ມາເລເຊຍພົບຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ລາຍໃໝ່ ຈຳນວນ 6.075 ຄົນ
May 20, 2021 - 6:13 PM


ຕາມຂ່າວ ກົວລາລຳເປີ ຂອງມາເລເຊຍ, ວັນທີ 19 ພືດສະພາ, ເຈົ້າໜ້າທີ່ ມາເລເຊຍ ລາຍງານວ່າ: ພົບຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ລາຍໃໝ່ ຈຳນວນ 6.075 ຄົນ, ເປັນຍອດຕົວເລກ ລາຍວັນ ສູງສຸດ ຂອງມາເລເຊຍ ນັບຕັ້ງແຕ່ ເກີດການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ພາຍໃນ ປະເທດ. ນີ້ແມ່ນຕົວເລກ ສະຖິຕິໃໝ່ ຫລັງຈາກ ວັນທີ 30 ມັງກອນ ທີ່ຜ່ານມາ. ເມື່ອວັນຈັນຜ່ານມາ, ມາເລເຊຍ ມີຍອດຜູ້ຕິດເຊື້ອ ສູງສຸດ ລວມມີ 5.728 ຄົນ, ລັດຖະມົນຕີ ກະຊວງ ສາທາ ລະນະສຸກ ມາເລເຊຍ ກ່າວວ່າ: ລັດຖະບານ ອາດຈະ ພິຈາລະນາ ລອກດາວ ລັດສລັງງໍຣ ຊຶ່ງເປັນ ເຂດອຸດສາຫະກຳ ຂອງປະເທດ. ຖ້າມາດຕະການ ທີ່ພວມດຳເນີນ ຫາກຍັງບໍ່ສາມາດ ຄວບຄຸມ ການແຜ່ລະບາດ ໂຄວິດ-19 ໃນລັດນີ້ໄດ້. ປັດຈຸບັນ, ມາເລເຊຍ ມີຜູ້ຕິດເຊື້ອ ລວມທັງໝົດ ເກືອບ 480.000 ຄົນ, ຈັດເປັນອັນດັບ 3 ໃນພາກພື້ນ, ຖັດຈາກ ອິນໂດເນເຊຍ ແລະ ຟີລິບປິນ.