ກົດໝາຍ, ນະໂຍບາຍ ແລະ ມາດຕະການ ທີ່ມີຈິງແຕ່ອ່າວແປກ
ໂດຍ: ວິເສດ ສະແຫວງສຶກສາ
ບັນດາປະເທດທີ່ມີລະບົບລັດຖະສະພານັ້ນລ້ວນແຕ່ມີກົດໝາຍວ່າດ້ວຍສະພາທີ່ເຮັດໜ້າທີ່ຄຸ້ມຄອງການເຄື່ອນໄຫວຂອງລະບົບທີ່ກຳນົດພາລະບົດບາດ ແລະ ຄວາມຮັບຜິດຊອບຂອງສະພາ ແລະ ສະມາຊິກສະພາ ນັບແຕ່ສະພາຂັ້ນສູນກາງລົງຮອດສະພາທ້ອງຖິ່ນ. ໃນບົດບັນຍັດກ່ຽວກັບຄວາມຮັບຜິດຊອບຂອງຜູ້ແທນທີ່ປະຊາຊົນເລືອກຂຶ້ນມາກັບມືນັ້ນ ແນ່ນອນມີຫລາຍຂໍ້ ແລະ ຫລາຍດ້ານ ລວມທັງຂໍ້ຫ້າມບໍ່ໃຫ້ຜູ້ແທນຂາດກອງປະຊຸມ ໂດຍບໍ່ໄດ້ຮັບອະນຸຍາດ, ແຕ່ປານນັ້ນຫລາຍປະເທດກໍຍັງພົບກັບບັນຫາຜູ້ແທນຂາດກອງປະຊຸມ ບໍ່ສົມກັບໄດ້ປະກາດໄວ້ເມື່ອເວລາໂຄສະນາຫາສຽງວ່າຈະເຮັດໜ້າທີ່ເປັນກະບອກສຽງໃຫ້ປະຊາຊົນໃນກອງປະຊຸມ. ຢູ່ກຳປູເຈຍກໍມີບັນຫາຜູ້ແທນຂາດປະຊຸມເຊັ່ນກັນ ໂດຍສະເພາະແມ່ນຜູ້ແທນພັກຝ່າຍຄ້ານບໍ່ຍອມເຂົ້າຮ່ວມກອງປະຊຸມເປັນເວລາຫລາຍເດືອນ (ດຽວນີ້ເຂົ້າຮ່ວມແລ້ວ) ອາດເປັນຍ້ອນແນວນີ້ຕິບໍ ທາງສະພາຜູ້ແທນລາສະດອນ (ສະພາຕໍ່າ) ຂອງກຳປູເຈຍຈຶ່ງໄດ້ສ້າງ ແລະ ຮັບຮອງເອົາກົດໝາຍລົງໂທດສະມາຊິກສະພາແຫ່ງຊາດ (ສສຊ) ທີ່ຂາດກອງປະຊຸມ ແລະ ໄດ້ປະກາດໃຊ້ກົດໝາຍດັ່ງກ່າວມາແຕ່ວັນທີ 27 ເດືອນຕຸລາ 2016 ພຸ້ນ. ກົດໝາຍໄດ້ກຳນົດໂທດປັບໄໝ ສສຊ ທີ່ຂາດກອງປະຊຸມໂດຍບໍ່ໄດ້ຮັບອະນຸຍາດຈາກທ່ານປະທານສະພາແຫ່ງຊາດ. ກົດໝາຍຍັງໄດ້ກຳນົດລາມໄປເຖິງໂທດປັບໄໝ ສສຊ ທີ່ມີການປະພຶດເປັນການໝິ່ນປະໝາດເຈົ້າຊີວິດ, ປະທານສະພາແຫ່ງຊາດ ແລະ ຜູ້ນຳທ່ານອື່ນໆ. ພັກຝ່າຍຄ້ານໃນກຳປູເຈຍວິຈານວ່າ: ກົດໝາຍສະບັບນີ້ປະກາດໃຊ້ເພື່ອໂຈມຕີຝ່າຍຄ້ານ, ແຕ່ໂຄສົກສະພາແຫ່ງຊາດຕອບໂຕ້ຄືນວ່າ: