ທ່ານຜູ້ນຳ16 ແຫກຂຸມນະຮົກ


ໂດຍ: ແສງພູໄຊ ອິນທະວີຄຳ
ພໍວັນທີ່ນັດໝາຍມາເຖິງ ທ້ອງຟ້າອາກາດເປັນໃຈໃນຄຸກໂພນເຄັງ ບັນດາຜູ້ນຳການປະຕິວັດ ໄດ້ສື່ສານຫາກັນໂດຍນັດໝາຍໂມງເວລາຢ່າງຊັດເຈນ ຕອນຫົວຄ່ຳອາກາດຂ້ອນຂ້າງຮ້ອນອົບເອົ້າເຖິງວ່າ ບໍລິເວນໂພນເຄັງຍັງມີສາຍລົມພັດມາເປັນຮູດໆ ຍັັງພໍມີແສງໄຟສະຫວ່າງກໍແຖວຄອກມ້າເກົ່າທີີ່ພວກຂາຍຊາດມ້າງມາສ້າງເປັນຄຸກກັກຂັງຜູ້ນຳປະຕິວັດ ແຖບບໍລິເວນລ້ອມນອກນັ້ນຍັງດືດອຶ້ມຄຶ້ມ ດົນໆຈຶ່ງມີສຽງລົດພວກທະຫານຫຸ່ນວືດມາເປັນເທື່ອເພາະພວກມັນເຮັດຕາມໜ້າທີ່ພໍໄດ້ເງິນເດືອນມາລ້ຽງລູກເມຍຍິ່ງຄ່ຳມາຍິ່ງຖືກແບ່ງໂຊນອອກຊັດເຈນ ມີດອກໄຟຮຸ່ງເປັນຍ່ອມໆ ຕອນເວລາ 9 ໂມງກາງຄືນຍັງເຫັນລົດທ່ານນາຍພົນແລ່ນເຂົ້າມາບໍ່ພໍ ສິບນາທີກໍເຫັນມັນອອກໄປ ສົງໄສວ່າມັນມາກວດເບິ່ງການເວນຍາມຂອງສາລະວັດທະຫານຜູ້ເປັນສະມຸນທີ່ບອກໄດ້ໃຊ້ຟັງຂອງມັນ ຍິ່ງໃກ້ຈະເຖິງ 12 ໂມງທ່ຽງຄືນໄດ້ຍິນແຕ່ສຽງຈີ່ຫຼໍ່ຮ້ອງສຽງກົບຮ້ອງດັງມາແຕ່ທົ່ງນາ ສຽງອຶ້ງສົ່ງມາແຕ່ຂົວຮ່ອງແຊງເບື້ອງນັ້ນພໍເປັນໄລຍະ
ເມື່ອຄວາມເຊື່ອໝັ້ນຄ່ອຍໆຂື້ນມາເຕັມຮ້ອຍ ຂ່າວທາງນອກ ຂ່າວທາງໃນສອດຄ່ອງກັນດີແລ້ວ ການກະກຽມແຫກນາຮົກກໍເລີ່ມຕົ້ນດ້ວຍສາລະວັດທະຫານ 8 ຄົນເຊິ່ງເຊື່ອຖືໄດ້ຄື ສິບເອກ ອຸດອນ, ຄຳແວວ, ຈັນທະວີ, ອ່ອນສາວິຣາວົງ, ທອງເສີຍ ໂຄດວົງສາ, ຄຳພອນ, ອິນແປງ, ສຳລີພິຈິດ
