ກອງຄຸ້ມຄອງພະຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ບໍ່ອະນຸຍາດ ໃຫ້ຜູ້ບໍ່ມີໃບຢັ້ງຢືນສັກວັກແຊງກັນໂຄວິດ ເຂົ້າໄປໃຊ້ບໍລິການ


ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການ ສະບັບເລກທີ 0401 ລົງວັນທີ 17 ພຶດສະພາ 2021 ເພື່ອໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ ລວມເຖິງຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ໃນ ສປປ ລາວ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກັນ ເລື່ອງ: ການປະຕິບັດມາດຕະການເຂັ້ມງວດ ເພື່ອສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19.
ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ, ຂໍແຈ້ງມາຍັງທ່ານຊາບວ່າ: ເພື່ອປະຕິບັດມາດຕະການຢ່າງເຂັ້ມງວດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19. ເລີ່ມແຕ່ວັນທີ 18/05/2021 ເປັນຕົ້ນໄປ ພວກເຮົາຈະບໍ່ອະນຸຍາດໃຫ້ ບັນດາທ່ານທີ່ຍັງບໍ່ທັນໄດ້ຮັບວັກແຊງປ້ອງກັນພະຍາດໂຄວິດ-19 ມາປະຈໍາການ ຫລື ມາໃຊ້ບໍລິການ ຢູ່ທີ່ກອງຄຸ້ມຄອງພະຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ (ທົ່ງປົ່ງ), ສາຂາ ເມືອງນາຊາຍທອງ (ນ້ຳຊວງ) ແລະ ສາຂາ ເມືອງໄຊທານີ. ໃຫ້ທຸກທ່ານຖືບັດຮັບວັກແຊງປ້ອງກັນໂຄວິດ-19 ມາພ້ອມທຸກຄັ້ງ, ເພື່ອຄວາມສະດວກໃນການເຂົ້າມາໃຊ້ບໍລິການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.