ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້

ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້ -           - ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້
ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້ - kitchen vibe - ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້

ເຈົ້າໜ້າທີ່ຕຳຫລວດ ສຸກເສີນ ເຂດໄຊສົມບູນ ເມືອງໄຊທານີ ໃຫ້ຮູ້ວ່າ: ວັນທີ 2 ມິຖຸນາ 2021ໄດ້ລົງ ແກ້ໄຂສະພາບການມົ້ວສຸມຫລິ້ນການພະນັນ (ຫລິ້ນໄພ້) ທັງໝົດ 10 ຄົນ, ຍິງ 7 ຄົນ ເຊິ່ງມີ 4 ຄົນເປັນປະຊາຊົນບ້ານໂນນແສງຈັນ.
ດັ່ງນັ້ນ, ເຈົ້າໜ້າທີ່ ແລະ ອຳນາດການປົກຄອງບ້ານຈຶ່ງໄດ້ນຳບຸກຄົນສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ, ຊີ້ແຈງໃຫ້ເຂົ້າໃຈ ແລະ ໃຫ້ກັກຕົວຢູ່ໃນເຮືອນຕົນເອງ ເປັນເວລາ 14 ວັນ.
ຕໍ່ການກະທຳດັ່ງກ່າວ ແມ່ນເປັນການລະເມີດຄຳສັ່ງ ເລກທີ 15/ນຍ, ແຈ້ງການ 02/ຈນວ ແລະ ເປັນການກະທຳທີ່ແຕະຕ້ອງປະມວນກົດໝາຍອາຍາມາດຕາ 141 ວ່າດ້ວຍການຫລິ້ນການພະນັນທີ່ຕ້ອງຫ້າມ ທີ່ໄດ້ກຳນົດໄວ້ວ່າຈະຕັດອິດສະຫລະພາບ ແລະ ປັບໃໝ, ແຕ່ຍ້ອນເປັນການກະທຳຄັ້ງທຳອິດເລັກນ້ອຍຕໍ່ສັງຄົມ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດຕາມລະບຽບບໍລິຫານ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ ຊາວ ນວ ໃຫ້ຢຸດການກະທຳດັ່ງກ່າວ ເພື່ອເປັນການປະກອບສ່ວນປະຕິບັດພັນທະຊ່ວຍກັນໃນການຄວບຄຸມ, ສະກັດກັ້ນ ການແພ່ລະບາດຂອງພະຍາດໂຄວິດ-19 ແລະ ພ້ອມກັນປະຕິບັດພັນທະຕົນເອງຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນການເຄື່ອນ ໄຫວທີ່ຜິດຕໍ່ກົດໝາຍອັນນຳໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ຢູ່ໃກ້ທ່ານ ແລະ ສາມາດລາຍງານມາທາງເບີວອດແອັບ 02028899774 .

ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້ - 3 - ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້
ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງເຂັ້ມງວດມາດຕະການກັກຕົວ ແຕ່ຍັງມີບາງກຸ່ມສຸມຫົວຫລິ້ນໄພ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!