ຄະນະພັກຊີ້ນຳໃນຄຸກ ຈຶ່ງແຕ່ງໃຫ້ທ້າວອຸດອນ ຕິດຕໍ່ເອົາຊຽງສົມຈາກເຂດທີ່ໝັ້ນກອງຫຼອນໃຕ້ການຊີ້ນຳຂອງທ່ານສາລີ ວົງຄຳຊາວ ມາພາທາງອອກເມືອແຫກຄຸກ ແລ້ວຊຽງສົມຈຶ່ງໄດ້ເຂົ້າມາຢູ່ໃນຄຸກນຳທ່ານຜູ້ນຳ ຈັດຕັ້ງກັນເປັນ 3 ໝູ່ ທຸກໝູ່ມີກາລະບິນ 11 ກະບອກ ມີປຶນສັ້ນ 3 ກະບອກພາກັນນຸ່ງເຄື່ອງແບບສາລະວັດທະຫານຈຶກຈັກຄັກແນ່
12 ໂມງ 5 ນາທີຂອງວັນພຸດທີ 25.5. 1960 ການເລີ່ມຕົ້ນແຫກຄຸກໄດ້ເລີ່ມຂຶ້ນ ພາກັນລອດອອກໄປທ່າມກາງຄວາມມືດສູ່ຈຸດນັດໝາຍເບື້ອງນອກ ມີພະສົງສິກໃໝ່ 4 ຄົນຄື ມະຫາບົວລີ, ມະຫາອຸດົມ, ມະຫາອຳຄານ,ແລະມະຫາສຸພີ ລວມທັງໝົດ 29 ຄົນນັບ ທັງຊຽງສົມຜູ້ພາທາງ
ພໍແຕ່ອອກມາວິດລຸງສຸພາກໍອຸທານຂຶ້ນວ່າ: ໄຊຊະນະໃຫຍ່ແລ້ວ ພວກຫຼານເອີ່ຍ…!
ແລ້ວພາກັນບຸປ່າທ່າມກາງຄວາມມືດລົງສູ່ທົ່ງນາແລະຮ່ອງແຊງຂະນະທີ່ຝົນຕົກໂປຍໆລົງມາຕ່າງຄົນຕ່າງພາກັນງົມທາວຕາມຫຼັງກັນອອກໄປຈຶ່ງໄປຕົກໃສ່ກົກສາມສາທີ່ເອົາພ້າບັກເປັນເຄື່ອງໝາຍ “x” ບ່ອນນັດກັນແລ້ວພາກັນຍ່າງໄປຫາບ້ານໜອງແຕ້ ລຸງສຸພາພະລາດລົ້ມເພາະບີແຄ່ງປັ້ນຄົນຢູ່ທາງໜ້າທາງຫຼັງຊວ້ານເອົາເພິ່ນພ້ອມກັບມີສຽງຖາມວ່າ: ເອົາສະກົດນັ້ນມາໃຫ້ພວກຫຼານຖືຊ່ວຍເທາະ?. ລຸງສຸພາຕອບ:ມັນບໍ່ສຳຄັນກັບຖົງສະກົດຂ້ອຍດອກ ເອກະສານຊ່ຳນີ້ບໍ່ໜັກພໍປານໃດ ສຳຄັນບ່ອນບີແຄ່ງຂ້ອຍມັນປັ້ນໂອ…! ແລ້ວກໍດີປົກກະຕິ ຊຽງສົມອອກໜ້າພາລັດເລາະໄປຕາມປ່າຢ່າງຄ່ອງແຄ້ວ ຈົນຈະພົ້ນປ່າດົງແລ້ວ ຈຶ່ງມີສຽງຮ້ອງຈາກທາງຂ້າງໜ້າວ່າ “ຢຸດ” ຊຽງສົມຮ້ອງບອກກົດລັບອອກໄປ…ໂອຍ ໂລດແມ່ນສະຫາຍພິມພາ ພາກອງທະຫານມາຮັບຢູ່ທີ່ນັ້ນ ທຸກຄົນໂລ່ງອົກໂລ່ງໃຈແລ້ວສືບຕໍ່ຍ່າງໄປຮອດນາຄູນນ້ອຍ
