບັນດານັກປະຕິວັດອາວຸໂສ, ອະດີດສະມາຊິກສະພາແຫ່ງຊາດ, ອະດີດຄະນະກຳມະການຮ່າງລັດຖະທຳມະນູນ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆ ອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານໂຮມຊຸມນຸມຄັ້ງນີ້້ຢ່າງສຸດອົກສຸດໃຈ(ຂໍຊົມເຊີຍ)!

ພາຍຫຼັງລັດຖະທຳມະນູນ ແຫ່ງ ສປປ ລາວສະບັບທຳອິດໄດ້ຖືກປະກາດໃຊ້ ເປັນເວລາ 4 ປີ, ມາຮອດທ້າຍປີ 1995 ໂດຍໄດ້ຮັບຄຳເຫັນດີຈາກກົມການເມືອງສູນກາງພັກ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ IIIຈຶ່ງໄດ້ຕົກລົງກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ(ວັນທີ 15 ສິງຫາ1991) ເປັນວັນລັດຖະທຳມະນູນແຫ່ງຊາດ ແນໃສ່ເພື່ອສະຫຼຸບຕີລາຄາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນແຕ່ລະປີ, ສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກໄປສູ່ລວງເລິກ ເປັນຕົ້ນ ການປ່ຽນແປງໃໝ່ ລະບົບການເມືອງ ປະຊາທິປະໄຕປະຊາຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ເປັນເທື່ອລະກ້າວນັ້ນ ຈຶ່ງມີຄວາມຈຳເປັນໃນການປັບປຸງລັດຖະທຳມະນູນ ສະບັບທຳອິດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່. ລັດຖະທຳມະນູນ ສະບັບປັບປຸງປີ 2003 ແມ່ນໄດ້ເພີ່ມເນື້ອໃນໃໝ່ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ່ຽນຊື່ໝວດວ່າດ້ວຍອົງການຕຸລາການ ເປັນອົງການສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ແລະ ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ໄດ້ເພີ່ມເນື້ອໃນເຂົ້າໃໝ່ ກ່ຽວກັບສະພາປະຊາຊົນຂັ້ນແຂວງ, ການກວດສອບແຫ່ງລັດ ແລະ ຄະນະກຳມະການເລືອກຕັ້ງ.
ໃນຕະຫຼອດໄລຍະ 30 ປີ ທີ່ຜ່ານມາ, ພວກເຮົາມີຄວາມພາກພູມໃຈ ທີ່ເຫັນວ່າ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດໄດ້ຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນເປັນປຶກແຜ່ນແໜ້ນໜາ,ສູ້ຊົນບຸກບືນເຂົ້າຮ່ວມຢ່າງພ້ອມພຽງ ໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ, ສ້າງຜົນງານອັນພົ້ນເດັ່ນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາຍັງປະສົບກັບສິ່ງທ້າທາຍ ທົດສອບໃຫຍ່ຫຼາຍຢ່າງ ແລະ ຍັງມີຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ຊຶ່ງເລັ່ງທວງໃຫ້ພັກ ແລະ ລັດ ເຮົາ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມກັນບຸກບືນສູ້ຊົນ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອປັບປຸງ,ແກ້ໄຂ ເປັນກ້າວໆ, ສືບຕໍ່ຍຶດໝັ້ນພາລະກິດປ່ຽນແປງໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.
ສຳລັບສະພາແຫ່ງຊາດ, ພວກເຮົາມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ: ສະພາແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຄຸນນະພາບ ກໍຄືດ້ານປະລິມານຢ່າງບໍ່ຢຸດຢັ້ງ, ເຮັດຫຼ້ອນພາລະກຳປະຫວັດສາດອັນມີກຽດຂອງຕົນ. ສະພາປະຊາຊົນສູງສຸດ ຊຸດທີ I (1975-1989) ໄດ້ເຮັດພາລະບົດບາດຕົ້ນຕໍຂອງຕົນ ໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຮຳບາດແຜສົງຄາມ, ພື້ນຖານເສດຖະກິດ, ວັດທະນະທຳ-ສັງຄົມໃໝ່ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນທົດສະວັດທຳອິດ ພາຍຫຼັງສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດທີ່ຫາກໍ່ຍາດມາໄດ້ໄວ້ຢ່າງໝັ້ນຄົງ; ສະພາປະຊາຊົນສູງສຸດ ຊຸດທີ II (1989-1991) ກໍໄດ້ເຮັດຫຼ້ອນພາລະບົດບາດຕົ້ນຕໍຂອງຕົນ ໃນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ແລະ ຮັບຮອງເອົາກົດໝາຍຈຳນວນ 22 ສະບັບ, ຊຶ່ງເປັນຂີດໝາຍປະຫວັດສາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ.
ນັບແຕ່ສະພາແຫ່ງຊາດ ຊຸດທີ III (1992-1997) ເປັນຕົ້ນມາ, ສະພາແຫ່ງຊາດ ແຕ່ລະຊຸດ ກໍໄດ້ເອົາໃຈໃສ່ປັບປຸງທາງດ້ານການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ ເຂັ້ມແຂງຂຶ້ນ ແລະ ສອດຄ່ອງ ກັບໜ້າທີ່ການເມືອງຂອງພັກ ແລະ ຂອງສະພາແຫ່ງຊາດ ໃນແຕ່ລະໄລຍະ, ພ້ອມທັງຍົກສູງຄຸນນະພາບ ໃນການເຄື່ອນໄຫວປະຕິບັດພາລະບົດບາດອັນຄົບຖ້ວນ, ເປັນປົກກະຕິຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນ ໄດ້ຍົກສູງປະສິດທິພາບ, ປະສິດທິຜົນໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ, ພາລະບົດບາດດ້ານການຕົກລົງບັນຫາສຳຄັນທີ່ເປັນພື້ນຖານຂອງປະເທດຊາດ ແລະ ພາລະບົດບາດໃນການຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການແຫ່ງສິດອຳນາດລັດ ໃນລະບອບປະຊາທິປະໄຕ ປະຊາຊົນ; ພ້ອມກັນນັ້ນ, ກໍໄດ້ຕັ້ງໜ້າເຄື່ອນໄຫວໃນເວທີຂອງອົງການລັດຖະສະພາພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງບົດບາດຂອງພັກ, ລັດ ແລະ ປະເທດຊາດ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ.
ໃນໄລຍະຫ້າປີຕໍ່ໜ້ານີ້ (2021-2026), ສະພາແຫ່ງຊາດ ຊຸດທີ IXຈະໄດ້ສືບທອດມູນເຊື້ອອັນດີງາມຂອງສະພາແຫ່ງຊາດ ຊຸດຜ່ານມາ, ສູ້ຊົນສ້າງການຫັນປ່ຽນຢ່າງແຂງແຮງ, ເລິງເຊິ່ງ ແລະ ຮອບດ້ານ ໃນດ້ານການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດພາລະບົດບາດທີ່ສຳຄັນຂອງຕົນ,ເປັນຕົ້ນແມ່ນຮ່ວມກັບສະພາປະຊາຊົນຂັ້ນແຂວງ ຕັ້ງໜ້າຕິດຕາມ, ກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ບັນດາມະຕິ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ…ພິເສດ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເຂົ້າສູ່ຕົວຈິງ, ມີຄວາມເດັດຂາດ, ເຂັ້ມງວດ ໃນການປະຕິບັດ ແລະຮັບປະກັນປະສິດທິຜົນສູງປະກອບສ່ວນສໍາຄັນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເພື່ອປະຊາຊົນ, ມາຈາກປະຊາຊົນ ແລະ ເປັນຂອງປະຊາຊົນຕາມທິດສັງຄົມນິຍົມ ເພື່ອແນໃສ່ບັນລຸເປົ້າໝາຍ ປະເທດຊາດມັ້ງຄັ້ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ.

ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ - Visit Laos Visit SALANA BOUTIQUE HOTEL - ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ
ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ - 4 - ທ່ານ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່າວປາໄສ ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດຄົບຮອບ30 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!