ປະຫວັດໂດຍຫຍໍ້ຂອງ ສະຫາຍ ຫງວຽນ ຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ


ທ່ານ ຫງວຽນຊວັນຟຸກ ເກີດເມື່ອ ວັນທີ 20/7/1954 ຢູ່ທີ່ຕາແສງ: ເກ໋ຟູ້, ເມືອງ: ເກ໋ເຊີນ, ແຂວງ: ກວາງນາມ ທ່ານເປັນ ຊົນເຜົ່າ: ກິງ
ທ່ານຈົບວຸດທິການສຶກສາ:
-ວິຊາສະເພາະ: ປະລິນຍາຕີ ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍ (ປີ 1978).
-ພາສາຕ່າງປະເທດ: ພາສາອັງກິດ B ແລະ ພາສາຣັດເຊຍ B.
ເຂົ້າພັກສົມບູນ 12/11/1983.
ເປັນຈຸບັນເປັນ ກຳມະການສູນກາງພັກ ຊຸດທີ X, XI, XII ແລະ ກຳມະການກົມການເມືອງຊຸດທີ XI, XII,VIII.
ເປັນສະມາຊິກສະພາແຫ່ງຊາດ ຊຸດທີ: XI, XIII ແລະ XIV.
ປະຫວັດການເຄື່ອນໄຫວ ແລະ ເຮັດວຽກ
1966 – 1968: ເປັນນັກຮົບ ແລະ ຖືກພັກແຕ່ງຕັ້ງໄປຮຽນບໍາລູງກໍ່ສ້າງຢູ່ພາກເໜືອ.
1968 – 1972: ເປັນເລຂາຊາວໜຸ່ມມັດທະຍົມຕອນປາຍ.
1973 – 1978: ເປັນນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ, ເປັນເລຂາໜ່ວຍຊາວໜຸ່ມ.
1978 – 1979: ພະນັກງານຄະນະຄຸ້ມຄອງເສດຖະກິດ ແຂວງກວາງນາມ-ດານັ່ງ.
1979 – 1993: ວິຊາການ, ຮອງຫົວໜ້າຫ້ອງການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງກວາງນາມ-ດານັ່ງ, ເລຂາຄະນະພັກອົງການ, ກຳມະການພັກ ແຂວງກວາງນາມ-ດານັ່ງ ຊຸດທີ 1 ແລະ 2, ປະທານ ສະມາຄົມວິທະຍາສາດເສດຖະກິດ ກວາງນາມ-ດານັ່ງ.
1993 – 1996: ຫົວໜ້າພະແນກທ່ອງທ່ຽວ ທັງເປັນປະທານສະພາຄຸ້ມຄອງເຂດທ່ອງທ່ຽວ ຟູຮາມາ ດານັ່ງ; ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ແຂວງກວາງນາມ-ດານັ່ງ; ກຳມະການພັກແຂວງ ກວາງນາມ-ດານັ່ງ ຊຸດທີ 15 ແລະ 16.
1997-2001: ຄະນະກໍາມະການພັກແຂວງກວາງນາມ ຊຸດທີ 17 ແລະ 18; ຮອງປະທານຄະນະປະຈໍາສະພາ ປະຊາຊົນແຂວງ ທັງເປັນຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ ແຂວງກວາງນາມ; ສະມາຊິກ ສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6 ແລະ ເປັນປະທານພັນທະມິດການຮ່ວມມືຊຸມ ຊົນແຂວງກວາງນາມ.
2001 – 2004: ຮອງເລຂາພັກແຂວງກວາງນາມ ຊຸດທີ 18; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກ ຮັບຜິດຊອບພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 6; ສະມາຊິກສະພາແຫ່ງຊາດ ຊຸດທີ 11; ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດແຂວງກວາງນາມ; ຄະນະກຳມະ ທິການເສດຖະກິດ-ງົບປະມານສະພາແຫ່ງຊາດ ຊຸດທີ 11, ທັງເປັນປະທານ ສະມາຄົມຂອງບັນ ດາສະມາຄົມ ວິທະຍາສາດເຕັກນິກແຂວງກວາງນາມ.
2004 – 2006: ຮອງເລຂາພັກແຂວງກວາງນາມ ຊຸດທີ 19; ປະທານສະພາປະຊາຊົນແຂວງ; ເລຂາຄະນະພັກ ຮັບຜິດຊອບ ພະນັກງານພັກສະພາປະຊາຊົນ ແຂວງກວາງນາມ ຊຸດທີ 7; ຄະນະຜູ້ແທນສະພາ ປະຊາຊົນ ແຂວງກວາງນາມຊຸດທີ 7; ສະມາຊິກສະພາແຫ່ງຊາດ; ຄະນະກຳມະທິການເສດຖະກິດ-ງົບປະມານ ສະພາແຫ່ງຊາດ ຊຸດທີ 11.
3/2006 – 5/2006: ຮອງປະທານຄະນະກວດກາລັດຖະບານ. ໃນກອງປະຊຸມທົ່ວປະເທດຂອງພັກ ສະໄໝທີ 10 ທ່ານໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ.
6/2006 – 8/2007: ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ຮອງຄະນະປະຈໍາຫ້ອງວ່າການ ລັດຖະບານ, ຮອງເລຂາຄະນະພັກຫ້ອງວ່າການ ລັດຖະບານ; ຄະນະກຳມະທິການ ເສດຖະກິດ-ງົບປະມານສະພາແຫ່ງຊາດ ຊຸດທີ 11.