ການເດີນທາງມາຮອດພູພະນັງກໍໄດ້ພົບກັບທ່ານ ສາລີ ວົງຄຳຊາວ ທີ່ອອກມາຈາກສຳນັກຕັ້ງໄກມາຕ້ອນຮັບພວກເພິ່ນດ້ວຍຄວາມດີໃຈ ຈຶ່ງໄດ້ຮູ້ຕື່ມວ່າ ການແຫກຄຸກຄັ້ງນີ້ ແມ່ນໃຕ້ການຊີ້ນຳຂອງທ່ານສາລີ ວົງຄຳຊາວ ທີ່ທາງສູນກາງສົ່ງມາກໍ່ສ້າງຮາກຖານຢູ່ເຂດທົ່ງພຽງວຽງຈັນ
ພັກເຊົາໄລຍະໜຶ່ງແລ້ວ ພວກເພິ່ນກໍອອກເດີນທາງໄປສຳນັກນ້ຳຕອນໄດ້ຮັບການຕ້ອນຮັບຈາກປະຊາຊົນຢ່າງອົບອຸ່ນການເດີນທາງແຕ່ລະຕອນມີກອງຫຼອນນຳສົ່ງໄປແຕ່ລະໄລຍະຈົນໄປຕົກເຖິງແຂວງຂອງທ່ານທິດມ່ວນ ສາວຈັນທະລາ ປະທານແຂວງວຽງຈັນ ທັງເປັນປະທານພັກແຂວງ ເຊົາຢູ່ນັ້ນ 5 ມື້ ແລ້ວອອກເດີນທາງໄປນາເມືອງ ນາມອນ ປຸ່ງລັກແລະບວມພຸກ
ມາຮອດເຂດນີ້ ຮຽກຂານຊື່ກັນ ບໍ່ມີໃຜຈຳໄດ້ ລຸງສຸພາເປັນ ທິດສີ, ທ່ານໜູຮັກ ພູມສະຫວັນ ເປັນ ທິດມີ, ທ່ານພູມີ ວົງວິຈິດເປັນຈານແກ້ວ ແຕ່ລະຄົນມີຊື່ໃໝ່ໝົດ
ລຸງສຸພາແຂງແຮງຫຼາຍເພິ່ນຖືເກີບໂຊຮັດຂາສົ້ງແໜ້ນຈຶກຈັກບ່າທີ່ພາຍບາໂລຫວາຍມີແຕ່ເອກະສານມີຕິບເຂົ້າຫ້ອຍຕ໋ອງແຕ໋ງ…ໃສ່ໝວກໃບໃຫຍ່ບໍ່ຕ່າງຫຍັງກັບເຈົ້້ໄຊເຊດຖາຄຄືໃນຮູບປັ້ນປະຕິມະກຳທີ່ຢູ່ໜ້າທາດຫຼວງ ການເດີນທາງຕໍ່ໄປອີກ 5 ມື້ຈຶ່ງເຖິງບ້ານຖ້ຳໄຫ ແລ້ວຂຶ້ນພູເຍີ້ຍແນມເຫັນແຜ່ນເມກໝອກເປັນຄົວນົວຢູ່ຈອມພູທີ່ຈະຕ້ອງຂ້າມໄປກຳລັງຕັນໜ້າລໍຖ້າການທົດສອບຄະນະນຳຂອງການປະຕິວັດ.
