ກັກໂຕໄດ້ແລ້ວ ທ້າວ ເຕ່ ຫລັງຈາກໜີການຈັບກັກຕົວຂອງເຈົ້າໜ້າທີ່ ໃນຂໍ້ຫາລັກເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ
ພາຍຫຼັງທີ່ ທ້າວ ເຕ່ ໄດ້ລັກເອົາຄົນເຂົ້າປະເທດ ໃນຄັ້ງວັນທີ 26 ມີຖຸນາ 2021 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ໄດ້ຊອກນຳຕົວ ເພື່ອນຳຜູ້ກ່ຽວເຂົ້າສູນກັກກັນ ແຕ່ຜູ້ກ່ຽວບໍ່ໃຫ້ການຮ່ວມມື ໄດ້ເອົາຕົວລົບໜີ, ຜ່ານການຕາມຫາຕົວຜູ້ກ່ຽວເປັນເດືອນ ຈຶ່ງສາມາດກັກຕົວໄດ້ໃນວັນທີ 27 ກໍລະກົດ 2021 ຜ່ານມາ ໃນຂໍ້ກ່າວຫາການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ຜູ້ກ່ຽວໄດ້ລັກລອບໄປຮັບເອົາຄົນມາແຕ່ປະເທດໄທ ແລ້ວເອົາຕົວຫຼົບໜີ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ເຕ່ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 26 ມິຖຸນາ ຜ່ານມາ ຕົນໄດ້ຮັບຄ່າຈ້າງຈຳນວນ 500.000 ກີບ ຈາກ ທ້າວ ເບີດ ຢູ່ບ້ານຄົກເພີງ ໃຫ້ຕົນຂ້າມໄປຮັບຜູ້ຍິງຄົນ 1 (ບໍ່ຮູ້ຊື່) ຢູ່ທ່ານ້ຳ ບ້ານຜາແດງ ເມືອງສັງຄົມ ແຂວງໜອງຄາຍ (ປະເທດໄທ) ໃນການໄປຮັບນັ້ນ ຕົນໄດ້ຊວນໝູ່ຄົນ 1 ໄປນຳ ຊື່ ທ້າວ ເຄັງ ອາຍຸ 25 ປີ ຢູ່ບ້ານຄົກເພີງ ທັງສອງໄດ້ພາກັນຂີ່ເຮືອຂ້າມໄປຮັບເອົາຜູ້ຍິງຄົນດັ່ງກ່າວ ໃນເວລາ 5:00 ໂມງເຊົ້າ ຂອງວັນທີ 26 ມິຖຸນາ 2021 ແລ້ວພາມາສົ່ງຂຶ້ນທ່ານ້ຳເຊີ່ງກັບເຮືອນຂອງ ທ້າວ ເບີດ ບ້ານຄົກເພີງ ແລະ ບໍ່ຮູ້ອີກວ່າ ທ້າວ ເບິດ ໄດ້ພາຜູ້ຍິງຄົນນັ້ນໄປໃສ, ສ່ວນພວກຕົນ ກໍ່ໄດ້ເອົາເຮືອໄປຊຸກເຊື່ອງໄວ້ແລ້ວພາກັນກັບເມື່ອເຮືອນ, ພໍຮອດເຮືອນ ນາງ ບີ ຜູ້ເປັນເມຍຂອງຕົນໄດ້ບອກວ່າມີເຈົ້າໜ້າທີ່ມາຖາມຫາ ຕົນຮູ້ສຶກຢ້ານ ຈິ່ງໄດ້ພາເມຍຫລົບໜີໄປເຊົ່າຫ້ອງແຖວຢູ່ບ້ານໂພນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ ຕົກມາຮອດວັນທີ 27 ກໍລະກົດ 2021 ພວກຕົນໄດ້ພາກັນກັບຄືນມາບ້ານ ຈິ່ງຖືກເຈົ້າໜ້າທີ່ກັກຕົວໄວ້.
ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ນະຄອນຫລວງ ໃຫ້ຮູ້ຕື່ມວ່າ: ທ້າວ ເບີດ ທີ່ເປັນຄົນວ່າຈ້າງ ທ້າວ ເຕ່ ໃຫ້ຂ້າມໄປເອົາຜູ້ຍິງມາຈາກປະເທດໄທນັ້ນຖືກເຈົ້າໜ້າທີ່ໄດ້ກັກຕົວໃນວັນທີ 12 ກໍລະກົດ 2021 ໃນຂໍ້ຫາ ຄ້າຂາຍຢາເສບຕິດ ແລະ ໄດ້ນໍາສົ່ງໃຫ້ ຄ້າຍຄຸມຂັງ-ດັດສ້າງ ປກສ ນະຄອນຫລວງວຽງຈັນ (ນາໄຫນາໂນ) ພ້ອມດ້ວຍຂອງກາງຢາບ້າ 12.000 ເມັດ, ສ່ວນຜູ້ຍິງທີ່ ທ້າວ ເຕ່ ເອົາຂ້າມມາຈາກປະເທດໄທ ເຈົ້າໜ້າທີ່ ປກສ ເມືອງສັງທອງ ພວມປະສານງານກັບ ຄ້າຍຄຸມຂັງ-ດັດສ້າງ ປກສ ນະຄອນຫລວງວຽງຈັນ ເພື່ອຂໍຕົວ ທ້າວ ເບີດ ມາສອບສວນ ຊອກຫາຜູ້ຍິງທີ່ລັກຂ້າມມານັ້ນຕໍ່ໄປ.