ຈີນ-ສປປ ເກົາຫລີ ຈັບມືກັນຍົກລະດັບຄວາມສຳພັນ


ຜູ້ນຳຈີນ ແລະ ສປປ ເກົາຫລີ ໃຫ້ຄຳໝັ້ນສັນຍາຕໍ່ກັນວ່າ: ຈະຍົກຄວາມສໍາພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 60 ປີ, ວັນສ້າງຕັ້ງສາຍພົວພັນມິດຕະພາບຂອງສອງປະເທດ. ໃນຈົດໝາຍຝາກເຖິງປະທານປະເທດຈີນ, ທ່ານ ຄີມຈອງອຶນ ຂຽນວ່າ: “ເຖິງແມ່ນວ່າສະຖານະການສາກົນຈະມີຄວາມສັບສົນກໍຕາມ ແຕ່ສາຍສຳພັນ ແລະ ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ລະຫວ່າງສອງປະເທດ ຍັງຈະສືບຕໍ່ແໜ້ນແກ່ນເໝືອນເດີມ”
ຈີນເປັນພັນທະມິດທີ່ຍາວນານຂອງສປປ ເກົາຫລີ, ສອງປະເທດເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືນຳກັນເມື່ອວັນທີ 11 ກໍລະກົດ 1961, ຂະນະນັ້ນປະທານ ເໝົາເຈີຕຸງ ພັນລະນາສາຍພົວພັນສອງປະເທດວ່າ: ຄືກັບເຫືອກ ແລະ ແຂ້ວ.
ສຳນັກຂ່າວ KCNA ຂອງສປປ ເກົາຫລີ ກ່າວວ່າ: ທ່ານ ຄີມຈອງອຶນ ໃຫ້ຄວາມສຳຄັນຕໍ່ບົດບາດຂອງສົນທິສັນຍາດັ່ງກ່າວຖື “ເປັນສິ່ງຄໍ້າປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນອາຊີ ກໍຄືສ່ວນໜຶ່ງຂອງໂລກ ຊຶ່ງໃນປັດຈຸບັນອິດທິກຳລັງປໍລະປັກ ກຳລັງໝົດຫວັງກັບການທ້າທາຍ ແລະ ສິ່ງອຸປະສັກ”
ປະທານປະເທດຈີນໃນຂະນະນັ້ນ ຂຽນວ່າ: ເພີ່ນມີແຜນຈະນໍາເອົາຄວາມສຸກ ມາໃຫ້ປະຊາຊົນທັງສອງປະເທດ ດ້ວຍການ ຢຶດໝັ້ນ ນຳເອົາສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຂຶ້ນສູ່ລະດັບໃໝ່.
ແຫຼ່ງຂ່າວ: AFP