ທັ້ງໆທີ່ແຂ້ວເລັບທີ່ບອກໄດ້ໃຊ້ຟັງຂອງລັດຖະບານຫຸ່ນ ເມື່ອຮູ້ວ່າສັດຈະທຳເລີ່ມທອດແສງສະຫວ່າງມາໃກ້ ຄົງບໍ່ມີໃຜທີ່ຈະບໍ່ສູບເອົາລົມຫາຍໃຈເຂົ້າປອດໃຫ້ມັນທະລຸປຸໂປ່ງໄວ້ກອ່ນເພາະຮູ້ແຈ້ງວ່າໃຜຄືຄົນຮັກຊາດແລະໃຜເປັນຜູ້ຂາຍຊາດກັນແທ້ ? ໃນຂະນະທີ່ຄະນລັດຖະບານສ່ວນໃຫຍ່ພາກັນເມືອຫຼວງພະບາງກັນໝົດເພື່ອຮ່ວມງານຊາປານະກິດສົບ ເຈົ້າຊີວິດສີສະຫວ່າງວົງທີ່ໄດ້ສະຫວັນນະຄົດແຕ່ວັນທີ 29.ຕຸລາ.1959 ເກືອບ 1 ປີແລ້ວຈຶ່ງກຽມທຳພິທີ ເດືອນ 8.1960
ຖືເອົາໂອກາດນັ້ນ ກອງພັນທະຫານລາບທີ 2 ຈຶ່ງເຮັດການລັດຖະປະຫານໂຄ່ນລົ້ມລັດຖະບານສົມສະໜິດແລະພູມີ ໜໍ່ສະຫວັນໃນຕອນຂ້ອນແຈ້ງ ເວລາ 3 ໂມງເຊົ້າ ວັນອັງຄານວັນທີ 9.8.1960 ເພື່ອເດີນຕາມເສັ້ນທາງສນຕິພາບ ເປັນກາງ ປຕິບັດຄວາມຖືກຕ້ອງປອງດອງຊາດ ມອບໃຫ້ເຈົ້າສຸວັນນະພູມາ ຈັດຕັ້ງລດຖະບານຊຸດໃໝ່ ໃຫ້ພູມີ ໜໍ່ສະຫວັນເປັນຮອງນາຍຍົກ ແຕ່ພູມີ ໜໍ່ສະຫວັນ ໄຫວຕົວທັນ ຈຶ່ງບໍ່ລົງມາວຽງຈັນພ້ອມຄະນະ ລັກຂີ່ຍົນໄປລົງປະເທດໄທ ແລ້ວໄປປະຈຳຢູ່ສະຫວັນນະເຂດ.
ວັນທີ 23 ພຶດສະພາ 1960-2023, ຜູ້ນຳການປະຕິວັດ ແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ນະຄອນຫລວງວຽງຈັນ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພ.”
1. ທ່ານ ສຸພານຸວົງ,
2. ທ່ານ ໜູຮັກ ພູມສະຫວັນ,
3. ທ່ານ ພູມີ ວົງວິຈິດ,
4. ທ່ານ ພູນສີປະເສີດ,
5. ທ່ານ ສີທົນ ກົມມະດຳ,
6. ທ່ານ ສິງກະໂປ ສີໂຄດຈຸນນະມາລີ,
7. ທ່ານ ໝື່ນ ສົມວິຈິດ,
8. ທ່ານ ສີຊະນະ ສີສານ,
9. ທ່ານ ມາ ໄຂຄຳພິທູນ,
10. ທ່ານ ຄຳຜາຍ ບຸບຜາ,
11. ທ່ານ ບົວສີ ຈະເລີນສຸກ,
12. ທ່ານ ມະຫາສົມບູນ ວົງໜໍ່ບູນທຳ,
13. ທ່ານ ເພົ້າ ພີມມະຈັນ,
14. ທ່ານ ຄຳເພັດ ພົມມະວັນ,
15. ທ່ານ ພູເຂົາ,
16. ທ່ານ ມານະ ວົງອີສານ.
ສ່ວນທ່ານປະທານ ໄກສອນ ພົມວິຫານ, ທ່ານ ຄຳໄຕ ສີພັນດອນ, ທ່ານເຈົ້າ ສຸກວົງສັກ, ທ່ານ ບຸນ ພົມມະຫາໄຊ, ທ່ານ ທິດມ່ວນ ສາວຈັນທະລາ ແລະ ທ່ານອື່ນໆ ແມ່ນໄດ້ຖອນຕົວໄປນຳພາການປະຕິວັດຢູ່ຖານທີ່ໝັ້ນເຂດສອງແຂວງເຕົ້າໂຮມ ກ່ອນທີ່ຈະຖືກກຳລັງປະຕິການຝ່າຍຂວາຮວບຕົວຈັບກຸມຄຸມຂັງ ແລະ ໄດ້ວາງແຜນຊ່ວຍເຫຼືອໃນການແຫກຄຸກຈົນສຳເລັດຜົນ.
