ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ 

ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ  - WhatsApp Image 2021 06 18 at 20 - ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ 
ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ  - kitchen vibe - ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ 

ໂດຍ: ລູກເມືອງພວນ

ເມື່ອໄດ້ຍິນຄຳວ່າ ‘ລ໋ອກດາວ’ ຫຼາຍຄົນຄົງຈະຮູ້ສຶກເບື່ອໜ່າຍບໍ່ສະບາຍໃຈ ເພາະມັນເປັນສິ່ງກີດຂວາງ, ສ້າງຄວາມບໍ່ສະດວກຕໍ່ການເຄື່ອນໄຫວດຳລົງຊີວິດ ທຳມາຫາກິນຂອງປະຊາຊົນ, ຕໍ່ການສ້າງສາພັດທະນາເສດຖະກິດຂອງປະເທດ, ທຸກການເຄື່ອນໄຫວໃນສັງຄົມບໍ່ເປັນປົກະຕິ, ຂາດບັ້ນ ຂາດຕອນ ຂາດຈັ່ງຫວະ, ຂາດໂອກາດ, ມ້າງເພປະເພນີ ແລະ ວິຖີປົກກະຕິຂອງຄົນໃນສັງຄົມ….

ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ  - Visit Laos Visit SALANA BOUTIQUE HOTEL - ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ 

ເນື່ອງຈາກມີຂໍ້ຈຳກັດຫຼາຍຢ່າງໃນການເຄື່ອນໄຫວດຳລົງຊີວິດຈາກການລ໋ອກດາວ, ຈຶ່ງເຮັດໃຫ້ຄົນຈຳນວນໜຶ່ງເກີດຄວາມງຸດງິດ ບໍ່ສົນໃຈຕໍ່ມາດຕະການລ໋ອກດາວເລີຍ, ພາກັນຊຸມນຸມຊຸມແຊວ, ເຮຮາປາຕີ, ໄປມາຫາສູ່ກັນແບບສະບາຍສະບາຍ, ບໍ່ກັງວົນຕໍ່ການປ້ອງກັນໂຕເອງຕາມຫຼັກການຂອງແພດ, ບໍ່ສົນໃຈໄປສັກວັກຊີນ… ຍິ່ງໄປກວ່ານັ້ນ ຍັງມີຫ້າງຮ້ານບໍລິການຈຳນວນໜຶ່ງທີ່ທາງການຫ້າມຍັງລັກເປີດໃຫ້ບໍລິການກໍຍັງມີຢູ່ຈຶ່ງເຮັດໃຫ້ການຕິດເຊື້ອໃນຊຸມຊົນເກີດຂຶ້ນຢ່າງຕໍ່ເນື່ອງ ບໍ່ມີເວັ້ນແຕ່ລະວັນ.

ເຖິງຢ່າງໃດກໍດີ, ຍັງມີຫຼາຍຄົນເຫັນດີເຫັນພ້ອມຕໍ່ມາດຕະການລ໋ອກດາວຕໍ່ໄປ ເພາະມັນເປັນມາດຕະການທີ່ດີທີ່ສຸດ ແລະ ກໍເປັນວິທີທາງດຽວທີ່ຈະຢຸດການແພ່ເຊື້ອໃນຊຸມຊົນໄດ້. ຖ້າຫາກປົດລ໋ອກການລ໋ອກດາວ ແນ່ນອນວ່າການແພ່ລະບາດຂອງເຊື້ອພະຍາດໃນຊຸມຊົນຄົງຈະບໍ່ມີມື້ສິ້ນສຸດ. ມາດຕະການລ໋ອກດາວເປັນມາດຕະການທີ່ທົ່ວໂລກປະຕິບັດກັນທົ່ວໄປ ເພາະມັນໄດ້ຜົນທີ່ໜ້າເພິ່ງພໍໃຈ ແຕ່ແນ່ນອນວ່າ ມັນບໍ່ສາມາດຈະຫຼີກລ່ຽງໄດ້ທີ່ຈະສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມ ແລະ ຊິວິດການເປັນຢູ່ຂອງປະຊາຊົນ.