ກົດໝາຍບໍ່ມີອະຄະຕິທາງການເມືອງໃດໆທັງຊິ້ນ. ຢູ່ຟີລິບປິນ, ປະເທດໃນຄອບຄົວໃຫຍ່ອາຊຽນນັ້ນໄດ້ອອກນະໂຍບາຍເອີ້ນວ່າ: “ແອ໋ກ 2016 ສຳລັບຄົນອາຍຸຄົບ 100 ປີ” (Conterarians Act of 2016) ເຊິ່ງເປັນຂໍ້ກຳນົດນະໂຍບາຍສຳລັບພົນລະເມືອງຟີລິບປິນທຸກຄົນຢູ່ພາຍໃນ ກໍຄືຢູ່ນອກປະເທດທີ່ມີອາຍຸຄົບ 100 ປີ. ນະໂຍບາຍດີໆດັ່ງກ່າວລວມມີລາງວັນເງິນສົດໃນມູນຄ່າ 100.000 ເປໂຊ (ສະກຸນເງິນຟີລິບປິນ ເທົ່າກັບ 2.000 ໂດລາສະຫະລັດ) ນອກຈາກເງິນລ້ວ ຜູ້ມີອາຍຸຄົບ 100 ປີ ຍັງໄດ້ຮັບເຄື່ອງຕ້ອນຂອງຂວັນ, ໂລ້ກຽດຕິຄຸນ “ອາຍຸຍືນ” ແລະ ໜັງສືສ່ວນຕົວຈາກປະທານາທິບໍດີ ເພື່ອຊົມເຊີຍຜົນງານອາຍຸຫລາຍ, ສ່ວນບັນດາເຈົ້າຂອງອາຍຸນັ້ນຕ້ອງຍື່ນເອກະສານຢັ້ງຢືນໃຫ້ທາງການເຊັ່ນ: ໃບລາຍເກີດ, ໜັງສືຜ່ານແດນພົນລະເມືອງ ແລະ ເອກະສານຈຳເປັນອື່ນໆ. ເພື່ອປະຕິບັດຂໍ້ກຳນົດນີ້ຢ່າງມີປະສິດທິຜົນ ແລະ ທົ່ວ, ທາງກະຊວງພາຍໃນ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ມີຄຳສັ່ງລະອຽດໃນການປະຕິບັດຂໍ້ກຳນົດພາຍໃນ 60 ວັນ. ຫລັງຈາກທ່ານປະທານາທິບໍດີ ດູເຕັກເຕ ໄດ້ເຊັນຂໍ້ກຳນົດນະໂຍບາຍສະບັບນີ້ ໃນວັນທີ 23 ເດືອນມິຖຸນາ ປີ 2016. ຢູ່ປະເທດກູບາແດນໄກ ຂ່າວທີ່ປິ່ນອ້ອມການເຖິງແກ່ກຳຂອງທ່ານ ຟີເດນ ກັດສະໂຕຼ ຜູ້ນຳທີ່ເປັນຕຳນານແຫ່ງການປະຕິວັດກູບາ ໃນວັນທີ 25 ເດືອນພະຈິກ ປີ 2016 ໄດ້ເຮັດໃຫ້ຫລາຍຄົນຕະລຶງຊຶງເຊີ້ ເພາະກ່ອນຈາກໄປໃນໄວອາຍຸນ້ອງຮ້ອຍ (90 ປີ) ທ່ານ ຟີເດນ ໄດ້ປະພິໄນກຳໃນຮູບຄຳສັ່ງໄວ້ວ່າ: ຫ້າມສ້າງອະນຸສາວະລີ ຫລື ອະນຸສອນສະຖານຕ່າງໆເປັນກຽດແກ່ທ່ານເດັດຂາດ, ຫ້າມເອົາຊື່ຂອງທ່ານໄປເປັນຊື່ເມືອງ, ຖະໜົນຫົນທາງ ກໍຄືອາຄານສະຖານທີ່ຕ່າງໆ, ຫ້າມໃຊ້ຊື່ຂອງທ່ານເພື່ອຜົນປະໂຫຍດທາງການຄ້າການໂຄສະນາຫາຜົນປະໂຫຍດ ແຕ່ສາມາດໃຊ້ຊື່ຂອງທ່ານໃນແງ່ສິລະປະ, ອະນຸຍາດໃຫ້ເອີ່ຍຊື່ຂອງທ່ານໃນງານໂຮມຊຸມນຸມທາງການເມືອງ ແລະ ບ່ອນເຮັດວຽກ ເພື່ອການຄົ້ນຄວ້າກ່ຽວກັບບົດບາດຂອງທ່ານໃນໜ້າປະຫວັດສາດຂອງປະເທດຊາດກູບາເທົ່ານັ້ນ. ຢູ່ສະຫະລັດອາເມລິກາ, ຂ່າວເສົ້າທີ່ມັກເກີດຂຶ້ນອ່າວຖີ່ ກໍຄືກໍລະນີເຫດການໃຊ້ປືນກວາດຍິງກັນຕາມສະຖານທີ່ສາທາລະນະ ແຕ່ທີ່ສະຫລົດໃຈແຮງກໍແມ່ນການຍິງກັນຢູ່ຕາມໂຮງຮຽນ ກໍຄືສະຖາບັນສຶກສາ ຈົນທາງການ ສ.ອາເມລິກາ ຕ້ອງໄດ້ປັບປຸງກົດໝາຍຄວບຄຸມອາວຸດບໍ່ແລ້ວເປັນຈັກເທື່ອ. ປາກົດວ່າອະດີດປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ນຳທີ່ເອົາຈິງເອົາຈັງກ່ຽວກັບເລື່ອງນີ້ເປັນພິເສດ ແຕ່ແລ້ວພັດມີຂ່າວອອກມາວ່າ ມະຫາວິທະຍາໄລເທັກຊັສທີ່ອອດສະຕິນ (University of Texas at Austin) ໄດ້ອະນຸຍາດໃຫ້ນັກສຶກສາພົກປືນເຂົ້າໄປສະຖານທີ່ສຶກສາໄດ້. ການອະນຸຍາດດັ່ງກ່າວເປັນໄປຕາມເນື້ອໃນຂອງກົດໝາຍທີ່ທາງການຂອງລັດໄດ້ຮັບຮອງເອົາເມື່ອເດືອນສິງຫາ ປີ 2015 ທີ່ອະນຸຍາດໃຫ້ຖືປືນເຂົ້າໄປໃນບັນດາມະຫາວິທະຍາໄລຂອງລັດໄດ້ (ວຽງຈັນໃໝ່ 24/02/2016). ເຖິງແມ່ນວ່າຄູອາຈານ, ເຈົ້າໜ້າທີ່ໂຮງຮຽນ, ກະໂຕນັກສຶກສາເອງ ກໍຄືຜູ້ປົກຄອງຈະຄັດຄ້ານການອະນຸຍາດດັ່ງກ່າວ ແຕ່ປະທານຂອງມະຫາວິທະຍາໄລກໍບອກວ່າ ຕ້ອງປະຕິບັດຈະຝືນກົດໝາຍບໍ່ໄດ້ເດັດຂາດ. ກົດໝາຍໄດ້ກຳນົດຂໍ້ຍົກເວັ້ນຈຳນວນໜຶ່ງ ເຊັ່ນຫ້າມຖືປືນເຂົ້າໄປໃນບາງສະຖານທີ່ຂອງມະຫາວິທະຍາໄລ ເຊັ່ນບ່ອນແຂ່ງຂັນກິລາ, ຫ້ອງອາຫານ, ຫ້ອງທົດລອງດ້ານວິຊາການ, ຫ້ອງການແພດ, ຫ້ອງສະໝຸດ ແລະ ຫໍພັກກິນ-ນອນ.