ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ

-                               1 - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ
- kitchen vibe - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ

ຖານປ່ອຍຍານອະວະກາດທີ່ໄດ້ແບບແປນມາຈາກມະນຸດຕ່າງດາວຈິນຕະນາການຈາກໜັງເລື່ອງ Contact.

            ໜັງເລື່ອງ  Contact. (ປີ 1997) ທີ່ນັກດາລາສາດສາມາດກວດຈັບຄື້ນຄວາມຖີ່ວິທະຍຸປິດສະໜາທີ່ຖືກສົ່ງມາຈາກຫ້ວງອະວະກາດໄກໂພ້ນ ເມື່ອນໍາຂໍ້ມູນທີ່ແຝງມາກັບຄື້ນຄວາມຖີ່ວິທະຍຸມາຖອດສະຫັດ ພົບວ່າມັນເປັນແບບແປນຍານອະວະກາດຂະໜາດນ້ອຍ ທີ່ຈະພາມະນຸດໜຶ່ງຄົນເດີນທາງໄປຍັງຈຸດໝາຍປາຍທາງອັນເປັນປິດສະໜາໃນຫ້ວງອະວະກາດ ແລະ ມີໂອກາດບໍ່ທີ່ຈິນຕະນາການໃນນິຍາຍວິທະຍາສາດ ຈະກາຍເປັນເລື່ອງຈິງຂຶ້ນມາໄດ້ ?.

- Visit Laos Visit SALANA BOUTIQUE HOTEL - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ

            ກັບສູ່ໂລກແຫ່ງຄວາມເປັນຈິງ ກັບຂ່າວການເຄື່ອນໄຫວອັນໜ້າຕື່ນເຕັ້ນໃນວົງການດາລາສາດ ເມື່ອມີການກວດພົບສັນຍານວິທະຍຸປິດສະໜາທີ່ຄາດວ່າຈະມີຕົ້ນກໍາເນີດມາຈາກ ດາວສີແດງຂະໜາດນ້ອຍທີ່ຢູ່ຫ່າງຈາກໂລກເປັນໄລຍະທາງໄກເຖິງ 11 ປີແສງ ແລະ ນັກດາລາສາດຍັງບໍ່ສາມາດໃຫ້ຄໍາຕອບໄດ້ວ່າ ສິ່ງໃດເຮັດໃຫ້ເກີດຄື້ນຄວາມຖີ່ວິທະຍຸປິດສະໜານີ້.

- 1111 1 - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ

            ຫໍເບິ່ງດາວລະບົບຄື້ນຄວາມຖີ່ວິທະຍຸ ອາເຣຊີໂບ

            ໂດຍສັນຍານປະຫຼາດນີ້ຖືກກວດພົບເປັນຄັ້ງທໍາອິດໃນເດືອນພຶດສະພາທີ່ຜ່ານມາ ໂດຍຫໍເບິ່ງດາວລະບົບຄື້ນຄວາມຖີ່ວິທະຍຸ ອາເຣຊີໂບ ທີ່ຕັ້ງຢູ່ໃນປະເທດເປີໂຕຣິໂກ (Arecibo Observatory)  ໃນຂະນະທີ່ນັກດາລາສາດກໍາລັງໃຊ້ຫໍເບິ່ງດາວລະບົບຄື້ນຄວາມຖີ່ວິທະຍຸຂະໜາດໃຫຍ່ສັງເກດການ ດາວເຄາະແດງດວງໜຶ່ງ ທີ່ມີມວນພຽງເຄິ່ງດຽວຂອງດວງອາທິດ (ດາວເຄາະແດງ ຫຼື Red dwarfs ຄືດາວຂະໜາດນ້ອຍທີ່ມີອຸນຫະພູມຂ້ອນຂ້າງຕໍ່າ) ໃນ​ໄລຍະເວລານັ້ນເອງ ພວກເຂົາກໍກວດພົບຄື້ນຄວາມຖີ່ວິທະຍຸປິດສະໜາ ຖືກສົ່ງມາຈາກຕໍາແໜ່ງຂອງດວງດາວທີ່ມີຊື່ວ່າ Ross 128 ໂດຍເປັນຄື້ນຄວາມຖີ່ວິທະຍຸແບບຊ່ວງຈັງຫວະສັ້ນໆ ເປັນໄປໄດ້ວ່າ ຄື້ນຄວາມຖີ່ນີ້ອາດຈະຖືກສົ່ງມາຈາກດາວເຄາະດວງແດງ ແຕ່ຮູບຄື້ນນັ້ນຂ້ອນຂ້າງຈະມີຄວາມແປກປະຫຼາດ ແລະ ເປັນຮູບຄື້ນທີ່ບໍ່ເຄີຍພົບຈາກດວງດາວໃດມາກ່ອນ ​ເຊິ່ງນີ້ເຮັດໃຫ້ທີມນັກດາລາສາດເກີດຄວາມມຶນ​ງົງຫຼາຍ ກັບການລະບຸແຫຼ່ງກໍາເນີດສັນຍານ ແຕ່ເມື່ອພິຈາລະນາຈາກໂຄງສ້າງຂອງຄື້ນຄວາມຖີ່ວິທະຍຸແລ້ວ ເບິ່ງຄືວ່າຕົ້ນກໍາເນີດຂອງມັນອາດຈະມາຈາກຫຍັງຈັກຢ່າງ ທີ່ຢູ່ໃນຫ້ວງຈັກກະວານອັນໄກໂພ້ນ.

