ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ

ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ - image - ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ
ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ - kitchen vibe - ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ
ຕາມ​ຂ່າວ​ຈາກ​ ປາ​ກິດ​ສະຖານ,ວັນ​ທີ11​ມິຖຸນາ2021,​ເກິ​ດອຸບັດ​ເຫດ ​ລົດ​ໂດຍສານ ​ຕົກ​ເຫວ ​​ໃນ​ເມືອງ​ກຸສະດາ ທາງ​ຕາ​ເວັນ​ຕົກ ​ສ່ຽງ​ໃຕ້​ຂອງ ປາ​ກິດ​ສະຖານ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 20ຄົນ ​ແລະ ບາດ​ເຈັບ50​ກວ່າ​ຄົນ ທັງ​ໝົດ ຖືກ​ນຳ​ຕົວ​ ສົ່ງ​ໂຮງໝໍ​ ໃນ​ເມືອງ​ແລ້ວ ​ເຊິ່ງຜູ້​ໂດຍສານ ດັ່ງກ່າວ ພວມ​ເດີນທາງ​ ກັບ​ຈາກ​ ການສະ​ແຫວ​ງບຸນ ​ທີ່​ເມືອງ​ດາ​ດູ ​ໃນ​ລະຫວ່າງ​ ການ​ເດີນທາງ ມີ​ຜູ້​ໂດຍສານ​ ນັ່ງ​ເທິງ​ລັງ​ຄາ​ລົດ ຈຳນວນ​ຫລາຍ ​ແລະ ບັນທຸກ​ ຜູ້​ໂດຍສານ​ ເກີນ​ກຳນົດ ລວມທັງ ຄົນ​ຂັບ​ລົດ ມີຄວາມ​ປະໝາດ ຕາມ​ຄຳ​ບອກ​ເລົ່າ​ ຂອງ​ຜູ້​ໄດ້​ຮັບ​ ບາດ​ເຈັບ​ ຄົນ​ໜຶ່ງ​ ລາຍ​ງານ​ ຕໍ່​ສື່​ມວນ​ຊົນ.​ແຕ່​ຢ່າງ​ໃດ​ກໍ່ຕາມ​ ເຈົ້າໜ້າ​ທີ່ ຕຳຫລວດ ປາ​ກິດ​ສະຖານ ພວມ​ສືບສວນ ​ສອບ​ສວນ ຫາ​ສາ​ເຫດ ​ທີ່​ພາ​ໃຫ້​ເກີດ​ ອຸບັດ​ເຫດ ​ໃນ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ./.
ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ - 4 - ລົດໂດຍສານຕົກເຫວຢູ່ປາກິດສະຖານເສຍຊີວິດຢ່າງໜ້ອຍ 20ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!