ອາຣັບບີ ຊາອຸດິດ ລະງັບນຳເຂົ້າຊີ້ນ ແລະ ສັດປີກຈາກບຣາຊິນກັງວົນອາຫານປົນເປື້ອນ

- kitchen vibe - ອາຣັບບີ ຊາອຸດິດ ລະງັບນຳເຂົ້າຊີ້ນ ແລະ ສັດປີກຈາກບຣາຊິນກັງວົນອາຫານປົນເປື້ອນ

- 1490259949144 960x0 300x169 - ອາຣັບບີ ຊາອຸດິດ ລະງັບນຳເຂົ້າຊີ້ນ ແລະ ສັດປີກຈາກບຣາຊິນກັງວົນອາຫານປົນເປື້ອນ
    ອາຣັບບີ ຊາອຸດິດ ລະງັບການນຳເຂົ້າຊີ້ນສັດ ແລະ ສັດປີກຈາກບໍລິສັດບຣາຊິນ 4 ແຫ່ງ ຈາກຄວາມກັງວົນກ່ຽວກັບຄວາມປອດໄພດ້ານອາຫານ, ພາຍຫລັງມີຂໍ້ກ່າວຫາວ່າມີການຕິດສິນບົນເຈົ້າໜ້າທີ່ໃຫ້ອະນຸຍາດຈຳໜ່າຍຊີ້ນເໜົ່າ ແລະ ຊີ້ນປົນເປື້ອນພະຍາດ.

ຕຳຫລວດບຣາຊິນຕັ້ງຂໍ້ກ່າວຫາຜູ້ກ່ຽວຂ້ອງກວ່າ 100 ຄົນ ສ່ວນຫລາຍເປັນເຈົ້າໜ້າທີ່ກວດສອບດ້ານສາທາລະນະສຸກວ່າຮັບສິນບົນ ໂດຍອະນຸຍາດໃຫ້ຈຳໜ່າຍຜະລິດຕະພັນເໜົ່າ, ປອມແປງເອກະສານສົ່ງອອກ ແລະ ບໍ່ໄດ້ກວດສອບໂຮງງານບັນຈຸຈາກການຕິດຕາມສອບສວນເປັນເວລາ 2 ປີໃນອຸດສາຫະກຳບັນຈຸອາຫານແຊ່ແຂງ ຂອງບຣາຊິນ. ສຳນັກຂ່າວສະປາຂອງທາງການລາຍງານອ້າງຖະແຫລງການສຳນັກງານອາຫານ ແລະ ຢາຂອງອາຣັບບີ ຊາອຸດິດວ່າ: ມາດຕະການຫ້າມນຳເຂົ້າຊີ້ນສັດຈາກບຣາຊິນ ເຊິ່ງເປັນຜູ້ສົ່ງອອກຊີ້ນສັດປີກລາຍໃຫຍ່ທີ່ສຸດໃນໂລກມີຂຶ້ນເປັນການຊົ່ວຄາວ ເພື່ອຄວາມປອດໄພຂອງປະຊາຊົນ.

- Visit Laos Visit SALANA BOUTIQUE HOTEL - ອາຣັບບີ ຊາອຸດິດ ລະງັບນຳເຂົ້າຊີ້ນ ແລະ ສັດປີກຈາກບຣາຊິນກັງວົນອາຫານປົນເປື້ອນ
- 5 - ອາຣັບບີ ຊາອຸດິດ ລະງັບນຳເຂົ້າຊີ້ນ ແລະ ສັດປີກຈາກບຣາຊິນກັງວົນອາຫານປົນເປື້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!