ໃນຂະນະທີ່ຂຶ້ນພູໄປຫາຖ້ຳແກ້ວ ໄດ້ຮັບຂ່າວວ່າມື້ວານນີ້ຢູ່ວຽງຈັນມີລັດຖະປະຫານຢູ່ວຽງຈັນ ເປັນສະພາບໃໝ່ທີ່ເກີດຂຶ້ນໃນຮອບ 4 ເດືອນທີ່ລຸງສຸພາພ້ອມຄະນະເດີນທາງບຸປ່າຜ່າດົງ ມື້ນີ້ລຸງສຸພາແນບວິທະຍຸນ້ອຍໃສ່ຫູຟັງດ້ວຍຄວາມສົນໃຈແລະເດີນທາງຕໍ່ໄປພັກຢຸ່ບ້ານຖ້ຳແກ້ວ
ວິທະຍຸກະຈາຍສຽງຂອງຝ່າຍລັດຖະປະຫານ ຮຽກຮ້ອງຫາລຸງສຸພາພ້ອມຄະນະແນວລາວອິິດສະລະໃຫ້ກັບຄືນວຽງຈັນເພື່ອໄປຊ່ວຍພວກເຂົາ ຄະນະຈຶ່ງໄດ້ໂທລະເລກຫາສູນກາງພັກ ຈຶ່ງເຫັນດີແບ່ງອອກໄປຊ່ວຍພວກເຂົາຄື: ທ່ານ ໜູຮັກ ພູມສະຫັວນ, ພູມີ ວົງວິຈິດ, ພູນ ສີປະເສີດ, ສິງກະໂປ ສີໂຄດຈຸນລະມາລີ, ສີຊະນະ ສີສານ, ຄຳຜາຍ ບຸບຜາ, ເພົ້າ ພິມມະຈັນ, ບົວລີ ຈະເລີນສຸກແລະພະນັກງານຈຳນວນໜຶ່ງແລ້ວກັບສູ່ວຽງຈັນ.
ລຸງສຸພາ, ທ່ານສີທົນ ກົມມະດຳ, ທ່ານມາ ໄຂຄຳພິທູນແລະພະນັກງານຈຳນວນໜຶ່ງກັບສູ່ທີ່ໝັ້ນການປະຕິວັດ. ອັງຄານ ທີ 3. 9.1960 ໄດ້ຕາງໜ້າໃຫ້ສູນກາງແນວລາວຮັກຊາດອອກຖະແຫຼງການ 4 ຂໍ້ ສັນຕິພາບ ເປັນກາງແລະປອງດອງຊາດຂອງລັດຖະບານເຈົ້າສຸວັນນະພູມາ
1. ຕ້ອງຂັບໄລ່ພູມີ ໜໍ່ສະຫວັນອອກຈາກລັດຖະບານ
2. ຕ້ອງຢຸດຕິສົງຄາມ
3. ຕ້ອງປ່ອຍຕົວບຸກຄົນຮັກຊາດທີ່ຖືກກັກຂັງຢ່າງຜິດກົດໝາຍ
4. ສ້າງສາຍພົວພັນດ້ານການຕ່າງປະເທດກັບທຸກໆປະເທດບໍ່ຈຳແນກລະບອບການເມືອງແລະສັງຄົມ
ວັນເສົາ ທີ 10.9.1960 ພູມິີ ໜໍ່ສະຫວັນ ໄດ້ເຮັດລັດຖະປະຫານຫັກຫຼັງເຈົ້າສຸວັນນະພູມາຢູ່ສະຫວັນນະເຂດ ເອົາບຸນອູ້ມ ນະຈຳປາສັກມາເປັນນາຍຍົກລັດຖະມົນຕີ ນຳເອົາອາວຸດແລະທະຫານໄທ ເຈົ້າຊີວິດ ສີສະຫວ່າງ ວັດທະນາ ສະໜັບສະໜູນທັນທີ ແຕ່ງໃຫ້ຄຳພັນ ປັນຍາເປັນຜູ້ຕາງໜ້າໄປປະຈຳຢູ່ນຳພູມີ ໜໍ່ສະຫວັນ
