ແຮງງານລາວ ຈຳນວນ 4.711 ຄົນ ໄດ້ຮັບການແກ້ໄຂໃຫ້ມີວຽກເຮັດງານທໍາ

- 321 - ແຮງງານລາວ ຈຳນວນ 4.711 ຄົນ ໄດ້ຮັບການແກ້ໄຂໃຫ້ມີວຽກເຮັດງານທໍາ
- kitchen vibe - ແຮງງານລາວ ຈຳນວນ 4.711 ຄົນ ໄດ້ຮັບການແກ້ໄຂໃຫ້ມີວຽກເຮັດງານທໍາ

ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃຫ້ຮູ້ ໃນວັນທີ 18 ພຶດສະພາ ນີ້ວ່າ: ຄວາມຄືບໜ້າຂອງການຊ່ວຍເຫລືອແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງກົມ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ສົ່ງເສີມການຈັດຫາວຽກເຮັດງານທໍາໃຫ້ຜູ້ຫວ່າງງານ ໄດ້ກັບຄືນສູ່ບັນດາຕໍາແໜ່ງງານຢູ່ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆໃນ ສປປ ລາວ ນັບຕັ້ງແຕ່ເດືອນຕຸລາ 2020 ຫາ ເມສາ 2021 ໄດ້ທັງໝົດ 4.711 ຄົນ, ຍິງ 1.696 ຄົນ. ໃນນີ້, ຂະແໜງອຸດສາຫະກໍາ 1.178 ຄົນ, ຍິງ 509 ຄົນ, ຂະແໜງກະສິກໍາ 1.615 ຄົນ, ຍິງ 515 ຄົນ ແລະ ບໍລິການ 1.918 ຄົນ, ຍິງ 672 ຄົນ. ສະເພາະເດືອນເມສາ 2021 ມີຈໍານວນ 216 ຄົນ, ຍິງ 75 ຄົນ.
ໄລຍະຜ່ານມານີ້ມີແຮງງານທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະ ຍາດດັ່ງກ່າວ ໄດ້ທັງໝົດ 1.385 ຄົນ, ຍິງ 585 ຄົນ, ໃນນັ້ນ ອຸດສາຫະກໍາ 334 ຄົນ, ຍິງ 37 ຄົນ, ກະສິກໍາ 538 ຄົນ, ຍິງ 197 ຄົນ ແລະ ບໍລິການ 513 ຄົນ, ຍິງ 351 ຄົນ, ສະເພາະເດືອນ ເມສາ ຈໍານວນ 430 ຄົນ, ຍິງ 213.

- 4 - ແຮງງານລາວ ຈຳນວນ 4.711 ຄົນ ໄດ້ຮັບການແກ້ໄຂໃຫ້ມີວຽກເຮັດງານທໍາ
- Visit Laos Visit SALANA BOUTIQUE HOTEL - ແຮງງານລາວ ຈຳນວນ 4.711 ຄົນ ໄດ້ຮັບການແກ້ໄຂໃຫ້ມີວຽກເຮັດງານທໍາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!