ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ

ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ - WhatsApp Image 2021 08 11 at 12 - ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ
ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ - kitchen vibe - ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ

ໃນວັນທີ 11 ສິງຫາ 2021, ທີ່ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19, ຈໍານວນ 1.000.000 ໂດສ ຊຶ່ງເປັນການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ, ຕາງໜ້າລັດຖະບານຈີນມອບໂດຍ ທ່ານ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຕາງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທີ່ໄດ້ສົ່ງວັກຊີນ ປ້ອງກັນພະຍາດໂຄວິດ-19 ຈຳນວນ 1 ລ້ານໂດສ ມາຊ່ວຍ ສປປ ລາວໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ.ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ,ເຊິ່ງປີນີ້ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ,ຊຶ່ງເປັນປີມິດຕະພາບລະຫວ່າງສອງປະເທດທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ບໍ່ວ່າຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍຕໍ່ ສປປ ລາວ ໂດຍສະເພາະໃນສະພາບປັດຈຸບັນທີ່ສປປ ລາວ ກຳລັງສຸມໃສ່ຮັບມືກັບແຮງງານລາວທີ່ຕິດເຊື້ອມາຈາກຕ່າງປະເທດມີຈຳນວນຫລາຍໃນແຕ່ລະວັນ. ໃນຂະນະດຽວກັນ,ລັດຖະບານ ແລະ ປະຊາຊົນຈີນ ກໍ່ໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫລືອອັນລ້ຳຄ່າ ມາໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນັ້ນ,ການສັກຢາວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແມ່ນຄວາມຈຳເປັນໃນການປ້ອງກັນຊີວິດຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ພົນລະເມືອງລາວໄດ້ 50% ຂອງພົນລະເມືອງພາຍໃນປີ 2021 ນີ້.

ໃນໂອກາດດຽວກັນ, ທ່ານ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫລືອຄັ້ງນີ້ ຊຶ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງ ສປ ຈີນຕໍ່ລັດຖະບານລາວ ແລະ ປະຊາຊົນລາວ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນເຊິ່ງກັນ ແລະ ກັນ ອີກດ້ວຍ.

ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ - 4 - ມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000.000 ໂດສ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!