ພົບການລັກລອບເປີດຄາຣາໂອເກະ ມົ້ວສຸມຢາເສບຕິດ


ພະແນກຕຳຫຼວດທ່ອງທ່ຽວ, ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໃຫ້ຮູ້ວ່າ: 23:30ໂມງ ຄືນຂອງວັນທີ 7 ມິຖຸນາ 2021 ໄດ້ລົງກວດກາ ພົບຮ້ານຄາຣາໂອເກະທີເອສ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ມີການລັກເປີດໃຫ້ບໍລິການ ແລະ ມົ້ວສຸມຢາເສບຕິດຈຳນວນ 14 ຄົນ, ພ້ອມຂອງກາງຢາເສບຕິດປະເພດຢາໄອສ໌ 1 ຖົງນ້ອຍ (ບໍ່ທັນໄດ້ສັ່ງນ້ຳໜັກ), ຢາໄອສ໌ສີຂາວ 3ຖົງ (2 ຖົງໃຫຍ່, 1 ຖົງນ້ອຍ ບໍ່ທັນໄດ້ສັ່ງນໍ້າໜັກ), ຢາອີ ຈໍານວນ 102 ເມັດ ແລະ ອຸປະກອນເສບຢາເສບຕິດ 1 ອັນ; ເຊິ່ງມີ:
1. ນາງ ຫວຽນງ໋ອກຍື, ອາຍຸ 28 ປີ, ເຊື້ອຊາດ-ສັນຊາດ ຫວຽດນາມ;
2. ນາງ ຄຳຫຼ້າ ຫຼື ນ້ອຍ ອາຍຸ 25 ປີ, ຄ້າຂາຍ, ສັນຊາດ-ເຊື້ອຊາດລາວ;
3. ນາງ ແສງດາວ ອາຍຸ 24 ປີ, ສັນຊາດ-ເຊື້ອຊາດລາວ;
4. ນາງ ແກ້ວ ຫຼື ນ້ຳ ອາຍຸ 27 ປີ, ສັນ ຊາດ-ເຊື້ອຊາດລາວ;
5. ນາງ ພອນວິໄລ ຫຼື ຕຸ້ມ ອາຍຸ 24 ປີ, ຄ້າຂາຍ, ສັນຊາດ-ເຊື້ອຊາດລາວ;
6. ທ້າວ ສຸພາວົງ ພະນັກງານສົ່ງເອກະສານ ອາຍຸ 32 ປີ, ສັນຊາດ-ເຊື້ອຊາດລາວ;
7. ທ້າວ ຫວູຫງັອກຕູ ອາຍຸ 43 ປີ, ນັກທຸລະກິດ, ສັນຊາດ-ເຊື້ອຊາດ ຫວຽດນາມ;
8. ທ້າວ ເລມິງຕຽນ ອາຍຸ 31 ປີ, ສັນຊາດ-ເຊື້ອຊາດ ຫວຽດນາມ;
9. ທ້າວ ຮວ່າງມິງຈ່ຽນ ອາຍຸ 53 ປີ, ສັນຊາດ-ເຊື້ອຊາດ ຫວຽດນາມ;
10. ທ້າວ ຟາມເຖຫວູ ອາຍຸ 33 ປີ, ແປພາສາ, ສັນຊາດ-ເຊື້ອຊາດ ຫວຽດນາມ;
11. ທ້າວ ອຸ່ນມະໂນ ຫຼື ຕີ ອາຍຸ 36 ປີ, ນັກທຸລະກິດ, ສັນຊາດ-ເຊື້ອຊາດ ລາວ;
12. ທ້າວ ຮວ່າງຫງ໋ອກດຽບ ອາຍຸ 36 ປີ, ນັກທຸລະກິດ ສັນຊາດ-ເຊື້ອຊາດ ຫວຽດນາມ;
13. ທ້າວ ເຈີນກວາງລາມ ອາຍຸ 30 ປີ, ສັນຊາດ-ເຊື້ອຊາດ ຫວຽດນາມ ແລະ
14. ທ້າວ ຫຽວ ອາຍຸ 32 ປີ, ສັນຊາດ-ເຊື້ອຊາດ ຫວຽດນາມ. ສ່ວນຄະດີດັ່ງກ່າວພາຍຫຼັງເຈົ້າໜ້າທີ່ສືບສວນ-ສອບສວນ ລະອຽດຈະແຈ້ງແລ້ວຈະລາຍງານໃຫ້ຊາບພາບຫຼັງ.
ຖ້າພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍ ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.