ຜູ້ຊ່ຽວຊານຈາກ WHO ລະບຸ ຖ້າພວກເຮົາໂຊກດີຫລາຍໆ ອາດຄວບຄຸມການແຜ່ລະບາດຂອງໂຄວິດໄດ້ພາຍໃນປີ 2021


ວັນທີ 19 ກໍລະກົດ 2021, ຜູ້ຊ່ຽວຊານດ້ານພະຍາດລະບາດຂອງອົງການອະນາໄມໂລກ (WHO) ລະບຸວ່າ: ຖ້າພວກເຮົາໂຊກດີຫລາຍໆ ພວກເຮົາອາດຄວບຄຸມການແຜ່ລະບາດຂອງໂຄວິດໄດ້ພາຍໃນປີ 2021 ເຖິງວ່າຈະຍັງພົບການແຜ່ລະບາດຂອງເຊື້ອໂຄວິດກາຍພັນ ໂດຍສະເພາະສາຍພັນເດວຕາ ແຜ່ລະບາດຢ່າງວ່ອງໄວໃນຫລາຍພື້ນທີ່ທົ່ວໂລກກໍຕາມ, ແຕ່ພວກເຮົາຍັງມີຄວາມຫວັງວ່າ: ບັນດາຜູ້ນຳໂລກຈະຊ່ວຍກັນຄວບຄຸມການແຜ່ລະບາດນີ້ໄດ້ພາຍໃນປີໜ້າ.
ທ່ານ ດຣ. ໄມ ໄຣອັນ ຜູ້ອຳນວຍການດ້ານສະຖານະການສຸກເສີນຂອງ WHO ຊີ້ວ່າ: ‘ຂ້າພະເຈົ້າຢາກຈະເວົ້າວ່າ ການແຜ່ລະບາດຈະຈົບລົງພາຍໃນປີນີ້, ແຕ່ຄວາມຈິງແລ້ວ ຂ້າພະເຈົ້າບໍ່ໄດ້ຄິດແນວນັ້ນ ຖ້າພວກເຮົາໂຊກດີຫລາຍໆ ພວກເຮົາອາດຄວບຄຸມການແຜ່ລະບາດຂອງໂຄວິດໄດ້ພາຍໃນປີ 2021’.
ໂດຍການແຜ່ລະບາດຈະຢຸດລົງໄວໆນີ້ ຖ້າປະເທດຕ່າງໆທີ່ມີວັກຊີນສ້າງຫລັກປະກັນວ່າບັນດາກຸ່ມປະເທດລາຍໄດ້ໜ້ອຍຈະສາມາດເຂົ້າເຖິງວັກຊີນໄດ້ຢ່າງເທົ່າທຽມ, ມີການເວັ້ນໄລຍະຫ່າງທາງສັງຄົມ, ສະຖານທີ່ປິ່ນປົວ ແລະ ພື້ນທີ່ຮອງຮັບຜູ້ຕິດເຊື້ອໄດ້ຮັບການສະໜັບສະໜູນຢ່າງພຽງພໍ, ແຕ່ໃນປັດຈຸບັນ ມີປະເທດຈຳນວນບໍ່ໜ້ອຍທີ່ຍັງບໍ່ສາມາດເຂົ້າເຖິງວັກຊີນໄດ້ຢ່າງພຽງພໍ, ຫລາຍປະເທດກຳລັງຜະເຊີນການແຜ່ລະບາດ, ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມສູງຂຶ້ນ.
ທ່ານ ມາເຣຍ ຟານ ເຄິກໂຮບ ຫົວໜ້າທີມເຕັກນິກໂຄວິດຂອງ WHO ລະບຸວ່າ: ໃນໄລຍະ 7 ວັນຜ່ານມາ ຈຳນວນຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນ 11,5%. ຂະນະທີ່ມີຜູ້ເສຍຊີວິດເພີ່ມຂຶ້ນ 1% ໂດຍເອີຣົບມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເກືອບ 21%. ຂະນະທີ່ອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນເພີ່ມຂຶ້ນ 16,5%. ຂະນະທີ່ພື້ນທີ່ເຂດປາຊີຟິກຕາເວັນຕົກມີຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 30%, ສ່ວນພື້ນທີ່ເຂດເມດິເຕີເຣນຽນເພີ່ມຂຶ້ນ 15%.
ຫລ້າສຸດທົ່ວໂລກມີວັກຊີນແລ້ວ 3,64 ພັນລ້ານກວ່າໂດສ ໂດຍຈີນຂຶ້ນນຳເປັນອັນດັບ 1 ປະເທດທີ່ສັກວັກຊີນຕ້ານໂຄວິດຫລາຍທີ່ສຸດໃນທາງປະລິມານ ປັດຈຸບັນສັກວັກຊີນແລ້ວຫລາຍກວ່າ 1,46 ພັນລ້ານໂດສ, ຮອງລົງມາແມ່ນອິນເດຍ 405 ລ້ານໂດສ, ອາເມລິກາ 338 ລ້ານໂດສ.
ອ້າງອີງ: