ສະມາຄົມນັກຂ່າວກຽມແຜນງານສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ


ໃນວັນທີ 19 ມິຖຸນາ 2021 ສະມາຄົມນັກຂ່າວແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກ ທີ່ຈະດໍາເນີນງານໃນໜ້າ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ, ປະທານ ສຂວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານ ສຫລ ສະຫວັນຄອນ ຣາຊມຸນຕີ ໄດ້ມອບຫມາຍຫນ້າວຽກອັນລະອຽດໃຫ້ແກ່ບັນດາ ສະຫາຍຄະນະບໍລິຫານງານ ແລະ ເລຂາທິການ ສຸຂລ ຈະຕ້ອງສຸມໃສ່ໃນການສ້າງຂະບວນການຂ່ໍານັບຮັບຕ້ອນວັນສື່ມວນຊົນ ແລະ ພິມຈໍາໜ່າຍ ທີ່ໝູນວຽນມາບັນຈົບ ຄົບຮອບ 71 ປີ (ວັນທີ 13 ສິງຫາ 1950-13 ສິງຫາ 2021) ແລະການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມ ສຂວ ທົ່ວປະເທດ ທີ່ຈະສະເຫນີຜ່ານຂັ້ນເທິງພິຈາລະນາເພື່ອຈະເປີດຂຶ້ນໃນຕໍ່ໜ້າ; ຂະນະດຽວກັນກໍ່ໃຫ້ກະກຽມຮ່າງລາຍງານການເມືອງ-ແຜນການດໍາເນີນ ງານໃນຕໍ່ໜ້າ, ເລືອກເຟັ້ນບຸກຄະລາກອນທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານຊຸດໃໝ່; ເລີ່ມການພົວພັນຮ່ວມມືລະຫວ່າງພະນກງານດ້ວຍກັນ, ສຂວ ກັບສະມາຄົມນັກຂ່າວບັນດາປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ ລວມທັງອາຊຽນ ແລະສາກົນ ຕາມການຕົກລົງຂອງຂັ້ນເທິງ.
ນອກນີ້ ຍັງຈະຊອກຫາແຫລ່ງທຶນ, ການສ້າງກິດຈະກໍາໃນວັນສໍາຄັນຕ່າງໆ, ຈັດຝຶກອົບຮົມ….ພາຍຫລັງບໍ່ມີພະຍາດໂຄວິດ; ທ່ານປະທານ ສຂວ ຍັງເນັ້ນໃຫ້ເລຂາທິການ ສຫລ ປະສານກັບພາກສ່ວນກ່ຽວຂ້ອງ ແລະຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອເຮັດໃຫ້ດໍາລັດວ່າດ້ວຍນາມມະຍົດນັກຂ່າວ ແລະການຍ້ອງຍໍ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຖືກທິດ ແລະ ທັນເວລາ ເພື່ອຮັບປະກັນໃຫ້ ສຫລ ດໍາເນີນງານໄປ ດ້ວຍປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.