ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້

ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້ - 012503 2021 - ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້
ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້ - kitchen vibe - ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້

ຕໍ່ໄປນີ້ແມ່ນ 4 ວິທີເຮັດໃຫ້ສະບາຍໃຈເຖິງຈະມີໜີ້ສິນຫລາຍກໍຍັງມີຄວາມສຸກໄດ້ ຂຶ້ນຢູ່ກັບວ່າຈະເລືອກໃຊ້ຊີວິດແບບໃດ.

  1. ຕ້ອງກ້າທີ່ຈະຍອມຮັບຄວາມເປັນຈິງ : ການພະເຊີນໜ້າຍອມຮັບຄວາມຈິງທີ່ເກີດຂຶ້ນແມ່ນສິ່ງທີ່ດີທີ່ສຸດທີ່ເຮົາຈະເຮັດໄດ້ ເພາະຫາກບໍ່ຍອມຮັບເຖິງການກະທຳຂອງຕົນເອງໃຫ້ໄດ້ສາກ່ອນ ກໍເປັນການຍາກທີ່ເຮົາຈະຜ່ານພົ້ນບັນຫານັ້ນໄປໄດ້.
  2. ເຮົາມີຄວາມສາມາດທີ່ຍັງບໍ່ໄດ້ໃຊ້ : ໃນຍາມທີ່ໜີ້ສິນຖ້ວມຫົວ ຫັນໄປທາງໃດກໍບໍ່ມີໃຜຍື່ນມາມາຊ່ວຍ ອາດຍ້ອນທ່ານ ໄດ້ຂໍຄວາມຊ່ວຍເຫລືອຈາກຜູ້ອື່ນອ້ອມໂຕຈົນໝົດແລ້ວ ລຳພັງຈະໃຊ້ຈ່າຍກັບເລື່ອງຈຳເປັນເກືອບບໍ່ພໍແລ້ວ ຍັງຕ້ອງດຶງ ບາງສ່ວນມາໃຊ້ໜີ້ອີກ ທຸກຢ່າງເບິ່ງມືດ 8 ດ້ານໄປໝົດ ຢາກໃຫ້ທ່ານທົບທວນເຖິງຄວາມສາມາດຂອງຕົນເອງວ່າ ເຮັດຫຍັງໄດ້ແດ່.
  3. ປ່ອຍວາງແລ້ວຕັ້ງໃຈກັບເປົ້າໝາຍ : ເມື່ອທ່ານຄິດທົບທວນຈົນສາມາດຍອມຮັບກັບບັນຫາໄດ້ແລ້ວ ຄົງຈະຜ່ອນຄາຍ ຄວາມທຸກລົງໄດ້ແດ່ບໍ່ຫລາຍກໍໜ້ອຍ ຫລັງຈາກນັ້ນຂໍໃຫ້ທ່ານປ່ອຍວາງບັນຫາລົງ ເຮົາບໍ່ຈຳເປັນຕ້ອງແບກທຸກພາລະ ທຸກຢ່າງໄວ້ເທິງບ່າຕະຫລອດເວລາ ບໍ່ດັ່ງນັ້ນຈະເອົາກຳລັງເຫື່ອແຮງຈາກໃສກ້າວຍ່າງຕໍ່ໄປຂ້າງໜ້າໄດ້.
  4. ທົບທວນເຖິງເຫດຜົນຂອງການເປັນໜີ້ : ເມື່ອເຮົາຍອມຮັບຄວາມຈິງໄດ້ແລ້ວວ່າມີໜີ້ສິນຫລາຍໜ້ອຍປານໃດ ຈາກນັ້ນ ຈຶ່ງຄິດທົບທວນເຖິງຕົ້ນເຫດແຫ່ງການເປັນໜີ້ວ່າເປັນຫຍັງເຮົາຈຶ່ງມີໜີ້ກ້ອນນີ້ຂຶ້ນມາ ອາດເປັນການກູ້ຢືມຊື້ເຮືອນ ຫລັງໃຫຍ່ເພື່ອສ້າງຄອບຄົວ, ຊື້ລົດເພື່ອໃຊ້ໃນຄອບຄົວ ຫລື ການຊື້ອະສັງຫາລິມະຊັບເພື່ອການລົງທຶນ ເຫລົ່ານີ້ລ້ວນແຕ່ ເປັນໜີ້ສິນທີ່ຖືເປັນການສ້າງຊັບສິນໃຫ້ແກ່ຊີວິດ ເຖິງວ່າຈະຕ້ອງແບກຮັບພາລະກ້ອນໃຫຍ່ ແລະ ໃຊ້ເວລາຫລາຍສິບປີ ກ່ວາຈະຜ່ອນໝົດໄດ້, ແຕ່ຖືວ່າເປັນການລົງທຶນທີ່ກຸ້ມຄ່າ ເພາະໃນອະນາຄົດສິ່ງເຫລົ່ານັ້ນຈະກາຍເປັນສົມບັດຂອງເຮົາ ແລະ ສາມາດເປັນມໍລະດົກຕົກທອດໄປຍັງລູກຫລານໄດ້ນຳອີກ.
ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້ - 4 - ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້
ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້ - Visit Laos Visit SALANA BOUTIQUE HOTEL - ຄົນທີ່ມີໜີ້ສິນຫລາຍ ຢາກໃຫ້ຄິດແບບນີ້ ມັນຊ່ວຍໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!