ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ

ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ - 486 - ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ
ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ - kitchen vibe - ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ

ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອອ້ມຕ່າງໆ ໃນວັນທີ 8 ມິຖຸນາ 2021 ນີ້, ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ໄດ້ດໍາເນີນກອງປະຊຸມ ເລີ່ມແຕ່ວັນທີ 3-19 ມິຖຸນາ 2021, ທີ່ເມືອງເຈນີວາ ປະເທດສະວິດເຊີແລນ ພາຍຫົວຂໍ້: “ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ເພື່ອປົກປ້ອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ” ດ້ວຍຮູບແບບກອງປະຊຸມທາງໄກ (ອອນລາຍ).

ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ - 7874 300x200 - ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ

ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ - Visit Laos Visit SALANA BOUTIQUE HOTEL - ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ, ຕາງໜ້າຄະນະຜູ້ແທນແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນເຊິ່ງມີບາງຕອນທີ່ສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະຖຽນລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ.

ສຳລັບ ສປປ ລາວ ໂຄວິດ-19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130 ພັນຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ. ນອກນັ້ນ, ກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ. ຂະແໜງບໍລິການ ເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍກວ່າຂະແໜງການອືື່ນ ຊຶ່ງມາຮອດປັດຈຸບັນແມ່ນບໍ່ສາມາດກັບມາດຳເນີນກິດຈະການໄດ້, ຂະແໜງການຜະລິດເສື້ອຜ້າ, ເກີບ ແລະ ຜະລິດຕະພັນອື່ນເພື່ອສົ່ງອອກ ກໍບໍ່ສາມາດດຳເນີນການຜະລິດໄດ້ເປັນປົກກະຕິ.

ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ປະຕິບັດມາດຕະການໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ກຳນົດນະໂຍບາຍຍົກເວັ້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຜູ້ລົງທຶນ ລວມທັງການຈ່າຍເງີນສົມທົບເຂົ້າກອງທຶນປະກັນສັງຄົມ. ພ້ອມນີ້, ລັດຖະບານໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນເປັນກໍລະນີພິເສດ ຊຶ່ງໄດ້ຈ່າຍທັງໝົດ 38,18 ຕື້ກີບ ຫຼື ປະມານ 4 ລ້ານໂດລາສະຫະລັດ”.

ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ - 3 - ໂຄວິດ-19 ເຮັດໃຫ້ແຮງງານຢູ່ພາຍໃນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!