ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - 69552 - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - kitchen vibe - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ອີງຕາມແຫລ່ງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 28 ມິຖຸນາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - 204085670 1662048757332231 6420063814044181078 n 300x200 - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະເດີນທາງເຖິງສະໜາມບິນສາກົນ ໂນ້ຍບາຍ ນະຄອນຫລວງຮ່າໂນ້ຍ, ຕ້ອນຮັບໂດຍມີ ສະຫາຍ ຫວໍ ວັນ ເທື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເລ ມິງ ຮຶງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ເລ ຮວາຍ ຈຸງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ເລ ແຂ໊ງ ຮ້າຍ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ສະຫາຍ ຈູ ງອກ ແອງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນ ນະຄອນຫລວງຮ່າໂນ້ຍ; ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ສະຫາຍ ຫງວຽນ ບ໋າ ຮຸງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ບັນດາການນໍາຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ແລະ ພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.

ພິທີຕ້ອນຮັບຢ່າງເປັນທາງການ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທໍານຽບປະທານປະເທດແຫ່ງ ສສ ຫວຽດນາມ ໂດຍ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ, ມີບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເຂົ້າຮ່ວມ.

ພາຍຫລັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ດໍາເນີນການພົບປະທາງການສອງຝ່າຍ. ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມ ຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ໄປຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ຫງວຽນ ຊວັນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ໃນທາມກາງບັນຍາກາດທີ່ທັງສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ພວມອອກແຮງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່, ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ – ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ ຢ່າງເປັນຂະບວນຟົດຟື້ນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ, ກໍ່ຄືບັນດາສະຫາຍການນໍາຂັ້ນຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຕ້ອນຮັບ ອັນສະໜິດສະໝົມ, ອົບອຸ່ນ ແລະ ສົມກຽດ, ເຕັມໄປ ດວ້ຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ຕໍ່ຄະນະ ນັບແຕ່ເວລາທີ່ເດີນທາງໄປເຖິງນະ ຄອນຫລວງຮ່າໂນ້ຍ ດິນແດນວິລະຊົນທີ່ສວຍງາມ, ເຊິ່ງທັງໝົດນັ້ນ ເປັນການສະແດງເຖິງມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາຍາກລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນັ້ນ ກໍ່ໄດ້ສະແດງຄວາມພາກພູມໃຈ ແລະ ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານທີ່ປະຊາຊົນຫວຽດນາມ ອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປ່ຽນແປງພາລະກິດພັດທະນາ, ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນໄລຍະ 30 ກວ່າປີ ແຫ່ງການດຳເນີນພາລະກິດປ່ຽນແປງໃໝ່, ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງ ແລະ ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນໍາພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ.

ການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ຍັງເປັນການຢັ້ງຢືນຄືນອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາລົມອັນສະເໝີຕົ້ນສະເຫໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວທັງຊາດ ໃນການສືບ ຕໍ່ມູນເຊື້ອແຫ່ງການຜູກພັນອັນເລິກເຊິ່ງ, ໜັ້ກແໜ້ນ, ເຊື່ອອົກເຊື່ອໃຈກັນ, ບໍລິສັດຜຸດຜ່ອງຂອງຄວາມສໍາພັນ ທີ່ຫາຍາກຂອງສອງຊາດ ລາວ-ຫວຽດນາມ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມ ວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ສ້າງ, ບໍາລຸງ ແລະ ຖະນຸຖະໜອມ ມານັ້ນໃຫ້ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ສອງຝ່າຍເປັນເອກະພາບຕີລາຄາວ່າ: ການພົວພັນຮ່ວມືລະຫວ່າງສອງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ລົງທຶນ ສືບຕໍ່ມີການຂະຫຍາຍຕົວໃນທ່ວງທ່າທີ່ຕັ້ງໜ້າ; ການລົງທຶນຂອງຫວຽດນາມໃນ ສປປ ລາວ ໄດ້ເພີ່ມຂຶ້ນແຕ່ລະປີ, ການຄ້າສອງຝ່າຍໄດ້ຂະຫຍາຍຕົວຕໍ່ເນື່ອງ; ການພົວພັນດ້ານວຽກງານການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຶກສາ-ກິລາ, ວັດທະນະທໍາ, ສາທາລະນະສຸກ, ຄົມມະນາ ຄົມ-ຂົນສົ່ງ, ວິທະຍາສາດ-ເຕັກນິກ, ກະສິກໍາ ແລະ ອື່ນໆ ກໍ່ລ້ວນແຕ່ມີການພັດທະນາຢ່າງຕັ້ງໜ້າ, ແທດຕົວຈິງ ແລະ ນັບມື້ນັບມີປະສິດທິຜົນຫລາຍກວ່າເກົ່າ.
ໃນການພົບປະລະຫວ່າງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມຍົນຕີແຫ່ງ ສສ ຫວຽດ ນາມ ແລະ ສະຫາຍ ເວື່ອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍີນດີ ແລະ ຮູ້ສຶກດີໃຈທີ່ໄດ້ພົບປະກັບບັນດາສະຫາຍ, ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ ທີ່ນັບມື້ນັບມີປະສິດທິຜົນ, ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ຊຸກຍູ້ບັນດາໂຄງການຊ່ວຍເຫລືອຂອງລັດຖະບານ ສສ ຫວຽດນາມ ໃຫ້ແກ່ລັດຖະບານ ສປປ ລາວ ເປັນຕົ້ນໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ, ພ້ອມທັງຊຸກຍູ້ສົ່ງເສີມການລົງທຶນ ແລະ ການຄ້າສອງຝ່າຍ ລາວ-ຫວຽດນາມ ເຊັ່ນ ໂຄງການທ່າເຮືອຫວູງອາງ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໂຄງການຊື້ຂາຍໄຟຟ້າ ແລະ ອື່ນໆ. ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ສສ ຫວຽດນາມ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ໂດຍໄດ້ສົ່ງທີມແພດຊ່ຽວຊານ ແລະ ອຸປະກອນການແພດ ປະກອບສ່ວນເຂົ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທີຜົນເຊິ່ງມາຮອດປະຈຸບັນສາມາດຄວບຄຸມ ແລະ ຈໍາກັດການແຜ່ລະບາດໄດ້ໂດຍພື້ນຖານ.

ເພື່ອເປັນການສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມື ໃນດ້ານຕ່າງໆລະຫວ່າງສອງພັກ, ສອງລັດ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີ: ສືບຕໍ່ການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິດ້ວຍຫລາຍຮູບ, ຫລາຍແບບ ເທົ່າທີ່ຈະເປັນໄປໄດ້, ໃນນີ້ສືບຕໍ່ດໍາເນີນການພົບປະປະຈໍາປີຂອງການນຳຂັ້ນສູງຂອງສອງພັກ; ສືບຕໍ່ຈັດຕັ້ງບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວຂໍ້ສະເພາະທາງດ້ານທິດສະດີ ແລະ ພຶດຕິກໍາ, ສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ບໍາລຸງສ້າງພະນັກງານໃຫ້ແກ່ລາວ; ຈັດກອງປະຊຸມສໍາມະນາທິດສະດີສອງພັກ ຄັ້ງທີ VIII; ສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືປະຈໍາປີ ລະຫວ່າງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາກົນໄກຮ່ວມມື ລະຫວ່າງບັນດາອົງການຈັດຕັ້ງທີ່ເຮັດວຽກງານພົວພັນຕ່າງປະເທດ ແລະ ອົງການການທູດຂອງສອງປະເທດ. ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ; ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2021 ຂອງ ຄະນະກໍາມະການຮ່ວມມື ລະຫວ່າງ ສອງລັດຖະບານໃຫ້ມີຈຸດສຸມ ແລະ ປະສິດທິຜົນ; ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິ ບັດບັນດາໂຄງການຊ່ວຍເຫລືອຂອງຫວຽດນາມໃຫ້ແກ່ລາວ; ຈັດຕັ້ງບັນດາໂຄງການລົງທຶນຕ່າງໆທີ່ໄດ້ຕົກລົງກັນແລ້ວ ແລະ ຊຸກຍູ້ສົ່ງເສີມການລົງທຶນໂດຍກົງຢູ່ທັງສອງປະເທດໃຫ້ຫລາຍກວ່າເກົ່າ. ເພີ່ມທະວີການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ ແລະ ບັນດາທ້ອງຖິ່ນຂອງສອງປະເທດ ໃຫ້ມີປະສິດທິຜົນ, ແທດຕົວຈິງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສູລິດ ຕາງໜ້າໃຫ້ ພັກ, ລັດ ແລະ ປະ ຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສູໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກີດການປະຕິວັດຂອງປະຊາຊົນລາວໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - 399 300x200 - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ພາຍຫລັງການພົບປະທາງການສອງຝ່າຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປັນສັກຂີພິຍານ ໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍ ຄື: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມໄລຍະ 2021-2023; ບົດບັນທຶກວ່າດ້ວຍແຜນການຮ່ວມມື ວັດທະນະທໍາ, ສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025; ບົດບັນທຶກວ່າດ້ວຍແຜນການຮ່ວມມືໃນຂົງເຂດຂ່າວສານ ລະຫວ່າງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫລງຂ່າວ ແລະ ການສື່ສານຫວຽດນາມ ແລະ ສັນຍາການຮ່ວມມືທາງດ້ານເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນານຈໍານວນໜຶ່ງ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - 8744 300x200 - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

ນອກຈາກນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລູນ ສີສຸລິດ ຍັງໄດ້ໄປຢ້ຽມຢາມ ສະຫາຍ ນົງດຶກແມ້ງ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈີນດຶກເລືອງ, ອະດີດປະທານປະເທດແຫ່ງ ສສ ຫວຽດນາມ ຕື່ມອີກ.

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ຫງວຽນຊວັນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບເປັນກຽດແດ່ ສະຫາຍເລ ຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູນ ພັກ, ລັດ ສປປ ລາວ ທີ່ສູນປະຊຸມສາກົນ, ນະຄອນຫລວງຮ່າໂນ້ຍ ໂດຍມີບັນດາການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ - 4 - ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນລາວ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!