ຈີນເປີດໄຟຂຽວໃຫ້ມີລູກໄດ້ 3 ຄົນຕໍ່ຄອບຄົວ
June 1, 2021 - 10:18 AM


ສຳນັກຂ່າວ ຊິນຫົວ ຂອງຈີນລາຍງານຢຶນຢັນກ່ຽວກັບນະໂຍບາຍການມີລູກຂອງຄົນຈີນ ຫຼັງໄດ້ຮັບການອະນຸມັດໂດຍປະທານປະເທດ ສີຈີນຜິງ ໃນການປະຊຸມຄະນະກຳມະການສູນກາງພັກຄອມມິວນິດຈີນ. ໂດຍການປ່ຽນແປງຄັ້ງນີ້ມີຂຶ້ນຫຼັງຈາກຜົນການສຳຫຼວດສຳມະໂນປະຊາກອນໃນຮອບ 10 ປີທີ່ຜ່ານມາ ພົບວ່າການເຕີບໂຕຂອງຈຳນວນປະຊາກອນຈີນຫຼຸດລົງຫຼາຍທີ່ສຸດໃນຮອບຫຼາຍສິບປີ ຈຶ່ງກົດດັນໃຫ້ລັດຖະບານປັກກິ່ງຕ້ອງເພີ່ມມາດຕະການເພື່ອກະຕຸ້ນໃຫ້ຄູ່ສົມລົດມີລູກຫຼາຍຂຶ້ນ ເພື່ອແກ້ໄຂແນວໂນ້ມປະຊາກອນທີ່ເລີ່ມຫຼຸດລົງຢ່າງຕໍ່ເນື່ອງ.
ເພື່ອເພີ່ມປະຊາກອນຂອງປະເທດຂຶ້ນ ໂດຍອະນຸຍາດໃຫ້ແຕ່ລະຄອບຄົວສາມາດມີລູກໄດ້ 3 ຄົນ ຫຼັງຈາກຍົກເລີກນະໂຍບາຍລູກຄົນດຽວແຕ່ປີ 2015 ແລະ ໃຫ້ມີລູກໄດ້ 2 ຄົນໃນກ່ອນໜ້ານັ້ນ.