ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ

ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ - 55 - ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ
ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ - kitchen vibe - ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ

ເມື່ອເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນວ ໃຫ້ຮູ້ວ່າ: ວັນທີ 14 ມິຖຸນາ 2021 ຜ່ານມາ ໄດ້ກັກຕົວກຸ່ມແກ້ງລັກລົດຈັກໄດ້ 3ຄົນ ຄື: ທ້າວ ສຸລິຍາ ອາຍຸ 20 ປີ, ທ້າວ ສຸດໃຈ ອາຍຸ 24 ປີ ທັງສອງຢູ່ບ້ານຫົວຂົວ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ແລະ ທ້າວ ໂຊກໄຊ ອາຍຸ 20 ປີ ຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງສາມຄົນຮັບສາລະພາບວ່າ: ໃນທ້າຍເດືອນພຶດສະພາ 2021, ໄດ້ມີໝູ່ຂອງທ້າວ ສຸລິຍາ ເອົາລົດຄັນດັ່ງກ່າວມາໃຫ້ໄປຂາຍ, ແຕ່ພວກກ່ຽວບໍ່ຮູ້ທີ່ມາຂອງລົດ; ເມື່ອໄດ້ລົດມາແລ້ວພວກກ່ຽວກໍ່ໄດ້ດັດແປງສະພາບເຕັກນິກ ແລ້ວເອົາໄປຂາຍ. ທັງສາມຮ່ວມກັນເຄື່ອນໄຫວລັກລົດຈັກມາແລ້ວ 4 ຄັ້ງໄດ້ລົດຈັກ 4 ຄັນ ໂດຍນໍາໃຊ້ກະແຈດັດແປງແບບໂຕເຕເປັນເຄື່ອງມື.

ປັດຈຸບັນ ຄະດີດັ່ງກ່າວພວມເລັ່ງຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ, ສ່ວນລົດຈັກທີ່ຖືກລັກໄປ ເຈົ້າໜ້າທີ່ນໍາເກັບກູ້ລົດຈັກຄືນມາໄດ້ 3 ຄັນ ແລ້ວມອບໃຫ້ເຈົ້າຂອງແລ້ວ 2 ຄັນ ຍັງອີກ 1 ຄັນ ກໍາລັງປະສານຫາເຈົ້າຂອງເພື່ອມາຮັບເອົາ

ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ - 3 - ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ
ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ - 4 - ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ
ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ - 5 - ຈັບແກ້ງລົດຈັກ 3 ຄົນ ພ້ອມຂອງກາງຄືນໄດ້ 3 ຄັນ