ຖືກຈັບ ປັບໃໝ ແລະ ດຳເນີນຄະດີຍ້ອນ ປອມແປງປ້າຍລົດ


ວັນທີ 20 ກໍລະກົດ 2021 ນີ້ເຈົ້າໜ້າທີ່ຕໍາຫຼວດ ພະແນກສືບຂ່າວອາຍາ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ໄດ້ລົງຕິດຕາມຂຶ້ນບັນຊີເປົ້າໝາຍ ກຸ່ມແກ້ງປອມແປງປ້າຍລົດ ແລະ ເຄື່ອນໄຫວຊື້ຂາຍປ້າຍລົດຈັກ ຢູ່ບ້ານໂພນທັນ ເມືອງໄຊເສດຖາ ນວ ສາມາດກັກຕົວໄດ້ 3 ຄົນພ້ອມຂອງກາງ ປ້າຍລົດທັງໝົດ 58 ແຜ່ນ.
ເຊິ່ງໃນເບື້ອງຕົ້ນ ວັນທີ 27 ພຶດສະພາ 2021 ໄດ້ກັກຕົວທ້າວ ແສງ ອາຍຸ 23 ປີ, ນັກສຶກສາ ພັກເຊົາຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນຂໍ້ຫາປອມແປງປ້າຍລົດ (ລົດຈັກ, ລົດໃຫຍ່) ແລະໄດ້ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການຮອດວັນທີ 28 ພຶດສະພາ2021 ກໍ່ສາມາດກັກຕົວໄດ້ອີກ 2 ຄົນຄື: ທ້າວ ບຸນທະວີ ອາຍຸ 26 ປີ ປະຊາຊົນ ພັກເຊົ່າບ້ານຕານມີໄຊ ເມືອງໄຊທານີ ແລະ ທ້າວ ວຽງຄໍາ ອາຍຸ 33 ປີ ປະຊາຊົນຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ມາດໍາເນີນຄະດີ.
ພວກກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວປອມແປງປ້າຍລົດຈັກ ແລະ ລົດໃຫຍ່ແທ້ ໂດຍແມ່ນ ທ້າວ ແສງ ເປັນຄົນຊື້ປ້າຍລົດເກົ່າຢູ່ຮ້ານຂາຍເຫຼັກເສດ ພໍໄດ້ມາແລ້ວທ້າວ ບຸນທະວີ ເປັນຄົນເຮັດສີ ແລະ ທ້າວ ວຽງຄໍາ ເປັນຜູ້ສັບດັດແປງຕົວເລກ ແລະ ຕົວອັກສອນ ພາຍຫຼັງເຮັດສໍາເລັດກໍ່ໄດ້ປະກາດຂາຍຜ່ານທາງເຟສບຸກ ໃນລາຄາ 100.000-400.000 ກີບ, ພໍໄດ້ເງີນມາແລ້ວກໍໄດ້ແບ່ງກັນໃຊ້ຈ່າຍ, ປັດຈຸບັນຄະດີດັ່ງກ່າວ ກໍາລັງສະຫຼຸບ ຜົນຂອງການດຳເນີນຄະດີ ເພື່ອສົ່ງສຳນວນໃຫ້ໄອຍະການປະຊາຊົນ ພິຈາລະນາຕາມກົດໝາຍ.