ວັນທິດ ທີ 11.11.1960 ພັນຕີ ບຸນແທ່ງ ອິນສີຊຽງໃໝ່ຜູ້ບັນຊາການກອງພັນ 3 ຢູ່ຫຼວງພະບາງກໍ່ໄດ້ກະບົດຕ້ານ ລັດຖະບານເຈົ້າສຸວັນນະພູມາປະກາດສະໜັບສະໜູນ ພູມີ ໜໍ່ສະຫວັນ
ວັນທິດ ທີ 20.11.1960 ເຈົ້າສຸວນນະພູມາຖານະ ນາຍຍົກລັດຖະບານເປັນກາງ ໄດ້ເດີນທາງໄປພົບລຸງສຸພາເພື່ອແຈ້ງການຮ່ວມກັບລຸງສຸພາ. ເລີ່ມແຕ່ທ້າຍເດືອນພະຈິກ 1960 ທະຫານພູມີ ໜໍ່ສະຫວັນໄດ້ເຄື່ອນທະຫານຕີມາຕາມເສັ້ນທາງ 13 ເຖິງປາກກະດິງວັນທີ 5.12.1960
ວັນພະຫັດທີ 8.12.1960 ກຸປະສິດ ອະໄພ ຜູ້ບັນຊາການທະຫານພາກ 5 ໄດ້ກະບົດຢູ່ວຽງຈັນສົມທົບກັບທະຫານ ພູມີ ໜໍ່ສະຫວັນ ໄດ້ຖືກຕີຖອຍໄປຈັ້ງທ່າຢູ່ຈີນາຍໂມ້ເພື່ອລໍຖ້າສົມທົບທະຫານ ພູມີ ໜໍ່ສະຫວັນຂຶ້ນມາສົມທົບ
ວັນສຸກ ທີ 9.12. 1960 ເຈົ້າສຸວັນນະພູມາໄດ້ມອບໝາຍໜ້າທີ່ນາຍຍົກລດຖະມົນຕີໃຫ້ທ່ານ ກີນິມ ພົນເສນາ ຮັກສາການແທນຢູ່ວຽງຈັນ ພ້ອມກັບນາຍພົນສູນທອນແລ້ວເພິ່ນກໍບິນໄປລີ້ໄພຢູ່ພະນົມເປັນ
ເລີ່ມແຕ່ວັນອັງຄານ 13-15.12.1960 ພູມີ ໜໍ່ສະຫວັນໄດ້ໃຊ້ກຳລັງບຸກໂຈມຕີນະຄອນວຽງຈັນ ໂດຍມີທະຫານໄທສົມທົບເຖິງວ່າກຳລັງເປັນກາງມີກຳລັງທ້ອງຖິ່ນປະຕິວັດ ແຕ່ເພື່ອເຫັນແກ່ປະຊາຊົນຊາວນະຄອນວຽງຈັນ ລົ້ມຕາຍ ເຮືອນຊານຖືກເຜົາຈຶ່ງມີຄຳສັ່ງຖອນອອກຈາກນະຄອນວຽງຈັນເພື່ອຂຶ້ນເມືອທາງເໜືອສ້າງເຂດທີ່ໝັ້ນຢູ່ທົ່ງໄຫຫີນແຂວງຊຽງຂວາງ
ການສູ້ຮົບໄດ້ລະເບີດຂຶ້ນຢ່າງນຸນແຮງກວ່າເກົ່າ ທົ່ວສະໜາມຮົບ ກຳລັງປະຕິວັດໄດ້ຮັບໄຊຊະນະ ຝ່າຍຂວາວຽງຈັນຂໍຮ້ອງໃຫ້ມີການເຈລະຈາ
ເຈົ້າສຸວັນນະພູມາຖານະລັດຖະບານເປັນກາງໄດ້ເດີນທາງມາຈາກພະນົມເປັນມາຄັງໄຂ ເມືອງແປກ ເພື່ອຮຮ່ວມປຶກສາຫາລືກັບຝ່າຍແນວລາວຮັກຊາດໂດຍແມ່ນລຸງສຸພາຫົວໜ້າເຖິງວັນສຸກທີ 24.2.1962 ເຈົ້່າສຸວັນນະພູມາຈຶ່ງບິນກັບພະນົມເປັນ