ແມ່ນໍ້າຄົງຄາໃນວັນທີ່ອິນເດຍຜະເຊີນວິກິດໂຄວິດ-19

- 6099fa8fba78eb001906e8a3 - ແມ່ນໍ້າຄົງຄາໃນວັນທີ່ອິນເດຍຜະເຊີນວິກິດໂຄວິດ-19
- kitchen vibe - ແມ່ນໍ້າຄົງຄາໃນວັນທີ່ອິນເດຍຜະເຊີນວິກິດໂຄວິດ-19

ຍອດຜູ້ເສຍຊີວິດເພີ່ມສູງກວ່າ 4.500 ຄົນໃນວັນດຽວ
ວັນທີ 19 ພຶດສະພາ 2021, ສະຖານະການການແຜ່ລະບາດຂອງໂຄວິດ-19 ຍັງຖືວ່າວິກິດ ເຖິງວ່າຈຳນວນຜູ້ຕິດເຊື້ອໃໝ່ໃນແຕ່ລະວັນຈະມີທ່າອ່ຽງຫລຸດລົງ, ແຕ່ຍັງຢູ່ໃນລະດັບ 2-3 ແສນຄົນຕໍ່ວັນ. ຂະນະທີ່ຍອດຜູ້ເສຍຊີວິດໃນວັນທີ 18 ພຶດສະພາ ເພີ່ມສູງກວ່າ 4.500 ຄົນໃນວັນດຽວ ສູງສຸດນັບແຕ່ມີການແຜ່ລະບາດໃນອິນເດຍ.
ນີ້ຄືບັນຍາກາດບໍລິເວນແຄມແມ່ນໍ້າຄົງຄາ ແມ່ນໍ້າສັກສິດຂອງຊາວອິນເດຍ ໃນຂະນະນີ້ເຕັມໄປດ້ວຍສົບຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນຫລາຍທີ່ເອົາມາລອຍນໍ້າ ແລະ ຝັງລົງບລິເວນແຄມແມ່ນໍ້າແຫ່ງນີ້ ແທນການຈູດ ຫລື ຈັດພິທີສົບໃນພື້ນທີ່ທີ່ລັດຈັດສັນໄວ້.
ໂດຍທົ່ວໄປຊາວຮິນດູຈະຈັດການສົບດ້ວຍວິທີການຈູດ ເຊິ່ງມີຄ່າໃຊ້ຈ່າຍທີ່ຕ້ອງຈ່າຍ, ຂະນະທີ່ຊາວອິນເດຍຈຳນວນບໍ່ໜ້ອຍເລືອກຈະໃຊ້ວິທີການຕາມຄວາມເຊື່ອບູຮານຄື “Jal Pravah” ຄືການລອຍອັງຄານສົບໄປໃນແມ່ນໍ້າສັກສິດແຫ່ງນີ້ ເຊິ່ງສ່ວນຫລາຍເປັນສົບເດັກນ້ອຍຜູ້ຍິງທີ່ບໍ່ໄດ້ແຕ່ງດອງ ລວມທັງຄົນທີ່ເສຍຊີວິດຈາກພະຍາດລະບາດ ຫລື ຖືກງູກັດ. ນອກຈາກນີ້ ພວກເຂົາຍັງມີຄວາມເຊື່ອວ່າ: ຖ້າໄດ້ອາບນໍ້າໃນແມ່ນໍ້າຄົງຄາຈະຊ່ວຍຊຳລະລ້າງບາບໄດ້, ອີກທັງນໍ້າໃນແມ່ນໍ້າຄົງຄາມັກເປັນສ່ວນປະກອບສຳຄັນໃນການຈັດພິທີທາງສາສະໜາ ແລະ ຄວາມເຊື່ອຕ່າງໆ.
ຫລ້າສຸດ ອິນເດຍມີຜູ້ຕິດເຊື້ອສະສົມແລ້ວ 25.496.330 ຄົນ ຫລາຍທີ່ສຸດເປັນອັນດັບ 2 ຮອງຈາກອາເມລິກາ, ເສຍຊີວິດແລ້ວ 283.248 ຄົນ, ສັກວັກຊີນໂຄວິດ-19 ແລ້ວ 183,82 ລ້ານໂດສ ມີຊາວອິນເດຍປະມານ 10,4% ເຂົ້າຮັບວັກຊີນແລ້ວຢ່າງໜ້ອຍ 1 ໂດສ, ຂະນະທີ່ປະມານ 3% ຈາກປະຊາກອນທັງໝົດ 1,38 ພັນລ້ານຄົນເຂົ້າຮັບວັກຊີນຄົບໂດສ.

ອ້າງອີງ:
https://ourworldindata.org/covid-vaccinations
https://www.bbc.com/news/world-asia-india-57154564

- Visit Laos Visit SALANA BOUTIQUE HOTEL - ແມ່ນໍ້າຄົງຄາໃນວັນທີ່ອິນເດຍຜະເຊີນວິກິດໂຄວິດ-19
- 4 - ແມ່ນໍ້າຄົງຄາໃນວັນທີ່ອິນເດຍຜະເຊີນວິກິດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!