ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 19 ຄົນ

- Lpn20 9 - ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 19 ຄົນ
- kitchen vibe - ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 19 ຄົນ

ໃນວັນທີ 23 ພຶດສະພາ 2021, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.631 ຄົນ, ພົບຜູ້ຕິດເຊື້ອໃໝ່ 19 ຄົນ (ກໍລະນີຢັ້ງຢືນເລກທີ 1.783 – 1.801) ໃນນີ້ພົບຢູ່ນະຄອນຫລວງ 4 ຄົນ (ແມ່ນການຕິດເຊື້ອໃນຊຸມຊົນ), ຢູ່ແຂວງສະ ຫວັນນະເຂດ 5 ຄົນ, ແຂວງຈຳປາສັກ 5 ຄົນ ແລະ ແຂວງຄໍາມ່ວນ 5 ກໍລະນີ (ທັງໝົດແມ່ນກໍລະນີນໍາເຂົ້າ, ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ).

ສໍາລັບລາຍລະອຽດ ແລະ ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ແມ່ນຫ້ອງແຖວບ້ານໂນນຫວາຍ ໜ່ວຍ 34 ຮ່ອມ 7 ເມືອງໄຊເສດຖາ (ຜູ້ຕິດເຊື້ອອາໄສຢູ່), ຫ້ອງແຖວບ້ານທາດຫລວງໃຕ້ ຮ່ອມຫລັງທາດ (ຜູ້ຕິດເຊື້ອໄປຫລີ້ນວັນທີ 16 ພຶດສະພາ), ຫ້ອງແຖວບ້ານເມືອງນ້ອຍ ຮ່ອມ 5 ຫລັງໂຮງຮຽນກົດໝາຍ ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫລີ້ນວັນທີ 17-18 ພຶດສະພາ), ຫ້ອງແຖວບ້ານດົງຄຳຊ້າງ ຕິດກັບຮ່ອມ 10 ເສັ້ນທາງໃຫຍ່ໂຮງຮຽນການເງິນດົງຄໍາຊ້າງ, ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫລີ້ນວັນທີ 19 ພຶດສະພາ). ຄົນເຈັບຕິດເຊື້ອໃໝ່ ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ, ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນ ທີ່ຜ່ານມາວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.

- Visit Laos Visit SALANA BOUTIQUE HOTEL - ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 19 ຄົນ

ມາຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດ ມີ 1.801 ຄົນ, ບໍ່ມີເສຍຊີວິດໃໝ່ເພີ່ມ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 02 ຄົນ ແລະ ປີ່ນປົວຫາຍດີ 1.074 ຄົນ, ກໍາລັງປີ່ນປົວ 725 ຄົນ ແລະ ອອກໂຮງໝໍໃໝ່ ໃນວັນທີ 22 ພຶດສະພາ 2021 ມີ 49 ຄົນ, ແຕ່ພວກກ່ຽວຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫລື ສູນຈໍາກັດບໍລິເວນສໍາລັບຜູ້ທີ່ບໍ່ມີເງື່ອນໄຂ ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ. ປັດຈຸບັນ, ທົ່ວປະເທດມີຜູ້ຈໍາກັດບໍລິເວນທັງໝົດ 3.223 ຄົນ, ຢູ່ໃນ 44 ສູນ, ທຸກຄົນ ໄດ້ຖືກເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ສຳລັບຜູ້ເດີນທາງເຂົ້າມາ ສປປ ລາວ ຕາມດ່ານຕ່າງໆ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃນຂອບເຂດທົ່ວປະເທດ ມີທັງໝົດ 2.761 ຄົນ ແລະ ທຸກຄົນແມ່ນໄດ້ຜ່ານການວັດແທກອຸນຫະພູມ ແລະ ບໍ່ພົບຜູ້ມີອາການໄຂ້ ຫລື ອາການຜິດປົກ ກະຕິ, ພ້ອມໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ສົ່ງໄປຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້.

ແນວໃດກໍຕາມ, ສປປ ລາວ ເຮົາເກີດການລະບາດໃນຊຸມຊົນ ນັບແຕ່ເດືອນເມສາ 2021 ເປັນ ຕົ້ນມາ ເນື່ອງຈາກພົບວ່າເປັນສາຍພັນອັງກິດ ເຮັດໃຫ້ການຕິດເຊື້ອໄດ້ງ່າຍ, ບໍ່ມີອາການສະແດງອອກ ແລະ ແຜ່ລະບາດໄປຫລາຍແຂວງ, ເມືອງ ແລະ ບ້ານ. ເນື່ອງຈາກປະຊາຊົນບາງກຸ່ມ ຍັງບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າຕົນເອງຕິດເຊື້ອ ຫລື ສຳພັດໃກ້ຊິດກັບຜູ້ຕິດເຊຶື້ອ ແລະ ຍັງມີການໄປມາຫາສູ່ລະຫວ່າງຍາດພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ເຮັດໃຫ້ເກີດລະບາດເປັນຈຸ້ມຢູ່ໃນຄອບຄົວ, ຍາດພີ່ ນ້ອງ ແລະ ໝູ່ຄູ່ໃນສຳນັກງານອົງການ. ສະນັ້ນ, ເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຂໍຮຽກຮ້ອງມາຍັງປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກແຕ່ລະໄລຍະຢ່າງເຄັ່ງຄັດ. ສໍາລັບການແບ່ງເຂດທີ່ຖືກກໍານົດໄວ້ເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫລື ເຂດເຫລືອງ (ເຂດທີ່ມີຄວາມສ່ຽງ) ແມ່ນຫ້າມບຸກຄົນເດີນທາງເຂົ້າ-ອອກ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດ ຈາກອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ, ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກແຊງ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເກັບກຳຂໍ້ມູນຢ່າງຮັດກຸມ. ສຳລັບຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້ ເຖິງວ່າຜົນກວດຈະເປັນລົບ ຫລື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ນັ້ນ ກໍໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ, ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດຈົນຄົບ 14 ວັນ.

ອັນສໍາຄັນ, ໃນໄລຍະນີ້ຖ້າບໍ່ມີຄວາມຈໍາເປັນ ຂໍໃຫ້ປະຊາຊົນຢູ່ເຮືອນຫລຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫລາຍເທົ່າໃດ ກໍຍິ່ງມີຄວາມສ່ຽງທີ່ຈະນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄົນໃນຄອບຄົວ, ແຕ່ຖ້າມີຄວາມຈໍາເປັນຕ້ອງອອກໄປຕະຫລາດ ຫລື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ. ການດຳລົງຊີວິດປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວທີ່ມີທາດເຫລົ້າ 70% ຂຶ້ນໄປ, ຮຽກຮ້ອງໃຫ້ສັງຄົມ ບໍ່ຄວນລັງກຽດຕໍ່ຜູ້ຕິດເຊຶ້ອພະຍາດ, ເພາະພວກເຂົາເຈົ້າເອງ ກໍບໍ່ໄດ້ເຈດຕະນາຕິດເຊື້ອ ແລະ ແຜ່ເຊື້ອ ຄືກັບບາງປະເທດ.

- 5 - ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 19 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!