ຈີນ ພົບຜູ້ຕິດເຊື້ອ ໄຂ້ຫວັດ ສັດປີກ H10N3 ຄົນທຳອິດ
June 2, 2021 - 9:42 AM


ຄະນະກຳມະການສາທາລະນະສຸດແຫ່ງຊາດຈີນ ລາຍງານ ວັນທີ 1 ມິຖຸນານີ້ວ່າ: ຈີນພົບຜູ້ຕິດເຊື້ອໄວຣັດໄຂ້ຫວັດສັດປີກ H10N3 ເປັນລາຍທຳອິດໃນແຂວງ ຈຽງຊູ.
ການປະກາດຫຼ້າສຸດ, NHC ໃຫ້ຮູ້ວ່າ: ຜູ້ທີ່ຕິດເຊື້ອໄຂ້ຫວັດສັດປີກຄົນດັ່ງກ່າວ ເປັນເພດຊາຍ ອາຍຸ 41 ປີຢູ່ທີ່ເມືອງ ເຈິນຢາງ ແຂວງ ຈຽງຊູ.
ບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ: ຜູ້ຕິດເຊື້ອໄວຣັດໄຂ້ຫວັດສັດປີກຄົນດັ່ງກ່າວ ເປັນກໍລະນີສະເພາະ ຈະບໍ່ມີຄວາມສ່ຽງແພ່ລາມເປັນວົງກວ້າງໄດ້.
ຜູ້ຕິດເຊື້ອລາຍນີ້, ມີອາຫານປົກກະຕິ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ.