ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື

ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື - kitchen vibe - ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື

ສຳນັກ​ຂ່າວ ກຽວ​ໂດ​ ຂອງ​ຍີ່ປຸ່ນ, ວັນ​ທີ24​ພຶດສະພາ​ນີ້ ສາຍ​ການບິນ ອໍລ ນີບປອນ ​ແອ​ລາຍ(Nippon Airways (ANA))ຂອງ​ຍີ່ປຸ່ນ ​ເລີ່​ມທົດ​ລອງ ການ​ນຳ​ໃຊ້ ​ລະບົບ ສະ​ແດງ​ ຜົນ​ກວດ​ຫາ ​ເຊື້ອ​ພະຍາດ ໂຄ​ວິດ-19(Applications)​ຜ່ານ​ທາງມື​ຖື ທີ່​ພັດທະນາ​ໂດຍ ສະມາຄົມ​ ຂົນ​ສົ່ງ ​ທາງ​ອາກາດ ສາກົນ(IATA) ​ເພື່ອກວດ​ສອບ​ ສະຖານະ ​ຜົນ​ການກວດ ຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ ​ຂອງ​ຄວາມ​ພະຍາຍາມ ທີ່​ຈະ​ຟື້ນ​ຟູ​ ການບິນ​ ສາກົນ.ສຳລັບ ​ເອ​ເອັນ​ເອ ຈະນຳ​ໃຊ້ ລະບົບ IATA Travel Pass ເທິງ​ຖ້ຽວ​ບິນ ລະຫວ່າງ ນະຄອນຫລວງ​ ໂຕ​ກຽວ ກັບ​ໂຮ​ໂນ​ລູລູ ​ແລະ ນີວຢອກ ຈົນ​ເຖິງ​ ວັນ​ທີ6​ມິຖຸນາ​ນີ້ ​ໃນ​ການສະ​ແດງ ​ຜົນ​ກວດ​ຫາ ​ເຊື້ອ​ໂຄ​ວິດ-19 ​ແບບ​ປະຕິກິລິຍາ ​ຕ່ອງ​ໂສ້ Polymerase ຫຼືPCR ຂອງຜູ້​ໂດຍສານ ​ໃຊ້​ເປັນ​ເກນ ​ອະນຸມັດ​ ໃຫ້​ເຂົ້າປະ​ເທດ ​ສ່ວນ​ໃຫຍ່ ລວມທັງ ​ສະຖານະ​ການ ​ສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ອີກ​ດ້ວຍ ​ໂດຍ​ຈະ​ມີ​ທັງ​ໝົດ 32 ສາຍ​ການບິນ ຈະ​ເຂົ້າຮ່ວມ ​ໃນ​​ຄັ້ງນີ້ ​ແລະ ​ໄດ້​ເຮັດ​ການ​ທົດ​ລອງ​ ໃຊ້​ງານ ​ແອັບ​ພລິ​ເຄຊັນ ທີ່​ຄ້າຍຄື​ກັນ CommonPass ທີ່​ໄດ້​ຮັບ ການ​ສະໜັບ ສະໜູນ ຈາກ​ກອງ​ປະຊຸມ ​ເສດຖະກິດ​ໂລກ ​ເມື່ອ​ບໍ່​ດົນ​ມາ​ນີ້./.

ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື - 3 - ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື
ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື - Visit Laos Visit SALANA BOUTIQUE HOTEL - ສາຍການບິນຍີ່ປຸ່ນ ໃຊ້ລະບົບຫາ​ເຊື້ອ​ ພະຍາດ ​ໂຄ​ວິດ-19ຂອງ​ຜູ້​ໂດຍສານ ຜ່ານມືຖື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!