ແຈ້ງເຕືອນ ວັນທີ 7-9 ກໍລະກົດ 2021 ພາຍຸໜູນເຂດຮ້ອນດີເປຣຊັນຈະພັດຜ່ານເຂົ້າແຂວງຫົວພັນ


ກົມອຸຕິນິຍົມ ແລະ ອຸທົກກະສາດແຈ້ງເຕືອນວ່າ: ໃນເວລາ 7:00 ໂມງຂອງວັນທີ 7 ກໍລະກົດ 2021 ພະຍຸໝູນເຂດຮ້ອນດີເປຣຊັນ ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ຕອນກາງ ທີ່ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 18.1 ອົງສາເໜືອ ແລະ ເສັ້ນແວງທີ່ 111 ອົງສາຕາເວັນອອກພວມເຄື່ອນທີ່ມາທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 5 ກິໂລແມັດຕໍ່ ຊົ່ວໂມງ ແລະ ຄວາມໄວລົມສູງສຸດຢູ່ໃກ້ຈຸດສູນກາງ 55 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນທີ່ໄປທາງ ເກາະໄຮໜານ ແລະ ຈະຜ່ານພາກເໜືອ ຂອງ ສສ ຫວຽດນາມ ໃນຄ່ຳຄືນຂອງວັນທີ 8 ກໍລະກົດນີ້ ແລະ ສືບຕໍ່ເຄື່ອນທີ່ຜ່ານ ເມືອງແອດ ແລະ ເມືອງ ຊໍາເໜືອ ແຂວງຫົວພັນ ໃນຕອນບ່າຍຂອງວັນດຽວກັນ.


ຈາກນັ້ນພາຍຸຫົວນີ້ຈະອ່ອນກໍາລັງລົງເປັນຍ້ອນຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງປົກຄຸມເຂດພາກເໜືອ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ ໃນໄລຍະວັນທີ 7-9 ກໍລະກົດ 2021 ນີ້.