ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ

ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ - 215606306 2846183922358817 8167153605505304999 n - ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ
ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ - kitchen vibe - ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ

ວັນທີ 15 ກໍລະກົດ 2021 ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີອາຍາຂັ້ນຕົ້ນ ນາງ ມອນມີນາ ສຸດທິດາ (ຕິນ່າ) ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ໃນລາວ ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ ຄື: ນາງ ພາວະດີ ວິພາກອນ (ຕຸກຕິກ), ທ້າວ ພານ ໄຊຍະລາດ, ທ້າວ ພູໃສ ສີສະຫວັນ (ຕື້), ນາງ ສອນນາລີ ດວງສະຫວັດ (ນີນ່າ) ແລະ ທ້າວ ສົມປະສົງ ສຸລິຍະວົງສາ (ຫໍາ) ຕາມການສັ່ງຟ້ອງຂອງອົງການໄອຍະການປະຊາຊົນນະຄອນຫລວງວຽງຈັນ, ສະບັບເລກທີ 774-779, ລົງວັນທີ 29 ມິຖຸນາ 2021 ໃນຂໍ້ຫາຂົນຂວາຍສົ່ງຄົນອອກ ຫລື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 2, ມາດຕາ 199 ວັກ 3 ແລະ ມາດຕາ 380 ວັກ 1.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງ ຖີ່ຖ້ວນ ແລະ ພາວະວິໄສຂອງຄະນະສານ ເຫັນວ່າມີຫລັກຖານຮັດກຸມ ແລະ ພຽງພໍຢັ້ງຢືນເຖິງຄວາມຜິດຂອງພວກກ່ຽວກັບຄະດີນີ້ທັງ 6 ຄົນ ຄື:

ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ - Visit Laos Visit SALANA BOUTIQUE HOTEL - ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ

1. ນາງ ພາວະດີ ວິພາກອນ (ຈຳເລີຍ1) ອາຍຸ ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ຢູ່ບ້ານຫລັກ 2 ເມືອງສາລະວັນ, ແຂວງສາລະວັນ, ຖືກກັກ ຕົວໃນວັນທີ 30 ເມສາ 2021 ກະທຳຜິດທາງອາຍາໃນຂໍ້ຫາການຂົນຂວາຍສົ່ງຄົນເຂົ້າ ຫລື ອອກປະເທດຢ່າງຜິດກົດໝາຍ, ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ. ເຊິ່ງຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ສານຈຶ່ງຕັດສິນ ຈຳຄຸກ 5 ປີ 1 ເດືອນ 15 ວັນ, ພ້ອມປັບໃໝເງິນ 52.500.000 ກີບ.

2. ນາງ ມອນມີນາ ສູດທິດາ (ຈໍາເລິຍ2) ອາຍຸ 22 ປີ, ສັນຊາດລາວ, ອາຊີບນັກສຶກສາ, ຢູ່ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ. ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01 ສານຈຶ່ງຕັດສິນ ຈໍາຄຸກ 3 ປີ 7 ເດືອນ 15 ວັນ, ພ້ອມປັບໃໝເງິນ 27.500.000 ກີບ.

3. ທ້າວ ພານ ໄຊຍະລາດ (ຈໍາເລີຍ 3 ) ອາຍຸ 46 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານໝາກນາວເໜືອ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ກະທໍາຜິດທາງອາຍາໃນຂໍ້ຫາຂົນຂວາຍສົ່ງຄົນເຂົ້າ ຫຼືອອກປະເທດຢ່າງຜິດກົດໝາຍ. ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02 ສານຈຶ່ງຕັດສິນ ຈຳາຄຸກ 1 ປີ 6 ເດືອນ, ພ້ອມປັບໃໝເງິນ 25.000.000 ກີບ

4. ທ້າວ ພູໃສ ສີສະຫວັນ (ຈໍາເລີຍ 4) ອາຍຸ 34 ປີ, ສັນຊາດລາວ, ອາຊີບວ່າງງານ, ຢູ່ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດໃນຂໍ້ຫາການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ. ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01 ສານຈຶ່ງຕັດສິນ ຈໍາຄຸກ 3 ປີ 7 ເດືອນ, 15 ວັນ, ພ້ອມປັບໃໝເງິນ 27.500.000 ກີບ.

5. ນາງ ສອນນາລີ ດວງສະຫວັດ (ຈໍາເລີຍ 5) ອາຍຸ 21 ປີ, ສັນຊາດລາວ, ອາຊີບເສີມສວຍ, ຢູ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ. ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02 ແລະ ມາດຕາ 380 ວັກ 01. ຄຸກຜູ້ລະ 1 ປີ 7 ເດືອນ, 15 ວັນ, ພ້ອມປັບໃໝເງິນຜູ້ລະ 25.000.000 ກີບ.

6. ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ 6) ອາຍຸ 24 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານທ່າແຮ່, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດທາງອາຍາໃນຂໍ້ຫາການຂົນ ຂວາຍສົ່ງຄົນເຂົ້າ ຫຼື ອອກປະເທດຢ່າງຜິດກົດຫມາຍ ແລະ ການປິດບັງການກະທໍາຜິດ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງຊາດ ແລະ ຊີວິດ, ສຸຂະພາບ, ກຽດສັກສີຂອງບຸກຄົນ, ລະບຽບການບໍລິຫານ, ການຍຸຕິທໍາ, ສະເຖຍລະພາບທາງດ້ານເສດຖະກິດ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມຕາມປະມວນກົດຫມາຍອາຍາ ມາດຕາ 128, 189 ແລະ 380. ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02 ແລະ ມາດຕາ 380 ວັກ 01. 1 ປີ 7 ເດືອນ, 15 ວັນ, ພ້ອມປັບໃໝເງິນ 25.000.000 ກີບ.

ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ - 5 - ຜົນການຕັດສິນຄະດີ ນາງ ມອນມີນາ ສຸດທິດາ (ຕິນ່າ) ພ້ອມຈຳເລີຍກ່ຽວຂ້ອງອີກ 5 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!