ແຕ່ຕ້ອງເຂົ້າໃຈໃຫ້ຖືກຄຳວ່າ ‘ລ໋ອກດາວ’ ໃນທີ່ນີ້ ບໍ່ໝາຍຄວາມວ່າບໍ່ໃຫ້ໄປໃສມາໃສ, ບໍ່ໃຫ້ເຮັດຫຍັງ ໃຫ້ຢູ່ແຕ່ເຮືອນ ຫລື ລ໋ອກດາວທັງໝົດ(ປິດຕາຍ) ນັ້ນຄືຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ. ການເຄື່ອນໄຫວໄປມາ ແລະ ດຳເນີນທຸລະກິດທີ່ບໍ່ນອນຢູ່ໃນຄວາມສ່ຽງທີ່ທາງຄະນະສະເພາະກິດກຳນົດແລ້ວ ກໍຄົງຍັງສາມາດເຄື່ອນໄຫວ ແລະ ດຳເນີນໄດ້ປົກະຕິ, ສ່ວນກິດຈະການ, ກິດຈະກຳໃດທີ່ມີຄວາມສ່ຽງຕໍ່ການລະບາດຂອງເຊື້ອພະຍາດກໍຕ້ອງຢຸດຕິການເຄື່ອນໄຫວໄວ້ຊົ່ວຄາວ. ລອງຖາມເບິ່ງດູວ່າ ຖ້າບໍ່ມີການລ໋ອກດາວ ປະເທດຊາດຈະເປັນແນວໃດ? ຂະໜາດວ່າມີການລ໋ອກດາວ ກໍຍັງມີຜູ້ຕິດເຊື້ອໃນຊຸມຊົນບໍ່ມີເວັ້ນແຕ່ລະວັນ ແລະ ຖ້າລ໋ອກດາວເດ ປະເທດຊາດຈະໄດ້ຫຍັງ?

ເຖິງຢ່າງໃດກໍຕາມ, ຖ້າຫາກຍັງມີຜູ້ຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ມື້ລະຫ້າ ມື້ລະສິບ ຄືທຸກວັນນີ້ ແນ່ນອນວ່າຍັງຄົງຕ້ອງມີການລ໋ອກດາວຕໍ່ໄປຈົນກວ່າບໍ່ມີຜູ້ຕິດເຊື້ອໃນຊຸມຊົນຈຶ່ງຈະຍົກເລີກ. ຖ້າບໍ່ຢາກໃຫ້ມີການລ໋ອກດາວພວກເຮົາທຸກຄົນຕ້ອງພ້ອມກັນປະຕິບັດວິທີການທາງການແພດຢ່າງເຂັ້ມງວດເພື່ອປ້ອງກັນຕົນເອງ ແລະ ປ້ອງກັນສັງຄົມ, ພ້ອມກັນເຄົາລົບມາດຕະການຫ້າມຂອງລັດຖະບານຢ່າງເຄັ່ງຄັດ, ຕື່ນຕົວໄປສັກວັກຊີນເພື່ອສ້າງຄວາມຄຸ້ມກັນໃຫ້ກັບຕົນເອງ.

ຖ້າທຸກຄົນຫາກບໍ່ພ້ອມໃຈກັນປະຕິບັດມາດຕະການວາງອອກແນ່ນອນວ່າ ການລ໋ອກດາວຍັງຈະມີຢູ່ແນ່ນອນ. ຈະປົດລ໋ອກ ຫຼື ຈະລ໋ອກດາວຕໍ່ໄປ ອັນນັ້ນມັນຂຶ້ນຢູ່ກັບພວກເຮົາທຸກຄົນໃນສັງຄົມນັ້ນເອງ. ພວກເຮົາຈົ່ງພ້ອມກັນຢຸດເຊື້ອເພື່ອຊາດໄວ້ກ່ອນໃນຂະນະນີ້.

ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ  - 3 - ຕາບໃດຍັງມີການຕິດເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ ຄົງຍັງຈະມີການລ໋ອກດາວຕໍ່ໄປເລື້ອຍໆ 
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!