- 2222 - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ

            ໃນ​ໄລຍະເວລານີ້ຍັງມີພຽງຄວາມສັບສົນກ່ຽວກັບແຫຼ່ງກໍາເນີດຂອງຄື້ນຄວາມຖີ່ວິທະຍຸປິດສະໜານີ້ ແລະ ຍັງບໍ່ມີວິທີໃດທີ່ສາມາດລະບຸແຫຼ່ງທີ່ມາຂອງມັນໄດ້ຢ່າງຈະ​ແຈ້ງ ອາດເປັນໄປໄດ້ວ່າຄື້ນຄວາມຖີ່ວິທະຍຸປິດສະໜານີ້ ອາດເກີດຈາກປາກົດການ Solar flares  ຂອງດາວ Ross 128 (Solar flares ຫຼື ປາກົດການແປວສຸລິຍະ ຄືການລະເບີດໃຫຍ່ໃນຊັ້ນບັນຍາກາດຂອງດາວພຸດ ທີ່ປົດປ່ອຍພະລັງງານອອກມາຢ່າງມະຫາສານ) ​ເຊິ່ງບໍ່ແມ່ນເລື່ອງແປກທີ່ຈະເກີດ Solar flares ເທິງດາວ Ross 128 ແຕ່ຂໍ້ສັງເກດຄື ຄື້ນຄວາມຖີ່ທີ່ເກີດຈາກ Solar flares  ຈະມີຄ່າຄວາມຖີ່ຕໍ່າກວ່າທີ່ມີການກວດພົບກັນໃນຄັ້ງນີ້.

            ເຮັດໃຫ້ເປັນໄປໄດ້ວ່າ ຄື້ນຄວາມຖີ່ປິດສະໜານີ້ ອາດຈະມາຈາກແຫຼ່ງກໍາເນີດອື່ນໃນຫ້ວງຈັກກະວານອັນໄກໂພ້ນ ​ເຊິ່ງມີ​ໄລຍະການສັງເກດທີ່ຊ້ອນທັບກັບດາວ Ross 128  ໂດຍທີ່ Abel Méndez ຫົວໜ້າຂອງຫ້ອງປະຕິບັດການສໍາຫລວດດາວເຄາະ ແຫ່ງ University of Puerto Rico ໄດ້ກ່າວວ່າ “ໃນຂະນະນີ້ ເຮົາຍັງບໍ່ມີຫຍັງ ທີ່ຈະມາອະທິບາຍວ່າ ດວງດາວສາມາດໃຫ້ກໍາເນີດຄື້ນວິທະຍຸທີ່ມີຄວາມແປກປະຫຼາດນີ້ໄດ້ແນວໃດ”

            ແລະ ຂ່າວດີຄື ທີມງານນັກດາລາສາດ ແຫ່ງຫໍເບິ່ງດາວ ອາເຣຊີໂບ ອາດຈະໄດ້ຄວາມກະຈ່າງ​ແຈ້ງຂອງເລື່ອງນີ້ໃນໄວໆ ໂດຍເມື່ອວັນອາທິດທີ່ຜ່ານມາ ທີມງານຂອງ Abel Méndez ໄດ້ຮັບໂອກາດໃຫ້ເຮັດການສໍາຫລວດດາວທີ່ຕ້ອງສົງ​ໄສອີກຄັ້ງ ແລະ ພາຍໃນອາທິດນີ້ ທີມງານຈະໄດ້ຮັບຂໍ້ມູນໃຫມ່ໆ ກ່ຽວກັບສິ່ງທີ່ພວກເຂົາສົງໄສ ແລະ ຫວັງວ່າໃນ​ໄລຍະທ້າຍອາທິດນີ້ ຫຼື ຕົ້ນອາທິດໜ້າ ພວກເຂົາຈະສາມາດອະທິບາຍເຖິງຕົ້ນກໍາເນີດຂອງຄື້ນຄວາມຖີ່ວິທະຍຸປິດສະໜາໄດ້ ໂດຍທີ່ Abel Méndez ກ່າວກັບສື່ວ່າ “ເພາະຢາກຮູ້ໃຫ້ໄດ້ວ່າມັນແມ່ນຫຍັງ ເລີຍຮີບຮ້ອນກັບເລື່ອງນີ້”

 

- 5 - ຄົບພົບຄື້ນຄວາມຖີ່ວິທະຍຸປິດສະໜາຈາກດວງດາວ ທີ່ຢູ່ໄກ 11 ປີແສງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!