ລາວມີຄວາມສ່ຽງສູງ ລະບາດໂຄວິດ-19 ຮອບໃໝ່ ຖ້າບໍ່ຮ່ວມໃຈສະກັດກັ້ນຢ່າງຈິງຈັງ


ໂດຍ: ລູກເມືອງພວນ
ເຖິງແມ່ນວ່າ ການລະບາດໂຄວິດ-19 ຮອບສອງຢູ່ໃນລາວ ຈະໜັກໜາສາຫັດປານໃດກໍຕາມ ແຕ່ມາເຖີງເວລານີ້ກໍຜ່ອນຄາຍລົງຫລາຍແລ້ວ, ຈຳນວນຜູ້ຕິດເຊື້ອຫຼຸດລົງຢ່າງຕໍ່ເນື່ຶອງ, ຈຳນວນຜູ້ຕິດເຊື້ອເກືອບ 2 ພັນຄົນນັ້ນ ກໍປົວຫາຍດີໃກ້ຈະໝົດແລ້ວ, ໄລ່ມາເຖີງວັນທີ 12 ນີ້ຍັງເຫຼືອພຽງ 128 ຄົນເທົ່ານັ້ນ. ອັນເລື່ອງມາຈາກການຮ່ວມແຮງຮ່ວມໃຈ ຕ້ານໄພໂຄວິດຂອງປະຊາຊົນລາວທັງຊາດ.
ເຖິງຢ່າງໃດກໍຕາມກໍຍັງມີຄວາມເປັນໄປໄດ້ສູງ ແລະ ໜ້າເປັນຫ່ວງ ທີ່ຈະເກີດການລະບາດອີກຮອບໃໝ່ ເພາະມີສາເຫດຕົ້ນຕໍ 4 ຢ່າງດັ່ງຕໍ່ໄປນີ້:
1. ຍັງມີຄົນລາວ ແລະ ຊາວຕ່າງປະເທດບ້ານໃກ້ເຮືອນຄຽງ ຈຳນວນໜຶ່ງຍັງລັກລອບເຂົ້າເມືອງຜິດກົດໝາຍຢ່າງຕໍ່ເນື່ອງ.
ຖ້າພວກເຮົາຫາກບໍ່ສາມາດສະກັດກັ້ນຈຳນວນຄົນພວກນີ້ໄດ້ ແນ່ນອນວ່າການລະບາດຮອບໃໝ່ອາດຈະເກີດຂຶ້ນໄດ້ທຸກເວລາ. ດັ່ງນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈຕ້ານໄພລັກລອບເຂົ້າເມືອງຜິດກົດໝາຍຊ່ວຍກັນ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
2. ຖ້າພວກເຮົາຫາກຍັງລະເຫຼີງ, ປະໝາດ ບໍ່ພ້ອມກັນກັກຕົວຢູ່ໃນເຮືອນ ຍັງພາກັນລັກໄປທ່ຽວຊຸມແຊວ, ລັກເປີດຮ້ານອິນເຕີເນັດຄາເຟ ແລະ ຮ້ານບັນເທີງຕ່າງໆ ທີ່ກຳລັງຢູ່ໃນຊວງສັ່ງປິດກິດຈະການຊົ່ວຄາວ, ໄປບ່ອນຊຸມຊົນແອອັດ ກໍຈະພາໃຫ້ເດີດການລະບາດຄັ້ງໃໝ່ໄດ້ໂເຝດຍບໍ່ຕ້ອງສົງໄສ.
3. ຖ້າພວກເຮົາຫາກຍັງຫຼົງລືມ ແລະ ບໍ່ປະຕິບັດມາດຕະການປ້ອງກັນທາງການແພດວາງອອກເຊັ່ນ: ບໍ່ໃສ່ຜ້າອັດປາກ-ດັງ ເວລາອອກໄປທາງນອກ, ບໍ່ລ້າງມືໃສ່ສະບູ ຫລື ເຈວຂ້າເຊື້ອເປັນຢ່າງດີ ກໍມີສິດຕິດເຊື້ອໄດ້ອີກຮອບໃໝ່.
4. ພວກເຮົາຈົ່ງພ້ອມກັນໄປສັກວັກຊີນເພື່ອສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ເພື່ອຕ້ານທານກັບເຊື້ອໄວຣັສໂຄວິດ-19, ຖ້າບໍ່ດັ່ງນັ້ນກໍຈະມີຄວາມສ່ຽງອີກຄັ້ງໃໝ່ໄດ້ເຊັ່ນດຽວກັນ.
ທັງໝົດນັ້ນຄືສາເຫດຕົ້ນຕໍທີ່ຈະພາໃກ້ເກີດການລະບາດຄັ້ງໃໝ່ໄດ້. ດັ່ງນັ້ນ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດ 4 ຂໍ້ທີ່ກ່າວມາຂ້າງເທິງນັ້ນໃຫ້ເຂັ້ມງວດ, ປວງຊົນລາວທຸກທົ່ວໜ້າຈະມີຄວາມປອດໄພຈາກພະຍາດໂຄວິດ-19 ແນ່ນອນ.