8/2007-1/2011: ກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝທີ 10; ເລຂາຄະນະພັກຫ້ອງວ່າການລັດ ຖະບານ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ; ຄະນະກຳມະການຮັບຜິດຊອບພະນັກງານ ພັກຂອງລັດຖະບານ; ກຳມະການຄະນະບໍລິຫານງານສູນກາງພັກບັນດາອົງການຂັ້ນສູນກາງ; ຫົວ ໜ້າໜ່ວຍປະຕິບັດວຽກງານການປະຕິຮູບ ຂັ້ນຕອນການບໍລິຫານລັດ ຂອງນາຍົກ ລັດຖະມົນຕີ.
1/2011-7/2011: ກົມການເມືອງສູນກາງພັກ ສະໄໝທີ 11; ຄະນະກໍາມະການຮັບຜິດຊອບພະນັກງານ ພັກຂອງລັດຖະບານ; ເລຂາຄະນະພັກ; ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ.
8/2011-4/2016: ກົມການເມືອງສູນກາງພັກ ສະໄໝທີ 11; ຮອງເລຂາຄະນະຮັບຜິດຊອບ ພະນັກງານ ພັກຂອງລັດຖະບານ; ຮອງນາຍົກລັດຖະມົນຕີ; ປະທານ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ; ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສຽງເໜືອ; ຫົວໜ້າຄະນະຊີ້ນຳຕ້ານອາດຊະຍາກຳ ຂອງລັດຖະບານ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການຕ້ານການຄ້າຂາຍເຖື່ອນ-ສໍ້ໂກງ ການຄ້າ; ຫົວໜ້າຄະນະຊີ້ນຳການປະຕິຮູບວຽກງານບໍລິຫານລັດ; ປະທານຄະນະກຳມະການຄວາມ ປອດໄພທາງທ້ອງທະໜົນແຫ່ງຊາດ; ຫົວໜ້າຄະນະກຳມະການຕໍ່ຕ້ານພະຍາດ AIDS; ປາບ ປາມຢາເສບຕິດ ແລະ ການຄ້າປະເວນີ; ຮອງຄະນະກໍາມະການຊີ້ນໍາຂັ້ນສູນກາງວ່າດ້ວຍການ ຕໍ່ຕ້ານການຊໍ້ລາດບັງຫຼວງ; ຮອງຄະນະກໍາມາການຊີ້ນໍາປັບປຸງຂະແໜງການຍຸຕິທໍາຂັ້ນສູນກາງ; ຫົວໜ້າຄະນະກໍາມະການຊີ້ນໍາຂອງລັດຖະບານ ວ່າດ້ວຍການສະຫຼຸບການຈັດຕັ້ງປະຕິບັດລັດຖະ ທຳມະນູນ ປີ 1992; ຫົວໜ້າຂະແໜງຂອງອະນຸກຳມະການເສດຖະກິດ-ສັງຄົມ ໃນການກະ ກຽມກອງປະຊຸມໃຫຍ່ຂອງພັກຄັ້ງທີ XII; ເຂົ້າຮ່ວມໂຄງການການນຳບໍລິຫານຂັ້ນສູງ ຫວຽດນາມ ທີ່ ມະຫາວິທະຍາໄລ Harvard. ທີ່ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ຮັບການເລືອກຕັ້ງໃຫ້ເປັນ ຄະນະບໍລິຫານງານສູນກາງພັກ.
4/2016 – 7/2016: ກົມການເມືອງສູນກາງພັກ ສະໄໝທີ XII; ເລຂາຄະນະພັກຂອງລັດຖະບານ; ນາຍົກລັດຖະມົນຕີ; ຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະກຳມະການກອງຮ້ອຍສູນກາງ; ກຳມະການຄະນະປະຈໍາພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳລັດກ່ຽວກັບທະເລຕາເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາ ການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການພັດທະນາຊັບພະຍາ ກອນມະນຸດ; ສະມາຊິກສະພາແຫ່ງຊາດ ຊຸດທີ 14.
– ວັນທີ 20/07/2016, ທີ່ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຊຸດທີ XIV, ໄດ້ຮັບ ການຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ.
7/2016 – 4/2021: ກຳມະການກົມການເມືອງສູນກາງພັກ; ເລຂາຄະນະພັກຂອງລັດຖະບານ, ນາຍົກລັດຖະມົນຕີ; ຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະປະຈຳພັກການທະຫານສູນ ກາງ; ກຳມະການຄະນະປະຈຳພັກຕຳຫຼວດສູນກາງ; ປະທານຄະນະຊີ້ນຳ ລັດກ່ຽວກັບທະເລຕາ ເວັນອອກ ແລະ ໝູ່ເກາະ; ຫົວໜ້າຄະນະຊີ້ນຳລະດັບຊາດ ກ່ຽວກັບການເຊື່ອມໂຍງສາກົນ; ປະທານສະພາການແຂ່ງຂັນ-ຍ້ອງຍໍສູນກາງ; ປະທານສະພາແຫ່ງຊາດການສຶກສາ ແລະ ການ ພັດທະນາຊັບພະຍາກອນມະນຸດ, ປະທານກໍາມາທິການລະດັບຊາດວຽກງານ e-government; ຫົວໜ້າຄະນະກໍາມະການຊີ້ນໍາວຽກງານຄວາມໝັ້ນຄົງທາງອິນເຕີເນັດແຫ່ງ ຊາດ; ຫົວໜ້າຂະແໜງການເສດຖະກິດ-ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII; ໃນກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIII ໄດ້ຮັບການ ເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ຕັ້ງໃຫ້ດໍາລົງຕໍາແໜ່ງກໍາມະການກົມ ການເມືອງສູນກາງພັກອີກສະໄໝ.
05/04/2021- ປັດຈຸບັນ:
ກອງປະຊຸມສະໄໝສາມັນຄັ້ງທີ 11 ຂອງ ສະພາແຫ່ງຊາດຊຸດທີ XIV; ໄດ້ຮັບເລືອກໃຫ້ດຳລົງ ຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ.