ວິທີຈັດຫ້ອງເພື່ອພັດທະນາສະໝອງ

- kitchen vibe - ວິທີຈັດຫ້ອງເພື່ອພັດທະນາສະໝອງ

- 2303 300x225 - ວິທີຈັດຫ້ອງເພື່ອພັດທະນາສະໝອງ
     ບໍ່ພຽງແຕ່ການກິນອາຫານທີ່ມີປະໂຫຍດ,​ ໝັ່ນອອກກຳລັງກາຍ ແລະ ພັກຜ່ອນຢ່າງພຽງພໍເທົ່ານັ້ນ, ການຈັດສະພາບແວດ ລ້ອມໃຫ້ເໝາະສົມກໍເປັນປັດໄຈສຳຄັນທີ່ຊ່ວຍກະຕຸ້ນການຮຽນຮູ້ສູ່ການພັດທະນາສະໝອງໄດ້ອີກທາງໜຶ່ງ ແລະ ມື້ນີ້ພວກເຮົາກໍມີ ເຄັດລັບດີໆມາແນະນຳທ່ານ.

– ຫລີກເວັ້ນໂຕະຕັ່ງອ່ານໜັງສືທີ່ຢູ່ໃກ້ກັບປ່ອງຢ້ຽມ ເພາະບັນຍາກາດເບື້ອງໜ້າ ຫລື ສິ່ງລໍ້ຕາລໍ້ໃຈຈະຢູ່ໃນສາຍຕາ ເປັນໂຕດຶງສະມາທິ ທັງການໃຫ້ຮ່າງກາຍຮັບແສງຕາເວັນ ເຊິ່ງມີລັງສີອັລຕຣາໄວໂອເລດ ຫລື ຢູວີໂດຍກົງ ບໍ່ເປັນຜົນດີຕໍ່ສະໝອງ ແລະ ຜິວໜັງ ສະນັ້ນຄວນເລືອກຫ້ອງທີ່ຮັບລົມ, ປອດໂປ່ງ, ສະຫງົບ ແລະ ບໍ່ເປັນທາງຍ່າງຜ່ານຂອງຄົນພາຍໃນເຮືອນຢູ່ຕະຫລອດເວລາ.

- Visit Laos Visit SALANA BOUTIQUE HOTEL - ວິທີຈັດຫ້ອງເພື່ອພັດທະນາສະໝອງ

– ບໍ່ຄວນປິ່ນຫລັງໃສ່ປະຕູ ເນື່ອງຈາກຄົນສ່ວນຫລາຍມັກກັງວົນ ຫລື ລະແວງກັບສິ່ງທີ່ເບິ່ງບໍ່ເຫັນຢູ່ທາງຫລັງໄດ້ງ່າຍ ເຮັດໃຫ້ບໍ່ມີສະມາທິອ່ານໜັງສື ແລະ ທົບທວນບົດຮຽນ.

– ໂຕະຄວນເຮັດຈາກໄມ້ ເພາະຜົນການວິໄຈໃນຕ່າງປະເທດພົບວ່າ : ຄື້ນສະໝອງຈະເຮັດປະຕິກິລິຍາກັບເຄື່ອງແມ່ເຫລັກທີ່ເປັນວັດສະດຸຈາກໂຕະ ເຊັ່ນ : ເຫລັກສົ່ງຜົນຕໍ່ການລົບກວນສະໝອງໄດ້. ນອກຈາກນີ້, ການອອກແບບຂອງໂຕະ ແລະ ຕັ່ງທີ່ສຳຄັນຄວນເອື້ອອຳນວຍຕໍ່ການລຸກຢືນ – ນັ່ງສະດວກສະບາຍ ຮອງຮັບທ່ານັ່ງຕ່າງໆໄດ້ເໝາະສົມ, ເສີມບຸກຄະລິກກະພາບທີ່ດີຈະຊ່ວຍໃຫ້ບໍ່ເຄັ່ງຄຽດງ່າຍ ແລະ ມີສະມາທິຂຶ້ນ ລວມເຖິງສີສັນຄວນເບິ່ງແລ້ວສະບາຍຕາ, ບໍ່ຮົກເຮື້ອດ້ວຍຮູບພາບ ຫລື ສະຕິກເກີ.

– ມີແສງພໍດີ ເນື່ອງຈາກແສງສະຫ່ວາງສາມາດກະຕຸ້ນປະສາດສຳຜັດດ້ານການເບິ່ງເຫັນໄດ້ໄວທີ່ສຸດ. ແນວໃດກໍຕາມ, ຄວນຫລີກເວັ້ນແສງສະຫ່ວາງແຈ້ງໆ ເພາະຈະເຮັດໃຫ້ສາຍຕາອ່ອນເພຍ ຫາກມືດເກີນໄປກໍເປັນປັດໄຈທຳລາຍສາຍຕາໃຫ້ສັ້ນໄດ້ເຊັ່ນກັນ ຈຶ່ງຄວນຫາໂຄມໄຟຕິດໄວ້ ເພື່ອຊ່ວຍປັບແສງໃຫ້ພໍດີກັບສະພາບແວດລ້ອມແຕ່ລະມື້.

– ຢ່າລືມສິ່ງສຳຄັນຄື ຄວາມສະອາດ ແລະ ເປັນລະບຽບເທົ່ານີ້ກໍຈະໄດ້ບັນຍາກາດທີ່ດີ ຊ່ວຍສ້າງລັກສະນະນິໄສໄຝ່ຮຽນຮູ້ໃຫ້ແກ່ທ່ານ ແລະ ຄົນໃນຄອບຄົວແລ້ວ.

- 3 - ວິທີຈັດຫ້ອງເພື່ອພັດທະນາສະໝອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!