ລັດເຊຍ ຈະໃຫ້ການຊ່ວຍເຫຼືອລາວດ້ານການທະຫານ ແລະ ຮ່ວມມືທາງເສດຖະກິດ

- FB IMG 1621515214946 - ລັດເຊຍ ຈະໃຫ້ການຊ່ວຍເຫຼືອລາວດ້ານການທະຫານ ແລະ ຮ່ວມມືທາງເສດຖະກິດ
- kitchen vibe - ລັດເຊຍ ຈະໃຫ້ການຊ່ວຍເຫຼືອລາວດ້ານການທະຫານ ແລະ ຮ່ວມມືທາງເສດຖະກິດ

ສຳນັກຂ່າວຕ່າງປະເທດ ຈາກລັດເຊຍ, ເມື່ອວັນທີ 18 ພຶດສະພາ 2021 ນີ້, ທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍ ກ່າວໃນພິທີຮັບສານຕາຕັ້ງ ຈາກເອກອັກຄະລັດຖະທູດ 23 ປະເທດໃນວັນອັງຄານນີ້ ເຊິ່ງໜຶ່ງໃນນັ້ນມີທ່ານ ນາງ ວິລາວັນ ເຢຍປໍເຮີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳລັດເຊຍ ວ່າ: ລັດເຊຍຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການທະຫານ ແລະ ເຕັກນິກໃຫ້ແກ່ກອງທັບປະຊາຊົນລາວ.
ຜູ້ນຳລັດເຊຍກ່າວວ່າ:​ ພວກເຮົາມີຄວາມເພິ່ງພໍໃຈເປັນຢ່າງຍິ່ງຕໍ່ກັບສາຍພົວພັນກັບ ສປປ.ລາວ ໃນຖານະຄູ່ຮ່ວມມື ທີ່ເຊື່ອຖືໄດ້ໃນອາຊີຕາເວັນອອກສຽງໃຕ້, ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການທະຫານ ແລະ ເຕັກນິກແກ່ກອງທັບປະຊາຊົນລາວ ແລະ ເຝິກອົບຮົບອ້າຍນ້ອງທະຫານລາວ ໃນມະຫາວິທະຍາໄລປ້ອງກັນປະເທດແຫ່ງລັດເຊຍ.
ຜູ້ນຳລັດເຊຍຍັງກ່າວຕື່ມວ່າ: ສອງປະເທດມີຄວາມພະຍາຍາມເປັນຢ່າງຍິ່ງ ເພື່ອແນໃສ່ລົງເລີກການຮ່ວມມືໃນຂົງເຂດການຄ້າ, ເສດຖະກິດ ແລະ ມະນຸດສະທຳ ລວມທັງເພີ່ມການພົບປະແລກປ່ຽນໃນລະດັບຊາດ.

- 3 - ລັດເຊຍ ຈະໃຫ້ການຊ່ວຍເຫຼືອລາວດ້ານການທະຫານ ແລະ ຮ່ວມມືທາງເສດຖະກິດ
- Visit Laos Visit SALANA BOUTIQUE HOTEL - ລັດເຊຍ ຈະໃຫ້ການຊ່ວຍເຫຼືອລາວດ້ານການທະຫານ ແລະ ຮ່ວມມືທາງເສດຖະກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!