ການເປັນນັກທ່ອງທ່ຽວທີ່ດີ ຕ້ອງມີຈິດສຳນຶກໃນການ ຮັກສາສິ່ງແວດລ້ອມ ແລະ ເປັນແບບຢ່າງໃຫ້ຊຸມຊົນ


ຂະບວນການລາວ-ທ່ຽວລາວ ມີບົດບາດສຳຄັນ, ມີຄວາມຟົດຟື້ນ ແລະ ພວມໄດ້ຮັບຄວາມນິຍົມຢ່າງແພ່ຫລາຍໃນສັງຄົມລາວ ທັງນີ້ກໍເນື່ອງຈາກການທ່ອງທ່ຽວ ເປັນການຜ່ອນຄາຍ ແລະ ເປີດໂລກະທັດຢ່າງໜຶ່ງໃຫ້ກັບຄົນເຮົາໄດ້ດີຫລາຍ.
ໃນໄລຍະການລະບາດໂຄວິດ-19 ເຮັດໃຫ້ຫລາຍທ່ານຫິວກະຫາຍການທ່ອງທ່ຽວ ອັນເນື່ອງຈາກມີການຈຳກັດການເດີນທາງ ຈຶ່ງໄດ້ເຮັດໃຫ້ຫລາຍຄົນຫາວິທີການອອກນອກເຮືອນເພື່ອໄປສຳຜັດກັບບັນຍາກາດທຳມະຊາດ ຢູ່ໃກ້ເຂດຕົວເມືອງ ຫລື ສະຖານທີ່ໄດ້ຮັບອະນຸຍາດໃຫ້ມີການເດີນທາງ ແຕ່ສະຖານທີ່ເຫລົ່ານັ້ນຕ້ອງເປັນເປັນສະຖານທີ່ທຳມະຊາດ ບໍ່ມີການຄຸ້ມຄອງຈາກພາກສ່ວນກ່ຽວຂ້ອງໃດໆ (ສະຖານທີ່ຖືກສຳປະທານ ຫລື ພັດທະນາແລ້ວແມ່ນຍັງປິດຢູ່).
ຫົວໃຈສຳຄັນຂອງການໄປທ່ອງທ່ຽວ ທີ່ຂາດບໍ່ໄດ້ ຄືການຮັກສາສິ່ງແວດລ້ອມ ເຊິ່ງມັນໝາຍເຖິງການຮູ້ຈັກອະນຸລັກທຳມະຊາດ, ບໍ່ທຳລາຍຊັບພະຍາກອນທຳມະຊາດ ແລະ ການຮັກສາອະນາໄມ ຮູ້ຮັກຄວາມສະອາດຈົບງາມສະຖານທີ່ໆເຮົາໄປນັ້ນອີກດ້ວຍ ໂດຍສະເພາະການບໍ່ດັງໄຟຊະຊາຍ, ບໍ່ສ້າງສຽງເນືອງນັນໃນບໍລິເວນປ່າອັນງຽບສະຫງົບ ແລະ ບໍ່ຖິ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ຕ່າງໆ.
ນັກທ່ອງທ່ຽວທີ່ດີ ຍ່ອມຮູ້ດີວ່າຄວນກຽມສິ່ງໃດໄປ ສະຖານທີ່ໆທີ່ຕົນເອງຈະໄປ,ຄວນປະຕິບັດຕົນແນວໃດໃນສະຖານະການທີ່ບໍ່ມີຜູ້ຕອບສະໜອງສິ່ງອຳນວຍຄວາມສະດວກໃຫ້ເຮົາ ທັງນີ້ກໍເພື່ອຈະໄດ້ເປັນຄວາມຊົງຈຳທີ່ດີໃຫ້ກັບຕົນເອງ.
ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ປະມານທ້າຍເດືອນມິຖຸນາ 2021 ປາກົດພາບທີ່ເຕັມໄປດ້ວຍຂີ້ເຫຍື້ອຈາກນັກທ່ອງທ່ຽວ ສ້າງຄວາມບໍ່ງາມຕາ ຢູ່ສະຖານທີ່ອ່າງນໍ້າຊ່ວງ ເຂດນາຊາຍທອງ ນະຄອນຫລວງວຽງຈັນ ມັນບົ່ງບອກເຖິງຂາດຈິດສຳນຶກ ແລະ ຂາດຄວາມຮັບຜິດຊອບຂອງບາງກຸ່ມຄົນ.
ດັ່ງນັ້ນ, ການປູກຈິດສຳນຶກໃນການຮັກສາຄວາມສະອາດ ຕ້ອງເລີ່ມຈາກຕົວເຮົາເອງ, ຄົນໃນຄອບຄົວ, ໃນກຸ່ມ ໄປສູ່ສັງຄົມກວ້າງ ແລະ ຈົ່ງຈຳໄວ້າວ່າ ຫາກທ່ານຢາກເປັນນັກທ່ອງທ່ຽວທີ່ດີ ຕ້ອງປະຕິບັດຕົນໃຫ້ເປັນແບບຢ່າງດ້ານການຮັກສາສິ່ງແວດລ້ອມ.