ຣັດເຊຍໃຫ້ສິດທິພິເສດທາງດ້ານການຄ້າແກ່ ສປປ ລາວ 65 ລາຍການ


ວັນທີ 10 ມິຖຸນາ 2021 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບທ່ານ ວະລາດີເມຍ ເອ. ກາລີນິນ (Vladimir A.KALININ) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມສະຫະພັນຣັດເຊຍ ປະຈຳລາວ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດ ທ່ານ ຄຳແພງ ໄຊສົມແພງ ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່.
ໂອກາດດັ່ງກ່າວທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດຣັດເຊຍປະຈຳລາວ ທີ່ມາສະແດງຄວາມຍິນດີໃນໂອກາດທີ່ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງ ອຄ ຄົນໃໝ່ ຊຶ່ງຈະໄດ້ມີການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືທີ່ດີຕໍ່ກັນລະຫວ່າງລາວ-ຣັດເຊຍ ທີ່ມີມາແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ.
ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ແລະ ທ່ານທູດຍັງໄດ້ສົນທະນາໂອ້ລົມວຽກງານການຮ່ວມມືກັນລະຫວ່າງ ລາວ – ຣັດເຊຍ ທີ່ຜ່ານມາ ແລະ ໃນຕໍ່ໜ້າ.
ສ່ວນການພົວພັນດ້ານການຄ້າສອງຝ່າຍ ຊຶ່ງຣັດເຊຍໄດ້ໃຫ້ສິດທິພິເສດທາງດ້ານການຄ້າ ຫຼື GSP ໃຫ້ແກ່ ສປປ ລາວ ຈຳນວນ 65 ລາຍການຄື: ສິນຄ້າກະສິກຳມີ 34 ລາຍການ, ສິນຄ້າອຸດສາຫະກຳມີ 11 ລາຍການ, ສິນຄ້າໄມ້ ແລະ ຜະລິດຕະພັນໄມ້ 4 ລາຍການ, ເຄື່ອງເຟີນີເຈີ 3 ລາຍການ, ຢາປົວພະຍາດ 1 ລາຍການ, ສິລະປະກຳ ແລະ ວັດຖຸບູຮານ 1 ລາຍການ ແລະ ອື່ນໆ.
ສຳລັບສິນຄ້າລາວສົ່ງອອກໄປຣັດເຊຍຕົ້ນຕໍມີ: ຊິ້ນສ່ວນອາໄຫຼ່, ເກີບເຄື່ອງນຸ່ງຮົ່ມ, ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ, ກາເຟ (ບໍ່ທັນໄດ້ປຸງແຕ່ງ).
ສິນຄ້າລາວນຳເຂົ້າຈາກຣັດເຊຍຕົ້ນຕໍມີ: ອຸປະກອນສື່ສານ ແລະ ຊິ້ນສ່ວນ, ພາຫະທາງບົກ ( ລົດຈົກ, ລົດໄຖ ), ຊິ້ນສ່ວນອາໄຫຼລົດ, ຊິ້ນສ່ວນອາໄຫຼ່ອື່ນໆ, ຜະລິດຕະພັນອຸດສາຫະກຳທັນຍາພືດ, ເຂົ້າ, ສາລີ, ແລະ ຍັງໄດ້ມີການຮ່ວມມືສອງຝ່າຍໃນຂອບ JC ທີ່ຕິດພັນກັບວຽກງານການຄ້າຕື່ມອີກ.