ຜູ້ຕິດໂຄວິດ-19 ໃນອິນໂດເນເຊຍ ຂາດອົກຊີແຊນ ເສຍຊິວິດຫຼາຍກວ່າ 30 ຄົນ
July 8, 2021 - 10:51 AM


ວັນທີ 8 ກໍລະກົດ 2021 ນີ້ ສຳນັກຂ່າວ ເອພີ ລາຍງານວ່າ ໂຮງໝໍໃນອິນໂດເນເຊຍ ປະເຊີນກັບບັນຫາຂາດແຄນອົກຊີແຊນຢ່າງຮ້າຍແຮງ ໃນທ່າມກາງຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມສູງຂຶ້ນ ແລະ ພົບຜູ້ຕິດເຊື້ອເສຍຊິວິດຈາກການຂາດອົກຊີແຊນ ຫຼາຍກວ່າ 30 ກໍລະນີ.
ເບື້ອງຕົ້ນທາງໂຮງໝໍພົບຜູ້ຕິດເຊື້ອໂຄວິດ-19 ເສຍຊິວິດ 63 ຄົນໃນຊ່ວງທ້າຍອາທິດທີ່ຜ່ານມາ, ໃນຈຳນວນນີ້ 33 ຄົນເສຍຊີວິດຢູ່ທີ່ໂຮງໝໍສູນກາງກໍໝົດອົກຊີແຊນ ເຊັ່ນດຽວກັນ
ບັນຫາການຂາດແຄນອົກຊີແຊນໃນໂຮງໝໍທີ່ໃຫຍ່ທີ່ສຸດ ເກີດຂຶ້ນໃນຂະນະທີ່ມີຈຳນວນຜູ້ຕິດເຊື້ອໜັກ ເຂົ້າຮັບການປິ່ນປົວກໍເພີ່ມສູງຂຶ້ນ ແລະ ເກີດຄວາມຫຼ້າຊ້າໃນການຈັດສົ່ງອົກຊີແຊນ.
ອິນໂດເນເຊຍຕ້ອງເລັ່ງສ້າງໂຮງໝໍພາກສະໝາມຫຼັງປະເຊີນກັບບັນຫາຜູ້ຕິດເຊື້ອສະສົມ 2.2 ລ້ານຄົນ ແລະ ເສຍຊິວິດ 60.000 ຄົນ.